ວັນທີ 30 ກໍລະກົດ 2021, ສະຫາຍ ພົນຕີ ວົງສອນ ອິນປານພິມ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າ ກົມໃຫ່ຍການເມືອງກອງທັບ ພ້ອມດ້ວຍຄະນະ ໄດ້ລົງຊີ້ນຳຕິດຕາມຂະບວນການຝຶກແອບທິມນັກກິລາເຫຼົ່າຮົບຊ່າງແສງ ທີ່ຈະເດີ່ນທາງເຂົ້າຮ່ວມການແຂ່ງຂັນກິລານາໆຊາດ (ARMY GAMES 2021) ທີ່ ສ ຣັດເຊຍ ຢູ່ສະໜາມຫັດແອບກອງພັນຂ້າມຜ່ານ 588.
ສະຫາຍ ພັນໂທ ອານຸສັກ ພົມວົງສາ ຄະນະຮັບຜິດຊອບຄູຝຶກທິມນັກກິລາເຫຼົ່າຮົບຊ່າງແສງ ກໍ່ໄດ້ລາຍການຕັ້ງຝຶກແອບໃນຄັ້ງນີ້ວ່າ: ພາຍຫຼັງທີ່ໄດ້ຮັບການແຈ້ງການ ຈາກປະເທດເຈົ້າພາບກ່ຽວກັບ ການແຂ່ງຂັນ ( ARMY GAMES 2021) ສຳລັບທີມນັກກິລາເຫຼົ່າຮົບຊ່າງແສງພວກເຮົາ ໄດ້ກະກຽມຄວາມ ພ້ອມໃນດ້ານຕ່າງໆເປັນຕົ້ນແມ່ນ ໄດ້ຄັດເລືອກບຸກຄະລາກອນທີ່ຈະ ສົ່ງເຂົ້າຮ່ວມແຂ່ງຂັນໂດຍແມ່ນ ພະນັກງານ-ນັກຮົບ ຢູ່ບັນດາກົມກອງເຫຼົ່າຮົບຂອງຕົນ ຈາກນັ້ນ, ກໍໄດ້ສ້າງແຜນການອົບຮົມ-ຫັດ ແອບ, ກະກຽມພາຫະນະ ແລະ ວັດຖຸຮັບປະກັນຕ່າງໆ ທີ່ຈະນໍາ ໃຊ້ເຂົ້າໃນການອົບຮົມ-ຫັດແອບ, ເຊິ່ງການອົບຮົມ-ຫັດແອບແມ່ນ ປັດໄຈສໍາຄັນໃນການກະກຽມ ຄວາມພ້ອມ, ໃນເບື້ອງຕົ້ນໄດ້ຈັດ ຕັ້ງອົບຮົມພາກທິດສະດີ ແລະ ພາກປະຕິບັດຕົວຈິງແຕ່ທ້າຍເດືອນ ມິຖຸນາ ຫາເດືອນ ກໍລະກົດ ເປັນເວລາ 01 ເດືອນ ກວ່າ. ສຳລັບການເຂົ້າຮ່ວມແຂ່ງຂັນກິລາການທະຫານ (ARMYGAMES2021) ຂອງເຫຼົ່າຮົບຊ່າງແສງ ໃນຄັ້ງນີ້ ຈະເຂົ້າຮ່ວມ ແຂ່ງຂັນປະເພດກິລາ (SAFE ROUTE) ແລະໄດ້ປະກອບມີ 02 ພາກສ່ວນຄື: ພາກສ່ວນພາຫະພາເຕັກນິກ ແລະ ພາກສ່ວນ ເກັບກູ້ມີນ , ພາກສ່ວນເຕັກນິກ ປະກອບມີ 01 ຈຸ ປະກອບມີ ຈຳນວນພົນ 12 ສະຫາຍ, ຫະນະທີ່ນຳເຂົ້າມາຝຶກອົບຮົມໃນຄັ້ງນີ້ປະກອບມີ ລົດກ່າຍຂົວ TMM-3 ຈຳນວນ 03 ຄັນ, ລົດ PTS ຈຳນວນ 02 ຄັນ.ມີໜ້າທີ່ ຮັບປະກັນ ກ່າຍຂົວຂ້າມຜ່ານແມ່ນ້ຳ, ຜ່ານສີ່ງກິດຂວາງຕ່າງໆ, ສ່ວນຈຸນັກ ກວດ-ກູ້ ມິນ ປະກອບມີ 01 ຈຸ ,ມີຈຳນວນພົນ 05 ສະຫາຍ, ປະກອບມີຈັກກວດມີນ 05 ເຄື່ອງ, ເຮັດໜ້າທີ່ ທຳລາຍສີ່ງກີດຂວາງ , ກວດກູ້ມີນ ຕາມເສັ້ນທາງເຄື່ອນທັບ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ ບັນດາພາຫະນະຕ່າງໆ. ແຕ່ລະຈຸໄດ້ເລັ່ງໃສ່ເຝິກຊ້ອມວິ ທີການເຄື່ອນໄຫວຂອງຈຸລົດ, ຂັບຂີ່ລົດຜ່ານສິ່ງກີດຂວາງ ໃຫ້ ມີຄວາມຊໍານານ ຕົວຈິງສົມທົບໃສ່ຈັງ ຫວະວິທີການຂຶ້ນລົດ-ລົງລົດ, ຈັງຫວະ ການປະ ສານລະຫວ່າງຜູ້ບັນຊາ, ຜູ້ຂັບລົດເພື່ອ ໃຫ້ມີຄວາມເປັນເອກະພາບກັນ, ຮັບປະກັນໃຫ້ເວລາແຂ່ງຂັນຕົວ ຈົງປະຢັດເວລາໄດ້ດີ, ພ້ອມກັນ ນັ້ນ, ກໍໄດ້ປະເມີນຜົນການອົບຮົມ-ຫັດແອບຕາມແຕ່ລະໄລຍະ, ມາ ຮອດປັດຈຸບັນນີ້ ເຫັນວ່ານັກກີລາ ແມ່ນມີຄວາມວ່ອງໄວ, ຄ່ອງແຄ້ວ ແລະ ເຂັ້ມແຂງ ໃນການຂັບລົດ ຜ່ານເສັ້ນຂະໜາດທີ່ໄດ້ກຳນົດໄວ້ ສໍາລັບການອົບຮົມ-ຫັດແອບ ໃນໄລຍະຜ່ານມາ, ອົງການຈັດຕັ້ງຂັ້ນເທິງໄດ້ອໍານວຍຄວາມສະ ດວກທາງດ້ານວັດຖຸຮັບປະກັນ, ພາຫະນະຮັບໃຊ້ຕ່າງໆ ເຮັດ ໃຫ້ການອົບຮົມ-ຫັດແອບດໍາເນີນ ໄປໄດ້ດີ ແລະ ປະຕິບັດໄດ້ຕາມ ແຜນການ.
