ໃນວັນທີ 26 ກໍລະກົດ 2021, ຢູ່ທີ່ ສໍານັກງານໃຫຍ່ອົງການການຄ້າໂລກ (WTO) ທີ່ ເຊີແນວ ປະເທດ ສະວິດເຊີແລນ, ທ່ານ ລັດສະໝີ ແກ້ວມະນີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ນາງ ເອັນໂງຊີ ໂອກົນໂຈ ອີວຽນລາ (Ngozi Okonjo-Iweala), ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ ເພື່ອດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການການຄ້າໂລກ.
ພາຍຫລັງການຍື່ນສານຕາຕັ້ງກໍໄດ້ມີການພົບປະຢ່າງເປັນທາງການ, ເຊິ່ງທ່ານຜູ້ອໍານວຍການໃຫຍ່ ໄດ້ສະແດງຄວາມຊົມເຊີຍຕໍ່ການມາຮັບໜ້າທີ່ໃຫມ່ ແລະຢືນຢັນຈະໃຫ້ການຮ່ວມມືຢ່າງໃກ້ຊິດ ເພື່ອເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ສປປ ລາວ ແລະອົງການການຄ້າໂລກດ້ານເສດຖະກິດ-ການຄ້າໃຫ້ນັບມື້ນັບຮັດແໜ້ນຍິ່ງຂຶ້ນ.
ໃນໂອກາດນີ້, ທ່ານ ລັດສະໝີ ແກ້ວມະນີ ກໍໄດ້ສົ່ງຄວາມຢື້ຢາມຖາມຂ່າວ ແລະຄໍາຊົມເຊີຍຢ່າງສຸດໃຈຈາກລັດຖະບານ ແຫ່ງ ສປປ ລາວຕໍ່ການໄດ້ຮັບການແຕ່ງຕັ້ງເປັນຜູ້ອໍານວຍການໃຫຍ່ອົງການການຄ້າໂລກຂອງທ່ານ ນາງ ໂອກົນໂຈ ອີວຽນລາ, ເຊິ່ງເປັນຜູ້ຍິງຄົນທໍາອິດຈາກທະວີບອາຟຣິກ ກາ ແລະຢືນຢັນຈະເຮັດວຽກຢ່າງໃກ້ຊິດກັບທ່ານ ຜູ້ອໍານວຍການໃຫຍ່ ເພື່ອປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ຄວາມວັດທະນະຖາວອນ ແລະການຮ່ວມມືເພື່ອການພັດທະນາ ຢູ່ບັນດາພາກພື້ນ ແລະໃນໂລກ.
ພ້ອມນີ້, ທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຍັງໄດ້ຢືນຢັນເຖິງນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ແຫ່ງ ສປປ ລາວ ໃນການສະໜັບສະໜູນກົນໄກດ້ານເສດ ຖະກິດ-ການຄ້າແບບຫລາຍຝ່າຍ ແລະໄດ້ສະແດງຄວາມຊົມເຊີຍຕໍ່ບົດບາດອັນສໍາຄັນຍິ່ງຂອງອົງການການຄ້າໂລກໃນໄລຍະຜ່ານມາ, ພິເສດແມ່ນການປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບອັນໜັກໜ່ວງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ຊີວິດຂອງມວນມະນຸດກໍຄືເສດຖະກິດ ລວມທັງການຮັບປະກັນເຮັດແນວໃດເຮັດໃຫ້ການເຂົ້າເຖິງວັກແຊ້ງຕ້ານໂຄວິດ-19 ແບບເທົ່າທຽມກັນ ແລະມີລາຄາທີ່ສົມເຫດສົມຜົນ ສໍາລັບປະເທດກໍາລັງພັດທະນາ ແລະດ້ອຍພັດທະນາ ລວມທັງ ສປປ ລາວເຮົາ.
ໃນຕອນທ້າຍ, ທ່ານເອກອັກຄະລັດຖະ ທູດວິສາມັນຜູ້ມີອໍານາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຍັງໄດ້ຢໍ້າຄືນເຖິງຄວາມກຽມພ້ອມຂອງລັດຖະບານ ແຫ່ງ ສປປ ລາວ ກໍຄືສໍານັກງານຜູ້ຕາງໜ້າຖາວອນທີ່ ເຊີແນວ ທີ່ຈະໃຫ້ການຮ່ວມມືຢ່າງໃກ້ຊິດກັບອົງການການຄ້າໂລກ ແລະບັນດາປະເທດສະມາຊິກ ເພື່ອຮັດແໜ້ນບົດບາດຂອງອົງການການຄ້າໂລກໃຫ້ນັບມື້ນັບເພີ່ມທະວີ ແລະໄດ້ສະເໜີໃຫ້ອົງ ການການຄ້າໂລກສະໜັບສະໜູນ 2 ຂໍ້ລິເລີ່ມ ຂອງ ສປປ ລາວຄື: ການຄໍ້າປະກັນສະບຽງອາຫານພາຍໃຕ້ຂະແໜງການກະສິກໍາ (Food Security under Agriculture sector) ແລະການອໍາ ນວຍຄວາມສະດວກດ້ານການລົງທຶນ ເພື່ອການຮ່ວມມືເພື່ອການພັດທະນາ (Investment Facilitation for Development) ເພື່ອກອງປະຊຸມລະດັບລັດຖະມົນຕີອົງການການຄ້າໂລກຄັ້ງທີ 12 (12th Ministerial Conference (MC 12)) ທີ່ຈະມີຂຶ້ນໃນຕົ້ນເດືອນ ທັນວາ 2021 ພິຈາລະນາຮັບຮອງເອົາ.