ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນ​ທີ 4 ຕຸລາ 2022 ນີ້, ຢູ່​ທີ່​ສະໂມສອນ ກົມ​ຊ່າງ​ແສງ ກົມ​ໃຫຍ່​ເສນາທິ​ ການ​ກອງທັບທີມນັກກິລາເຫຼົ່າ ຮົບຊ່າງແສງ ໄດ້ສະຫຼຸບຖອດ ຖອນບົດຮຽນໃນການທີ່​ເຂົ້າ​ຮ່ວມ​ແຂ່ງຂັນ​ກິລາການ​ທະຫານ​ນາໆຊາດ​ທີ່ ສ ຣັດ​ເຊຍ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຕີ ພັນແສງ ບຸນ​ພັນ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ ສະຫາຍ ພົນ​ຈັດຕະວາ ວຽງ​ໄຊ ໄຊ​ສະໝອນ ຫົວໜ້າ​ກົມ​ຊ່າງ​ ແສງ, ບັນດາ​ຄະນະ​ຊີ້​ນຳ ແລະ ນັກ​ກິລາ​ເຂົ້າ​ຮ່ວມ.
ສະຫາຍ ພັນ​ເອກ ບຸນ​ທະວີ ໂພ​ໄຊ ຮອງ​ຫົວໜ້າ​ກົມ​ຊ່າງ​ແສງ, ຫົວໜ້າ​ຄະນະ​ຊີ້​ນຳ​ນັກ​ກິລາ​ກອງ ທັບ​ປະຊາຊົນ​ລາວ ໄດ້​ກ່າວ​ວ່າ: ການຈັດຕັ້ງ​ການ​ແຂ່ງຂັນ​ກິລາ​ການ​ທະຫານ​ສາກົນ ແມ່ນ​ກິລາ​ທາງ ດ້ານ​ການ​ທະຫານ​ປະຈຳ​ປີ ຂອງ ກະຊວງ​ປອ້ງ​ກັນ​ປະເທດ ສ ຣັດ​ເຊຍ ເປັນ​ເຫດການ​ທີ່​ໄດ້​ຈັດ​ຂື້ນ​ຄັ້ງ​ທຳ​ອິດ​ໃນ ປີ 2015 ເຊີ່ງ​ມີ 17 ປະເທດ​ເຂົ້າ​ຮ່ວມ ແລະ ມີ 6 ປະເທດ​ເຂົ້າ​ຮ່ວມ​ສັງເກດ​ການ. ການ​ແຂ່ງຂັນ​ກິລາການ​ທະຫານ​ສາກົນ​ນີ້ ແມ່ນ​ເພື່ອ​ສະ ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຂັ້ມ ແຂງ, ຄວາມ​ສາມາດ​ໃນ​ການ​ນຳ​ໃຊ້ພາ​ຫະນະ, ອາວຸດ ຂອງ​ກອງ ທັບ​ແຕ່​ລະ​ປະເທດ.
ນອກຈາກ​ການ​ແຂ່ງຂັນ​ກິລາ​ການ​ທະຫານ​ສາກົນ​ແລ້ວ ຍັງ​ມີການ​ຈັດ​ວາງ ສະແດງ​ບັນດາ​ພາຫະນະ​ອາວຸດ ຍຸດ​ທະ​ພັນ​ລຸ້ນ​ເກົ່າ​ແກ່​ແຕ່​ສະໄໝ​ສົງຄາມ ແລະ ພາຫະນະ-ອາວຸດ ທີ່​ທັນ​ສະໄໝ ຂອງກອງທັບ ສະ ຫະພັນ​ຣັດ​ເຊຍ. ສະເພາະການ​ແຂ່ງຂັນ​ກິລາ​ການ​ທະຫານ ຂອງ​ເຫຼົ່າ​ຮົບ​ຊ່າງ​ແສງ ນັ້ນ ປະກອບ​ມີ​ 3 ປະເພດ ຄື: ຂ້າມຜ່ານແມ່ ນຳ້, ເສັ້ນທາງ​ທີ່​ປອດ​ໄພ ແລະ ຮູບ​ແບບ ເຕັກນິກ​ຊ່າງ​ແສງ ເຊິ່ງ​ມີ​ການນຳ​ໃຊ້​ພາຫະນະ ກົນ​ຈັກ ຂອງ​ເຫຼົ່າ​ຮົບ​ຊ່າງ​ແສງ ທີ່​ຮັບປະ ກັນ ໃຫ້​ແກ່​ການ​ສູ້​ຮົບໂດຍ​ການ​ເປັນ​ເຈົ້າພາບຂອງກອງທັບ ສະ ຫະພັນ ຣັດ​ເຊຍ ແລະ ເປັນ​ສ່ວນ ​ໜຶ່ງ ຂອງ​ການ​ແຂ່ງຂັນ​ກິລາ​ປະ ຈຳ​ປີ ຂອງ ກອງທັບ​ນາໆຊາດ. ການ​ແຂ່ງຂັນກິລາ​ການ​ທະຫານ​ຊ່າງ​ແສງ ນີ້​ມັນ​ໄດ້​ເນັ້ນ​ໜັກ​ເຖິງ ຄວາມ​ຊຳນິ​ຊຳນານ ໃນ​ການ​ນຳ ​ໃຊ້​ບັນດາ​ພາຫະນະ-ອາວຸດ ຊ່າງ​ແສງ ເພື່ອ​ຮັບປະກັນໃຫ້ແກ່​ການ​ ສູ້​ຮົບປະສານ​ເຫຼົ່າລວມ​ທັງສະ ແດງ​ເຖິງ​ຄວາມ​ແຂງແຮງ, ຄວາມ​ວ່ອງໄວ, ຄວາມ​ອາດ​ສາ ມາດ​ໃນ​ການ ຜ່ານ​ບັນດາ​ສິ່ງ​ກີດ ຂວາງ​ຕ່າງໆ. ສຳລັບ ກອງທັບ​ປະຊາຊົນ​ລາວ ເວົ້າ​ລວມ, ເວົ້າ​ສະເພາະ ເຫຼົ່າ​ຮົບ​ຊ່າງ​ແສງ ພວກ​ເຮົາ ຖືກ​ເຊີນ​ເຂົ້າ​ຮ່ວມສັງເກດ​ການ​ໃນ ປີ 2018 ເປັນຕົ້ນ​ມາ ແລະ ໃນ​ປີ 2019 ເປັນ​ຄັ້ງ​ທຳ​ອິດ​ທີ່​ກອງທັບ​ປະຊາ ຊົນ​ລາວ​ໄດ້​ສົ່ງ​ທີມ ເຫຼົ່າ​ຮົບ ຊ່າງ​ແສງ ເຂົ້າ​ຮວ່ມ​ແຂ່ງຂັນກິລາ​ປະ ເພດ ຮູບ​ແບບ ເຕັກນິກ ຊ່າງ​ແສງ ເຊິ່ງ​ມີ​ຈຳນວນ​ພົນ​ທັງ​ໝົດ​ເຂົ້າ​ຮ່ວມ 21 ສະຫາຍ. ໃນ​ປີ 2022 ນີ້​ແມ່ນ​ຄັ້ງ​ທີ 4 ທີ່​ກອງທັບ​ປະ ຊາຊົນ ລາວ​ໄດ້​ສົ່ງ​ທີມ​ນັກ​ກິລາ ເຫຼົ່າ​ຮົບ​ຊ່າງ​ແສງ ເຂົ້າ​ຮວ່ມ​ການ​ແຂ່ງຂັນ, ມີ 6 ປະເທດ​ເຂົ້າ​ຮ່ວມ ແລະ ສາມາດ​ຍາດ​ໄດ້​ອັນ​ດັບ​ທີ 3. ໃນ​ຜົນງານ​ຜ່ານ​ມາ​ທີມ ເຫຼົ່າ​ຮົບ​ຊ່າງ​ແສງ ກອງທັບ ປະຊາຊົນ​ລາວ​ເຮົາ​ກໍ່​ສາມາດ​ຍາດ​ໄດ້ຜົນ​ງານ​ດີ​ພໍ​ສົມຄວນ​ ຖ້າ​ທຽບໃສ່​ບັນດາ​ປະເທດ​ທີ່​ມີ ຄວາມ​ພ້ອມ ໃນ​ດ້ານ​ຕ່າງໆ ເຊັ່ນ: ມີ​ສະໜາມ​ຫັດ​ແອບ ແລະ ມີ​ບັນ ດາ ພາຫະນະ​ອຸປະກອນ​ຄົບ​ຖ້ວນ. ກອງ​ປະຊຸມ​ໄດ້​ສະຫຼຸບ​ຖອນ​ຖອດ​ບົດຮຽນຕໍ່​ກັບ​ຜົນງານ ແລະ ຈຸດ​ຄົງ​ຄ້າງທີ່​ຈະ​ຕ້ອງ​ໄດ້​ປັບປຸງໃຫ້​ມີ​ຄຸນ​ນະ​ພາບ​ກວ່າ​ເກົ່າ. ໂອກາດ​ນີ້, ສະຫາຍ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໄດ້​ສະແດງ​ຄວາມ​ຍ້ອງ ຍໍ​ຊົມເຊີຍ​ຕໍ່​ຄະນະ​ຊີ້​ນຳ ແລະ ນັກ​ກິລາ ທີ່​ໄດ້​ຕັ້ງໜ້າ​ເອົາໃຈໃສ່​ໃນ​ການ​ເຂົ້າ​ຮ່ວມ​ແຂ່ງຂັນ ແລະ ເປັນ​ຜົນງານ​ອັນ​ສຳຄັນ​ຂອງ​ກອງທັບ​ເຮົາ, ພ້ອມ​ທັງ​ເນັ້ນ​ໜັກ​ໃຫ້​ຍົກ​ສູງ​ພາລະ​ບົດບາດ​ການ​ຮ່ວມ​ມື ເປັນ​ມິດ​ທີ່​ດີ​ລະ​ຫວ​​່າງ​ເຫຼົ່າ​ຮົບ​ຊ່າງ​ແສງ​ຂອງ​ກອງທັບ​ປະຊາຊົນ​ລາວ ກັບ​ບັນດາ​ເຫຼົ່າ ​ຮົບ​ຊ່າງ​ແສງ​ປະເທດ​ເພື່ອນ​ມິດ​ທີ່​ເຂົ້າ​ຮ່ວມ​ແຂ່ງຂັນ, ກຳ​ໄດ້​ບັນດາ​ເນື້ອ​ໃນ, ລຳດັບ​ບາດກ້າວ​ໃນ​ການ​ນຳ​ໃຊ້​ພາຫະນະ, ອາວຸດ​ທີ່​ ທັນ​ສະໄໝ​ເພື່ອ​ເອົາ​ມາ​ໝູນ​ໃຊ້​ ເຂົ້າ​ໃນ​ວຽກ​ງານ​ອົບຮົມ​ຫັດ​ແອບ​ໃນ​ກົມ​ກອງ​ມີ​ຄວາມ​ກ້າວໜ້າ ແລະ ທັນ​ສະໄໝ.