ໃນຕອນເຊົ້າຂອງວັນທີ 24 ສິງຫາ 2021 ແລ້ວນີ້, ຢູ່ ສໍານັກພະລາຊະວັງ ທີ່ ນະ ຄອນຫລວງ ມານາມາ, ປະເທດບາເຣນ ທ່ານ ສີສອນໄຊ ເຫງົ້າວົງສີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ຮາມັດ ບິນ ອິຊາ ອາສ-ຄາລິຟາ (His Majesty King Hamad Bin Isa Al-Khalifa) ກະສັດ ແຫ່ງ ຣາຊະອານາຈັກບາເຣນ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາ ມັນຜູ້ມີອໍານາດເຕັມ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກບາເຣນ ໂດຍມີສໍານັກງານຕັ້ງຢູ່ ລັດກູເວດ.
ໃນໂອກາດອັນສໍາຄັນນີ້, ສົມເດັດຣາຊາທິບໍດີ ແຫ່ງ ບາເຣນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ສີສອນໄຊ ເຫງົ້າວົງສີ ທີ່ໄດ້ຖືກແຕ່ງຕັ້ງມາ ເປັນເອກອັກຄະລັດຖະທູດຄົນໃໝ່ ແຫ່ງ ສປປ ລາວ ປະຈໍາ ບາເຣນ ເພື່ອປະຕິບັດໜ້າທີ່ອັນສົມກຽດ ແລະ ສູງສົ່ງດັ່ງກ່າວ ແລະ ເຊື່ອໝັ້ນວ່າ ທ່ານຈະສືບຕໍ່ສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດນັ້ນ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ແລະ ຂໍອວຍພອນໃຫ້ໄດ້ຮັບຜົນສໍາເລັດໃນການເຄື່ອນໄຫວວຽກງານການທູດຂອງຕົນທຸກປະການຢູ່ປະເທດ ບາເຣນ. ສຸດທ້າຍ ສົມເດັດ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດມາຍັງພະນະທ່ານປະທານປະ ເທດ ແຫ່ງ ສາທາລະນະລັດ ປະຊາ ທິ ປະໄຕ ປະຊາຊົນລາວ.
ໃນໂອກາດນີ້, ທ່ານ ສີສອນໄຊ ເຫງົ້າວົງສີ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຮັບເອົາການແຕ່ງຕັ້ງມາເປັນເອກອັກຄະລັດຖະ ທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກບາເຣນ ແລະ ຢືນຢັນວ່າ ປະທານປະເທດແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ການຮ່ວມມືການພົວພັນທີ່ດີລະຫວ່າງສອງປະເທດທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນຕັ້ງແຕ່ວັນທີ 15 ທັນວາ 2002 ເປັນຕົ້ນມາ. ໂອກາດຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດຄົນທໍາອິດຂອງ ສປປ ລາວ ຈະປະຕິບັດໜ້າທີ່ການ ທູດໃຫ້ດີທີ່ສຸດ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືລະຫວ່າງສອງປະເທດທີ່ມີມາແລ້ວໃຫ້ມີການຂະຫຍາຍຕົວຍິ່ງຂຶ້ນ. ທ່ານເອກອັກຄະລັດຖະທູດ ຍັງໄດ້ນໍາເອົາ ຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດ ຈາກທ່ານປະທານປະເທດ ແຫ່ງ ສປປ ລາວ ເຖິງ ສົມເດັດຣາຊາທິບໍດີ ແຫ່ງ ບາເຣນ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຂໍໃຫ້ປະຊາຊົນບາເຣນ ຈົ່ງມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.