ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນພິທີຖະແຫຼງຂ່າວກ່ອນການແຂ່ງຂັນ, ວັນທີ 11 ຕຸລາ 2023 ທີ່ປະເທດເນປານ.
ຫົວໜ້າຄູຝຶກ ທ່ານກັນລະຍາ ສີສົມຫວັງ ໃຫ້ສຳພາດ:
” ພວກເຮົາມີການກະກຽມຄວາມພ້ອມໃນລາຍການນີ້ເປັນຢ່າງດີ,ນັກກິລາທຸກຄົນກໍ່ພ້ອມແລ້ວໃນນັດນີ້ ເຖິງວ່າຄູ່ຕໍ່ສູ້ຈະມີອັນດັບໂລກດີກ່ອນເຮົາກໍ່ຕາມ ແຕ່ບານເຕະມັນສະແດງອອກຢູ່ໃນສະໜາມ ໃນເວລາ 90 ນາທີ ທຸກຢ່າງສາມາດເປັນໄປໄດ້ ແລະ ຂ້າພະເຈົ້າ, ທີມງານທຸກຄົນແມ່ນມີຄວາມເຊື່ອໝັ້ນໃນນັກກິລາຊຸດນີ້ ວ່າຈະເຮັດຜົນງານໄດ້ດີໃນນັດນີ້ ເພື່ອແຟນບານລາວ ”.
ຂະນະທີ່ ພຸດດາວີ ພົມມະສານ ຫົວຫນ້າ ທີມຊາດລາວ ກ່າວວ່າ
” ສໍາລັບການກຽມຄວາມພ້ອມທີມຊາດລາວ ມາຮອດປັດຈຸບັນນີ້້ ສ່ວນຕົວຂ້າພະເຈົ້າເອງ ແລະ ເພື່ອນຮ່ວມທີມ ແມ່ນມີຄວາມພ້ອມທີ່ສຸດທີ່ຈະພົບກັບ ທີມຊາດເນປານ ເຮົາກໍໄດ້ສຶກສາລະບົບການຫລິ້ນຂອງ ທີມຊາດເນປານ ມີຈຸດດີ ຈຸດອ່ອນ ຄືແນວໃດ ເຖິງວ່າອັນດັບໂລກຂອງ ເນປານ ຈະຢູ່ລະດັບດີກວ່າ ທີມຊາດລາວ ພວກເຮົາກໍຈະເຮັດເຕັມທີ່, ຫມັ້ນໃຈວ່າ ເພື່ອນຮ່ວມທີມ ແລະ ທີມງານຄະນະຄູຝຶກ ໄດ້ມີວາງແຜນກຽມທີມເປັນຢ່າງດີ ຫວັງວ່າຈະສາມາດ ຊະນະ ເນປານ 2 ນັດ ຈະຜ່ານເຂົ້າຮອບໃຫ້ໄດ້ ”
ການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ນັດທີ 1
ວັນພະຫັດ 12/10/2023
ເວລາ 18:45ໂມງ ທີມຊາດເນປານ 🇳🇵 ທີມຊາດລາວ 🇱🇦
ສະຫນາມກິລາ Dashrath Stadium, Kathmandu ປະເທດເນປານ,
ລິ້ງຖ່າຍທອດສົດ: https://kantipurtv.com/