ໃນວັນທີ 28 ກັນຍາ 2021, ທີ່ ອິສຕານາ (Istana) ທຳນຽມປະທານາທິບໍດີ, ທ່ານ ແສງແກ້ວ ປວງປະດິດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ນ. ຮາລິມາ ຢາກອບ (Yalimah Yacob), ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ສິງກະໂປ.
ໃນໂອກາດນີ້ ທ່ານເອກອັກຄະລັດຖະທູດ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖີງ ພະນະທ່ານ ນ. ຮາລິມາ ຢາກອບ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ, ລັດຖະບານ ແລະ ປະຊາຊົນ ສິງກະໂປທຸກ ຖ້ວນໜ້າ.
ພະນະທ່ານ ນ. ຮາລິມາ ຢາກອບ ໄດ້ສະແດງຄວາມຍີນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ ທ່ານ ແສງແກ້ວ ປວງ ປະດິດ ທີ່ໄດ້ຮັບການແຕ່ງຕັ້ງຈາກ ປະທານປະເທດໃຫ້ດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳ ນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ສິງກະໂປ ເຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມ ທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ປະກົດຜົນເປັນຈິງຍິ່ງຂື້ນ ລວມທັງຈະເປັນ ການເສີມສ້າງຄວາມສາມັກຄີພາຍໃນອາຊຽນດ້ວຍກັນ, ແລະ ອວຍພອນໃຫ້ເອກອັກຄະລັດຖະທູດລາວຄົນໃໝ່ ຈົງປະສົບຜົນສຳເລັດທຸກປະການໃນການປະຕິບັດໜ້າທີ່ວຽກງານອັນມີກຽດຂອງຕົນ.
ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ຕໍ່ຄຳເວົ້າອັນຈົບງາມ ແລະ ໄດ້ຖືໂອກາດນີ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອ ຂອງ ລັດຖະບານ ແລະ ປະຊາຊົນ ສິງກະໂປ ແກ່ ສປປ ລາວ ໃນໄລຍະຜ່ານມາ ບໍ່ວ່າຈະເປັນການຊ່ວຍເຫຼືອດ້ານຊັບພະຍາກອນມະນຸດ ກໍ່ຄື ດ້ານມະນຸດສະທໍາ ໂດຍສະເພາະໃນເວລາເກີດອຸທົກກະໄພນ້ຳຖວມຄັ້ງໃຫຍ່ໃນປີ 2018 ທີ່ ແຂວງອັດຕະປື, ການຊ່ວຍເຫຼືອເຄື່ອງອຸປະກອນການເພດ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ແລະ ອື່ນໆ, ແລະ ສັນຍາວ່າ ຈະປະຕິບັດໜ້າທີ່ຂອງຕົນໃຫ້ດີທີ່ສຸດ ເພື່ອສົ່ງເສີມການພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ ແລະ ສິງກະໂປ ທີ່ມີມູນເຊື້ອອັນດີງາມມາດົນນານ ໃຫ້ນັບມື້ຂະຫຍາຍຕົວຍິ່ງຂຶ້ນເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ.
ສປປ ລາວ ແລະ ສິງກະໂປ ເປັນປະເທດສະມາຊິກອາຊຽນນຳກັນ ແລະ ໄດ້ສ້າງຕັ້ງສາຍພົວພັນການທູດ ນຳກັນໃນປີ 1974 ແລະ ໄດ້ເປີດສຳນັກງານການທູດຢູ່ ນະຄອນຫຼວງຂອງກັນ ແລະ ກັນ ໃນປີ 1997 ເປັນຕົ້ນມາ.