ເພື່ອຈັດຕັ້ງປະຕິບັດ ວຽກງານຊ່ວຍເຫຼືອສັງຄົມ ໂດຍບໍ່ຫວັງສິ່ງຕອບແທນ ຢູ່ແຂວງຫົວພັນກໍ່ຄືເມືອງ ຫົວເມືອງ ໃຫ້ໄດ້ຮັບຜົນສູງສຸດ.
ສະນັ້ນມາໃນວັນທີ 10 ມີນາ ປີ 2022 ນີ້ ທິມງານອົງການກາແດງແຂວງ ຫົວພັນ ສົມທົບກັບອົງການກາແດງເມືອງ ຫົວເມືອງ ລົງມອບເຄື່ອງບັນເທົາທຸກໃຫ້ນ້ອງນ້ອຍນັກຮຽນ ຢູ່ໂຮງຮຽນປະຖົມ ບ້ານເເວກ ເມືອງ ຫົວເມືອງ ຂື້ນຢ່າງເປັນທາງການ.
ເປັນກຽດເຂົ້າຮ່ວມໃນພິທີມອບເຄື່ອງຄັ້ງນີ້ ມີ ທ່ານ ສົມແອງ ສຸກດາວົງ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ ຫົວເມືອງ, ມີທີມງານອົງການກາແດງແຂວງ, ເມືອງ, ມີອໍານາດການປົກຄອງບ້ານ ຕະຫຼອດ ຄູ ແລະ ນ້ອງນ້ອຍນັກຮຽນ ໂຮງຮຽນ ປະຖົມບ້ານແວກ ເຂົ້າຮ່ວມທັງໝົດ 30 ກ່ວາຄົນ.
ກ່ອນທີ່ຈະມອບເຄື່ອງ ທ່ານ ຄຳຜີວ ສີວິໄລ ຫົວໜ້າອົງການກາແດງແຂວງ ຫົວພັນ ໄດ້ກ່າວຈຸດປະສົງຫຍໍ້ ເຊີ່ງທ່ານໄດ້ໃຫ້ຮູ້ວ່າ ການລົງມອບເຄື່ອງຄັ້ງນີ້ກໍ່ເພື່ອເປັນການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນສັງຄົມ, ເປັນການແບ່ງປັ່ນນໍ້າໃຈ ຕໍ່ກັບເພື່ອມະນຸດ ໂດຍສະເພາະກໍ່ແມ່ນເດັກນ້ອຍອານຸຊົນ ເຍົາວະຊົນ ທີ່ເປັນໜໍ່ແໜງຂອງປະເທດຊາດ ໃຫ້ມີຄຸນນະພາບຊີວິດທີ່ດີຂຶ້ນເລື້ອຍໆ ເຊິ່ງເຄື່ອງທີ່ນໍາມາມອບຄັ້ງນີ້ ປະກອບມີ ເຄື່ອງນຸ່ງຫົ່ມປະສົມ 1 ຖົງ, ເກີບນັກຮຽນ 25 ຄູ່ ເຊີ່ງເປັນມູນຄ່າທັງໝົດ 2 ລ້ານກ່ວາກີບ, ເຊິ່ງກອບມອບໂດຍແມ່ນ ທ່ານ ສົມແອງ ສຸກດາວົງ ຄະນະປະຈໍາພັກເມືອງ ຮອງ ເຈົ້າເມືອງ ຫົວເມືອງ.
ຂ່າວຍັງໃຫ້ຮູ້ອີກວ່າ ທາງທີມງານອົງການກາແດງແຂວງ ຫົວພັນ ຍັງມີເຄື່ອງ ແລະ ເກີບ ຈຳນວນໜຶ່ງ ເປັນມູນຄ່າ 14 ລ້ານກ່ວາກີບ ມອບໃຫ້ເມືອງ ຫົວເມືອງ ເພື່ອສືບຕໍ່ແຈກຍາຍລົງມອບໃນໂຮງຮຽນຕ່າງໆ ທີ່ມີຄວາມຕ້ອງການ ຕາມຄວາມເໝາະສົມຢູ່ແຕ່ລະບ້ານ ແຕ່ລະເຂດ ພາຍໃນເມືອງ ໃຫ້ທົ່ວເຖີງກັນ.
ຈາກ ວິນນາ ອິນທະວົງໄຊ ຫ້ອງການ ຖວທ ເມືອງ ຫົວເມືອງ ແຂວງ ຫົວພັນ.