ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນແລງຂອງວັນທີ 1 ສິງຫາ 2023, ທີ່ ທຳນຽບປະທານາທິບໍດີ, ນະຄອນ ຫລວງ ບູເອນົດສ ໄອເຣັດສ(Buenos Aires), ສາທາລະນະລັດ ອາກຊັງຕິນ, ທ່ານ ວັນທາ ແສງເມືອງ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ Alberto Ángel Fernández, ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາກຊັງຕິນ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ອາກຊັງຕິນ ທີ່ມີສໍານັກງານສະຖານທູດຕັ້ງຢູ່ ນະຄອນຫຼວງລາຮາວານ, ປະເທດ ສ.ກູບາ.
ໃນໂອກາດດັ່ງກ່າວ, ທ່ານ ວັນທາ ແສງເມືອງ ໄດ້ສະແດງຄວາມຂອບໃຈຢ່າງສູງ ແລະ ເປັນກຽດຢ່າງຍິ່ງ ທີ່ທ່ານປະທາ ນາທິບໍດີ ສ.ອາກຊັງຕິນ ໄດ້ໃຫ້ກຽດຮັບສານຕາຕັ້ງດັ່ງກ່າວ ແລະ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ໃນໄລຍະການມາປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສ.ອາກຊັງຕິນ ຈະພະຍາຍາມເຮັດສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຂອງສອງປະເທດ ໃຫ້ມີບາດກ້າວໃໝ່ຂະ ຫຍາຍຕົວຂຶ້ນຕື່ມ. ພ້ອມນີ້, ທ່ານເອກອັກຄະລັດຖະທູດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ, ຄໍາພອນໄຊອັນປະເສີດ ແລະ ຄວາມຮັກແພງຖານເພື່ອນມິດ ຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ Alberto Ángel Fernández ແລະ ຜ່ານພະນະທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນ ອາກຊັງຕິນ ທຸກຖ້ວນໜ້າ.
ໃນໂອກາດດຽວກັນ, ພະນະທ່ານ Alberto Ángel Fernández, ປະທານາທິບໍດີ ແຫ່ງ ສ.ອາຊັງຕິນ ກໍໄດ້ສະແດງຄວາມຍີນດີຕ້ອນຮັບ ແລະ ຊົມເຊີຍ ພ້ອມທັງຕີລາຄາສູງ ຕໍ່ ທ່ານ ວັນທາ ແສງເມືອງ ໃນການມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສ. ອາກຊັງຕິນ ໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຫວັງວ່າ ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນອັນດີິຂອງສອງປະເທດທີ່ມີມາແຕ່ດົນນານ. ພ້ອມນັ້ນ, ກໍ່ໄດ້ສົ່ງຄຳຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ລັດຖະບານ ແລະ ປະຊາຊົນລາວ ທຸກທົ່ວໜ້າ, ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດຄົນໃໝ່ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ທາງການທູດຂອງຕົນ ປະຈໍາ ສ.ອາກຊັງຕິນ ໃນຄັ້ງນີ້ ເພື່ອສົ່ງເສີມການພົວພັນຮ່ວມມືຂອງສອງປະເທດໃຫ້ຂະຫຍາຍຕົວໃນຕໍ່ໜ້າ.
ພາຍຫຼັງສໍາເລັດການຍື່ນສານຕາຕັ້ງ, ທ່ານ ວັນທາ ແສງເມືອງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ.ອາກຊັງຕິນ ຄົນໃໝ່ ກໍ່ໄດ້ເດີນທາງໄປຢ້ຽມຢາມພີ້ນ້ອງຊາວລາວ ແລະ ວັດລາວ ຣັດຕະນະຣັງສີຍະຣານ ແກ້ວສະຫວ່າງ ຢູ່ ເມືອງໂປຊາດາສ (Posadas), ແຂວງ Misiones, ສ.ອາກຊັງຕິນ ເພື່ອເປັນການທໍາຄວາມຮູ້ຈັກ, ແນະນໍາຕົວ ແລະ ພ້ອມທັງຢ້ຽມຢາມຖາມຂ່າວພີ້ນ້ອງຊາວລາວເຮົາ ທີ່ດໍາລົງຊີວິດ ແລະ ອາໃສຢູ່ແຂວງດັ່ງກ່າວ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກພໍ່ແມ່ພີ້ນ້ອງຊາວລາວເຮົາ ພ້ອມດ້ວຍເຖົ້າແກ່ແນວໂຮມ ຂອງຊຸມຊົນຄົນລາວ ແລະ ພຣະອາຈານວັດລາວ ຢ່າງອົບອຸ່ນ ແລະ ຮັກແພງ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