ໃນວັນທີ 9 ມີນາ 2022, ທ່ານ ຄຳອິນ ຄິດຈະເດດ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປລາວ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ນາງ Audrey Azoulay, ຜູ້ອຳນວຍການໃຫຍ່ ອົງການອຸຍແນັສໂກ (UNESCO) ເພື່ອເປັນ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການອຸຍແນັສໂກ ເຊິ່ງມີສຳນັກງານໃຫຍ່ ຕັ້ງຢູ່ນະຄອນຫລວງປາຣີ.

ໃນໂອກາດນີ້ ທ່ານທູດ ໄດ້ສະ ແດງຄວາມຂອບໃຈຕໍ່ ທ່ານຜູ້ອຳນວຍການໃຫຍ່ ກໍ່ຄືອົງການ UNESCO ທີ່ໄດ້ໃຫ້ການຊ່ວຍ ເຫລືອໃນຂະແໜງການຕ່າງໆໃຫ້ ສປປລາວ ໃນໄລຍະຜ່ານມາ ໂດຍສະເພາະກໍ່ແມ່ນການສຶກສາ, ວິ ທະຍາສາດ, ວັດທະນະທຳ ແລະ ການຂຶ້ນທະບຽນສະຖານທີ່ສຳ ຄັນຂອງ ສປປລາວ ໃຫ້ເປັນມໍລະ ດົກໂລກ, ສະເໜີໃຫ້ອົງການ UNESCO ຊ່ວຍສົ່ງເສີມການຮ່ວມມືລະຫວ່າງ ສປປລາວ ແລະ UNESCO ໃຫ້ມີຄວາມຍືນຍົງ, ການທ່ອງທ່ຽວສີຂຽວ, ການຂຶ້ນທະບຽນພູຫິນໜາມໜໍ່ເປັນມໍລະດົກໂລກ ແລະໄດ້ປຶກສາຫາລືກ່ຽວກັບການຮ່ວມມື ລະ ຫວ່າງພາກສ່ວນຕ່າງໆຂອງ ສປປລາວ ກັບອົງການ UNESCO ໃນຕໍ່ໜ້າ.
ທ່ານ ຜູ້ອຳນວຍການໃຫຍ່ ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານທູດລາວຄົນໃໝ່ທີ່ໄດ້ຮັບການແຕ່ງຕັ້ງປະຈຳ ອົງການ UNESCO ແລະ ໄດ້ແຈ້ງໃຫ້ທ່ານທູດຊາບໂດຍລວມກ່ຽວກັບວຽກງານສຳຄັນໆຂອງອົງການ UNESCO ເຊັ່ນການສຶກສາ, ການຄົ້ນຄວ້າວິທະ ຍາສາດ, ວຽກວັດທະນະທໍາ, ວຽກມໍລະດົກໂລກ ແລະ ອື່ນໆ. ໃນໄລຍະຜ່ານມາ, ອົງການ UNESCO ກໍ່ໄດ້ໃຫ້ການຊ່ວຍ ເຫລືອ ສປປລາວ ນອກຈາກການສຶກສາແລ້ວ ກໍ່ຍັງໄດ້ໃຫ້ການຊ່ວຍເຫລືອ ດ້ານການປົກປັກຮັກສາ ແລະ ຄຸ້ມຄອງເມືອງມໍລະດົກໂລກ ລວມທັງການຂຶ້ນທະບຽນສຽງແຄນລາວໃນປີ 2017. ທ່ານຜູ້ອຳນວຍການໃຫຍ່ຍັງໄດ້ແຈ້ງໃຫ້ຊາບວ່າ ປະຈຸບັນ UNESCO ມີໂຄງການຮັກສາສະພາບແວດລ້ອມຮອບ ດ້ານເພື່ອຊຸມຊົນ ເຊິ່ງເປັນການຊ່ວຍໃຫ້ຊຸມຊົນມີວຽກເຮັດງານທໍາໃຫ້ມີຄວາມຍືນຍົງ. ນອກຈາກນັ້ນ, ອົງການ UNESCO ກໍ່ມີໂຄງການສົ່ງເສີມການທ່ອງທ່ຽວ, ການສຶກສາເພື່ອອະນຸລັກຮັກສາທໍາມະຊາດ ແລະ ສິ່ງແວດລ້ອມ ທີ່ເປັນມິດຕໍ່ສັງຄົມ ເຊິ່ງໄດ້ສະເໜີໃຫ້ ສປປລາວ ມີສ່ວນຮ່ວມນຳ. ສໍາລັບການສະເໜີເລື່ອງໂຄງການຫິນໜາມໜໍ່ຂອງ ຝ່າຍລາວ ທີ່ສະເໜີມານັ້ນເພິ່ນຈະກວດກາ ເບິ່ງຄວາມຄືບໜ້າຄືນຕື່ມ ເຊິ່ງລວມທັງໂຄງການອື່ນໆທີ່ຝ່າຍ ສປປລາວ ໄດ້ສະເໜີມາແລ້ວ.
ທາງອົງການ UNESCO ມີຄວາມຍິນດີໃຫ້ການຮ່ວມມືກັບ ສປປລາວ ແລະ ສະເໜີໃຫ້ ທາງສະຖານທູດສືບ ຕໍ່ປະສານງານກັບພາກສ່ວນກ່ຽວຂ້ອງກັບຂະແໜງການຕ່າງໆເປັນການສະເພາະ. ການພົບລະຫວ່າງ ທ່ານເອກອັກຄະລັດ ຖະທູດ ແລະ ຜູ້ອຳນວຍໃຫຍ່ ແມ່ນໄດ້ດຳເນີນໄປດ້ວຍບັນຍາກາດອັນດີແຕ່ຕົ້ນຕະຫລອດປາຍ.
ຂ່າວ,ພາບ: ກົມການຂ່າວ ກະຊວງການຕ່າງປະເທດ