ຕອນເຊົ້າວັນທີ 12 ພຶດສະພາ 2021ນີ້ ທີມງານຊ່ຽວຊານການແພດຈີນໄດ້ເຂົ້າພົບປະທ່ານເຈົ້າແຂວງ ແຂວງບໍ່ແກ້ວ ເພື່ອຮັບຟັງການລາຍງານສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຂວງບໍ່ແກ້ວ.
ປອ ບົວຄົງ ນາມມະວົງ ເຈົ້າແຂວງ ແຂວງບໍ່ແກ້ວ ໄດ້ກ່າວວ່າ: ກ່ອນອື່ນກໍ່ຂໍຍີນດີຕ້ອນຮັບທີມງານຊ່ຽວຊານການແພດຈີນ ເຊິ່ງນໍາໂດຍທ່ານ ຫວ່າງຈ້ຽນຄູນ ພ້ອມຄະນະໄດ້ສະຫຼະເວລາມາຊ່ວຍລັດຖະບານລາວກໍ່ຄືແຂວງບໍ່ແກ້ວ ສະພາບການແຜ່ລະບາດພະຍາດໂຄວິດ-19 ທີ່ເກີດຂຶ້ນຢູ່ພາຍໃນແຂວງບໍ່ແກ້ວນັບແຕ່ວັນທີ 22 ເມສາ 2021 ມາຮອດວັນທີ 11 ພຶດສະພາ 2021 ແຂວງບໍ່ແກ້ວໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃນວັນນີ້ ມີຈໍານວນ 20 ຄົນ (ສະເພາະຢູ່ເຂດເສດຖະກິດພິເສດ 3 ຫຼ່ຽມຄໍາ) ສະສົມມາທັງໝົດໃນທົ່ວແຂວງ 329 ຄົນ, ໃນນີ້: ສະເພາະຢູ່ເຂດເສດຖະກິດພິເສດ 3 ຫຼ່ຽມຄໍາ ມີທັງໝົດ 284 ຄົນ (ໃນນີ້: ຄົນຈີນ 81 ຄົນ, ຄົນລາວ 138 ຄົນ, ຄົນມຽນມາ 33 ຄົນ, ຄົນໄທ 7 ຄົນ); ສະເພາະຢູ່ເທດສະພາບແຂວງ (ເມືອງຫ້ວຍຊາຍ) ຜູ້ຕິດເຊື້ອສະສົມທັງໝົດ 40 ຄົນ, ປົວດີແລ້ວ 13 ຄົນ ຍັງ 27 ຄົນ, ເມືອງຕົ້ນເຜິ້ງ 04 ຄົນ, ເມືອງ ປາກທາ 01 ຄົນ, ສະເພາະເທດສະບານແຂວງແມ່ນເປັນມື້ທີ 4 ແລ້ວ ທີ່ບໍ່ພົບຜູ້ຕິດເຊື້ອ; ສ່ວນທີ່ເຫຼືອທາງທີມງານແພດໝໍກໍ່ໄດ້ເອົາໃຈໃສ່ປິ່ນປົວຢ່າງໃກ້ສິດ. ໄດ້ສໍາເລັດການສັກຢາກັນພະຍາດໂຄວິດ ພາຍໃນ 5 ເມືອງ ສັກໄດ້ທັງໝົດ 64.800 ໂດສ ຄົນ ເທົ່າກັບ 77,8% ແລະ ເຂດເສດຖະກິດພິເສດ 3 ຫຼ່ຽມຄໍາແມ່ນ 80.000 ໂດສ, ເຄື່ອງກວດຫາເຊື້ອພະຍາດໂຄວິດ-19 ແຂວງບໍ່ແກ້ວສາມາດກວດໄດ້ 200 ກວ່າຄົນຕໍ່ວັນ ແລະ ຢູ່ເຂດເສດຖະກິດພິເສດ 3 ຫຼ່ຽມຄໍາ ແມ່ນສາມາດກວດໄດ້ເຖິງ 3-4 ພັນຄົນຕໍ່ວັນ.
ທ່ານ ຫວ່າງຈ້ຽນຄູນ ໄດ້ກ່າວວ່າ: ຄະນະທີມງານພວກເຮົາຈະເອົາໃຈໃສ່ຊ່ວຍເຫຼືອແຂວງບໍ່ແກ້ວ ເປັນຕົ້ນແມ່ນການສັກຢາວັກຊີນ ແລະ ການປິ່ນປົວ, ການຄຸ້ມຄອງຂອງອໍານາດການປົກຄອງບ້ານ, ການຝຶກອົບຮົມໃຫ້ຄວາມຮູ້ ແລະ ການຊອກຫາຜູ້ສໍາພາດໃກ້ສິດກັບຜູ້ຕິດເຊື້ອ ແລະ ອື່ນໆ.
Loading...