ລະຫວ່າງວັນທີ 20-23 ເມສາ 2022 ກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ໄດ້ນໍາພາຄະນະທິມງານສື່ມວນຊົນ ປະກອບມີ ວິທະຍຸກະຈາຍສຽງແຫ່ງຊາດລາວ, ສໍານັກຂ່າວສານປະເທດລາວ, ໜັງສືພິມວຽງຈັນທາມ ແລະວິທະຍຸສາກົນແຫ່ງປະເທດຈີນ ລົງເຄື່ອນໄຫວເກັບກໍາຂໍ້ມູນວຽກງານທ່ອງທ່ຽວຢູ່ແຂວງຈໍາປາສັກ ເພື່ອນໍາໄປໂຄສະນາເຜີຍແຜ່ ການພັດທະນາການບໍລິການ ລວມທັງຜົນກະທົບຈາກການລະບາດຂອງພະຍາດໂຄວິດ19 ແລະແຜນຟື້ນຟູວຽກງານທ່ອງທ່ຽວ ຫາກລັດຖະບານມີນະໂຍບາຍເປີດປະເທດໃນຕໍ່ໜ້າ.
ແຂວງຈໍາປາສັກມີແຫລ່ງທ່ອງທ່ຽວດ້ານປະຫວັດສາດ, ທໍາມະຊາດ ແລະວັດທະນະທໍາທີ່ອຸດົມສົມບູນ ແລະສວຍສົດງົດງາມ ເປັນຕົ້ນ: ຜາສາດຫີນວັດພູຈໍາປາສັກ, ນໍ້າຕົກຕາດຄອນພະເພັງ, ຫລີ່ຜີ, ດອນເດດ, ດອນຄອນ, ນໍ້າຕົກຕາດຟານ, ຕາດເຍືອງ, ຕາດຜາສ້ວມ ແລະແຫ່ງອື່ນໆ ເຊິ່ງໄລຍະຜ່ານມາກ່ອນການລະບາດຂອງພະຍາດໂຄວິດ19 ແຫລ່ງທ່ອງທ່ຽວເຫລົ່ານີ້ ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວຢູ່ແຂວງຈໍາປາສັກໄດ້ຈໍານວນຫລວງຫລາຍ ສາມາດສ້າງລາຍຮັບປະກອບສ່ວນສ້າງສາພັດທະນາດ້ານເສດຖະກິດ-ສັງຄົມຂອງແຂວງໄດ້ເປັນຢ່າງດີ.
ເຖິງຢ່າງໃດກໍຕາມ ພາຍຫລັງທີ່ເກີດການລະບາດຂອງພະຍາດໂຄວິດ19 ໃນໄລຍະສອງປີກວ່າຜ່ານມາ ໄດ້ສົ່ງຜົນກະທົບຕໍ່ວຽກງານທ່ອງທ່ຽວຢູ່ພາຍໃນແຂວງນີ້ ກໍຄືແຂວງອື່ນໆໃນທົ່ວປະເທດຢ່າງໜັກໜ່ວງ ບໍ່ວ່າຈະເປັນເຮືອນພັກ, ໂຮງແຮມ ແລະແຫລ່ງທ່ອງທ່ຽວຕ່າງໆ ເຊິ່ງຫົວໜ່ວຍທຸລະກິດການທ່ອງທ່ຽວຈໍານວນໜຶ່ງໄດ້ຢຸດກິດຈະການຊົ່ວຄາວ, ມາຮອດປະຈຸບັນເຖິງວ່າການລະບາດຂອງພະຍາດໂຄວິດ ຍັງບໍ່ມີທ່າອ່ຽງຈະສະຫງົບລົງ ແຕ່ການນໍາຂອງແຂວງ ກໍຄືລັດຖະບານໄດ້ມີການຄົ້ນຄວ້າ, ປຶກສາຫາລື ແລະວາງແຜນນະໂຍບາຍຊຸກຍູ້ສົ່ງເສີມໃຫ້ຜູ້ປະກອບການທ່ອງທ່ຽວ ໃຫ້ສາມາດຜ່ານຜ່າວິກິດການຄັ້ງນີ້ໄປໄດ້.