ວັນທີ 09 ກັນຍາ 2021 ທີ່ສະຖານທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ຄະນະພັກຮາກຖານໄດ້ຈັດຕັ້ງການເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ເອກະສານກ່ຽວກັບວັນລັດທະທຳມະນູນແຫ່ງຊາດຄົບຮອບ 30 ປີ (15/08/1991-15/08/2021) ພາຍໃຕ້ການເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ເອກະສານ ຂອງ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເລຂາຄະນະພັກຮາກຖານ ສະຖານ ທູດ , ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໂດຍມີການເຂົ້າຮ່ວມຮັບຟັງຂອງຄະນະພັກ, ຄະນະນຳ ພ້ອມດ້ວຍພະນັກງານສະຖານ ທູດ ຢ່າງພ້ອມພຽງ.
ເອກະສານທີ່ນຳມາເຜີຍແຜ່ປະກອບມີ 4 ເອກະສານດັ່ງນີ້: ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ບົດລາຍງານການເມືອງຂອງຄະ ນະບໍລິຫານງານສູນກາງພັກ ສະໄໝທີ X ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ກົດລະບຽບຂອງພັກຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ແລະ ເອກະສານກ່ຽວກັບວັນລັດ ຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ.
ໃນໂອກາດດັ່ງກ່າວ ສະຫາຍ ແສງເພັດ ຮຸ່ງບຸນຍວງ ໃຫ້ຮູ້ວ່າ: ບັນດາເອກະສານທີ່ນຳມາເຜີຍແຜ່ ໃນຄັ້ງນີ້ມີຄວາມໝາຍຄວາມສຳຄັນຍິ່ງສຳລັບພະນັກງານການ ທູດທີ່ພວມປະຕິບັດໜ້າທີ່ຢູ່ຕ່າງປະເທດ ໂດຍສະເພາະແມ່ນ ສະຖານ ທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເພື່ອເປັນການນຳເອົາຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄປຄົ້ນຄວ້າ ແລະ ຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ເພື່ອເສີມຂະຫຍາຍການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ໃຫ້ຂະຫຍາຍຕົວສູ່ລະດັບສູງອັນໃໝ່ ໂດຍສະເພາະແມ່ນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ໃຫ້ສືບຕໍ່ຂະຫຍາຍຕົວສູ່ລວງເລິກແທດເໝາະກັບສະພາບຕົວຈິງ ແລະ ມີປະສິດທິຜົນກວ່າເກົ່າ.
ພ້ອມດຽວກັນນັ້ນ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ຍັງໄດ້ເນັ້ນໃຫ້ສະມາຊິກພັກ, ພະນັກງານແຕ່ລະສະຫາຍໃຫ້ກຳໄດ້ເນື້ອໃນຈິດໃຈ, ບົດບາດຂອງພັກປະຊາຊົນປະຕິວັດລາວ ໃນການຊີ້ນໍາ ນໍາພາການປະຕິບັດສອງໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ, ຮຽກຮ້ອງມາຍັງສະມາຊິກພັກພະນັກງານສະຖານທູດ ກຳໃຫ້ເລິກເຊິ່ງແນວທາງ ແລະ ນະໂຍບາຍຂອງພັກ ແລະ ລັດ, ໜ້າທີ່ ແລະ ຂໍ້ຫ້າມທີ່ໄດ້ກຳນົດໄວ້ໃນກົດລະບຽບຂອງພັກ ນັບທັງວຽກງານການກໍ່ສ້າງ ແລະ ຂະຫຍາຍພັກ ໂດຍສະເພາະແມ່ນຫ້ອງການພັກ ເພື່ອນຳໄປເຜີຍແຜ່ ແລະ ແນະນຳໃຫ້ແຕ່ລະໜ່ວຍພັກທີ່ຂຶ້ນກັບ ໃຫ້ປະຕິບັດຖືກຕ້ອງ ຕາມກົດລະບຽບຂອງພັກວາງອອກ.
ຕອນທ້າຍ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ, ຂະບວນການສ້າງ ແລະ ປັບປຸງລັດຖະທຳມະນູນ ແລະ ຄວາມໝາຍ, ຄວາມສຳຄັນຂອງລັດຖະທໍາມະນູນ ນັບທັງການລະນຶກວັນລັດຖະ ທຳ ມະນູນແຫ່ງຊາດຄົບຮອບ 30 ປີ.
ຂ່າວ,ພາບ: ໂອລຳ ຈັນທະວິໄລ
