ພາຍຫລັງ ການແຂ່ງຂັນກິລາການທະຫານສາກົນ​( ARMY GAMES 2021) ໄດ້ປິດລົງ ໃນວັນທີ 03 ກັນຍາ 2021. ທິມນັກກິລາເຫຼົ່າຮົບຊ່າງແສງ ທີ່ໄດ້ເຂົ້າຮ່ວມແຂ່ງຂັນ ໃນປະເພດກິລາ ເສັ້ນທາງທີ່ປອດໄພ (SAFE ROUTE) ກໍ່ໄດ້ເດີນທາງມາເຖິງ ນະຄອນຫຼວງວຽງຈັນ ດ້ວຍຄວາມສະຫວັດດີພາບ ໃນວັນທີ 8 ກັນຍາ 2021 ນີ້ .
ສະຫາຍ ພັນໂທ ອານຸສັກ ພົມວົງສາ ຫົວໜ້າ ຄະນະຊີ້ນຳທິມນັກກິລາ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວໃດ້ລາຍງານໃຫ້ນັກຂ່າວພວກເຮົາວ່າ: ການເຂົ້າຮ່ວມແຂ່ງຂັນກິລາການທະຫານ ເຫຼົ່າຮົບຊ່າງແສງໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນທີ່ສຸດ ສຳລັບວຽກງານ ວິຊາສະເພາະຂອງເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ ເພາະມັນເປັນ ໂອກາດທີ່ບັນດານັກກິລາ,ນັກວິຊາສະເພາະພວກເຮົາໄດ້ຮັບປະສົບການອັນໃໝ່ ໃນການຮຽນຮູ້ການນຳໃຊ້ບັນດາພາຫະນະວິຊາສະເພາະ ເຕັກນິກທີ່ທັນສະໄໝ ຫຼາຍຊະນິດທີ່ທາງປະເທດເຈົ້າພາບ ນຳໃຊ້ເຂົ້າໃນການແຂ່ງຂັນ ແລະ ທັງເປັນການຖອດຖອນບົດຮຽນ ຈາກບັນດາປະເທດຕ່າງໆທີ່ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້.
ການເຂົ້າຮ່ວມແຂ່ງຂັນກິລາ ການທະຫານສາກົນ 2021 ໃນຄັ້ງນີ້ ເຖິງວ່າຈະຈັດຂື້ນໃນໄລຍະທີ່ມີການແຜ່ລະບາດ ຢ່າງຮຸນແຮງຂອງພະຍາດ COVID 19 ກໍ່ຕາມ ແຕ່ບັນດານັກກິລາພວກເຮົາ ກໍ່ມີຄວາມຕັດສິນໃຈສູງ ໃນການເອົາໃຈໃສ່ຝຶກຊ້ອມ ຢ່າງຕັ້ງໜ້າ ແລະ ເຂົ້າຮ່ວມການແຂ່ງຂັນ, ຜ່ານຜ່າບັນດາຄວາມຫຍຸ້ງຍາກ ແລະອຸປະສັກ ຕ່າງໆ.
ເພື່ອເຮັດໃຫ້ ງານແຂ່ງຂັນກິລາການທະຫານໃນຄັ້ງນີ້ ມີບັນຍາກາດຝົດຟື້ນມ່ວນຊື່ນ ແລະເປັນການສ້າງສັນຄວາມສາມັກຄີ ກັບບັນດາທີມນັກກີລາປະເທດຕ່າງໆທີ່ເຂົ້າຮ່ວມ ນອກຈາກການແຂ່ງຂັນ ກິລາການທະຫານສາກົນ ແລ້ວ ທາງຄະນະກຳມະການຍັງໄດ້ຈັດຕັ້ງການແຂ່ງຂັນກິລາມວນຊົນຕື່ມອີກ. ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວເຮົາ ກໍ່ສາມາດຍາດໄດ້ຜົນງານ ໃນປະເພດກິລາບານສົ່ງ ໄດ້ອັນດັບທີ 03. ປະເພດກິລາບານເຕະ ອັນດັບທີ 04.
ໂດຍ: ເກນ ວິ​ໄລ​ສານ
Loading...