ໃນວັນດຽວກັນນີ້, ສະຫາຍ ພົນຕີ ຈັນທອງ ສອນ ຕະອາດ ຮອງລັດຖະມົນຕີ ກະຊວງ້ອງກັນປະເທດ ຮັກສາການ ຫົວໜ້າກົມໃຫ່ຍເສນາທິການກອງທັບ ພ້ອມດ້ວຍຄະ ໄດ້ລົງຢ້ຽມຢາມຖາມຂ່າວ ທິມນັກກີລາທະຫານຊ່າງແສງ ພ້ອມທັງກ່າວສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຄະນະ ຮັບຜິດຊອບທຸກພາກສ່ວນ ແລະ ນັກກີລາແຕ່ລະສະຫາຍ ທີ່ໄດ້ຕັ້ງ ໜ້າສຸມໃສ່ອົບຮົມ-ຫັດແອບ, ພ້ອມກັນອົດທົນຜ່ານຜ່າຂໍ້ຫຍຸ້ງ ຍາກ ເຮັດໃຫ້ການຫັດແອບເຝິກ ຊ້ອມຄັ້ງນີ້ສໍາເລັດຕາມແຜນ ການທີ່ວາງໄວ້, ສະຫາຍຍັງໄດ້ ຮຽກຮ້ອງໃຫ້ຄະນະພັກ-ຄະນະ ບັນຊາ ຕະຫຼອດຮອດພະນັກ ງານ-ນັກຮົບກົມກອງເຫຼົ່າຮົບວິ ຊາສະເພາະຊ່າງແສງ ສືບຕໍ່ຍົກສູງຄວາມຮັບຜິດຊອບ ຂອງຕົນຕໍ່ໜ້າທີ່ການເມືອງທີ່ ໄດ້ຮັບມອບໝາຍ ມີຄວາມມະ ນະອົດທົນ, ກະຕືລືລົ້ນ, ສືບຕໍ່ປັບ ປຸງຕົນເອງ, ປັບປຸງເຫຼົ່າຮົບໃຫ້ເຕີບໃຫຍ່ເຂັ້ມແຂງ ໜັກແໜ້ນ, ຖອດຖອນບົດຮຽນນໍາກອງທັບ ປະເທດເພື່ອນມິດ, ໂດຍສະເພາະ ກອງທັບຣັດເຊຍ ໃນການນຳໃຊ້ ພາຫະນະ-ອາວຸດທີ່ທັນສະໄໝ. ພ້ອມກັນນັ້ນ, ກໍຕ້ອງເພີ່ມທະວີ ຄວາມສາມັກຄີເປັນເອກະພາບ ພາຍໃນ, ປັບປຸງແບບແຜນການນໍາພາ-ບັນຊາ,ແບບແຜນວິທີເຮັດວຽກໃຫ້ສອດຄ່ອງທີ່ຈະເດີນທາງໄປເຂົ້າຮ່ວມແຂ່ງຂັນ(ARMYGAMES2021)ປະເພດກິລາ (SAFE ROUTE) ຫຼືເອີ້ນວ່າ : (ເສັ້ນທາງທີ່ປອດໄພ) ໃນປີນີ້ ໃຫ້ສືບຕໍ່ກະກຽມ ຄວາມພ້ອມຮອບດ້ານແຕ່ນີ້ຮອດ ມື້ເດີນທາງ, ພ້ອມກັນອົດທົນຜ່ານ ຜ່າຂໍ້ຫຍຸ້ງຍາກນາໆປະການເພື່ອ ເຮັດສໍາເລັດໜ້າທີ່ຂອງຕົນທີ່ກອງ ທັບ ແລະ ປະເທດຊາດມອບໝາຍໃຫ້ມີຜົນສຳເລັດ.
ໂດຍ: ເກນ ວິໄລສານ
Loading...