ວັນທີ 1 ພະຈິກ 2021 ນີ້ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະຍາດພະຍາດໂຄວິດ-19 ຂັ້ນເມືອງນ້ຳບາກ ແຂວງຫລວງພະບາງໄດ້ອານຸຍາດໃຫ້ຜູ້ຕິດເຊື້ອໂຄວິດ-19 ທີ່ໄດ້ຮັບການປີ່ນປົວ ດີ ແລ້ວ ໃຫ້ອອກຈາກໂຮງຫມໍພາກສະໜາມ ເພື່ອສືບຕໍ່ຈຳກັດຕົນເອງຢູ່ເຮືອນອີກ 7 ວັນ, ມີທັງໝົດ 192 ຄົນ ໂອກາດນີ້ ຄະນະສະເພາະກິດໄດ້ແນະນຳໃຫ້ຜູ້ທີ່ໄດ້ຮັບການປີ່ນປົວດີ ສືບຕໍ່ປະຕິບັດມາດຕະການປ້ອງກັນຕົວເອງ ຕາມຫຼັກການຂອງແພດ ເປັນຕົ້ນ ການໃຊ້ຊີວິດແບບໃຫມ່ ເຊັ່ນ ໃສ່ຜ້າອັດປາກ-ອັດດັງ ໃນເວລາອອກຈາກເຮືອນໃນຄວາມຈຳເປັນ, ຮັກສາໄລຍະຫ່າງຈາກຄົນອື່ນ 2 ແມັດ, ຫມັ່ນລ້າງມືໃສ່ສະບູ, ນ້ຳສະອາດ ຫຼື ເຈວລ້າງມືທີ່ມີສວ່ນປະສົມຂອງເຫຼົ້າ 70 ຫາ 90 ອົງສາ, ເວລາຈັບສິ່ງຂອງຕ່າງຯ, ພັກຜ່ອນໃຫ້ພຽງພໍ. ນັບແຕ່ມີການລະບາດເຊື້ອພະຍາດໂຄວິດ-19 ຢູ່ເມືອງນ້ຳບາກ ໃນທ້າຍເດືອນກັນຍາ 2021 ມາຮອດຕົ້ນເດືອນພະຈິກນີ້ ທົ່ວເມືອງມີຜູ້ທີ່ຕິດເຊື້ອສະສົມ ທັງໝົດ 396 ຄົນ, ໃນນັ້ນ ປີ່ນປົວດີແ ລ້ວ 332 ຄົນ, ບໍ່ມີກໍລະນີເສຍຊີວິດ ແລະຍັງສືບຕໍ່ປີ່ນປົວ ຢູ່ໂຮງຫມໍພາກສະຫນາມ ໂຮງຮຽນມັດທະຍົມສົມບູນນ້ຳບາກ 64 ຄົນ; ສຳລັບແຮງງານທີ່ທີ່ເດີນທາງມາຈາກຕ່າງແຂວງ ເຂດທີ່ມີການລະບາດເຊື້ອພະຍາດ ໄດ້ເຂົ້າສູນກັກກັນຊົ່ວຄາວຂອງແຂວງ ເຂດບ້ານປາກມອງ ເມືອງນ້ຳບາກ ປະຈຸບັນໄດ້ຄົບກຳນົດ ແລະອອກໄປສູ່ຄອບຄົວແລ້ວ 37 ຄົນ. ພາຍຫຼັງມີການລະບາດເຊື້ອພະຍາດໃນຊຸມຊົນເປັນຈຳນວນຫຼາຍ ໃນໄລຍະຜ່ານມາ ທຸກພາກສວ່ນໃນສັງຄົມ ໄດ້ໃຫ້ຄວາມຮວ່ມມື ປະຕິບັດຕາມຄຳສັ່ງ ແລະມາດຕະການ ຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເຮັດໃຫ້ມີຜູ້ຕິດເຊື້ອລຸດລົງ ເປັນກ້າວໆ ແລະປະຊາຊົນໄດ້ຮັບວັກຊິນເພີ້ມຂື້ນ.
ຂ່າວເມືອງນ້ຳບາກ: ພອນສັກ ສິງດາລັກ


