ໃນວັນທີ 9 ທັນວາ 2022, ສະຖານທູດລາວ ທີ່ປັກກິ່ງ, ສປ ຈີນ ຈັດປາຖະກະຖາເລົ່າມູນເຊື້ອ 2 ວັນປະຫວັດສາດຂອງຊາດຄື: ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ (2 ທັນວາ 1975 – 2 ທັນວາ 2022) ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບ ຮອບ 102 ປີ (13 ທັນວາ 1920 – 13 ທັນວາ 2022).

ໂດຍການປາຖະກະຖາຂອງ ສະຫາຍ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ຂອງ ສປປ ລາວ ປະຈຳ ສປ ຈີນ, ຊຶ່ງໃນງານດັ່ງໄດ້ມີບັນດາຄະນະນຳສະຖານທູດ, ພະນັກງານສະຖານທູດ, ຄອບຄົວພະນັກງານ ແລະ ປະຊາຊົນລາວ ທີ່ອາໄສຢູ່ນະຄອນຫລວງປັກກິ່ງເຂົ້າຮ່ວມ.
ໂອກາດນີ້, ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນເຖິງຄວາມໝາຍຄວາມສໍາຄັນຂອງ 2 ວັນສໍາຄັນດັ່ງກ່າວ ເພື່ອສຶກສາອົບຮົມແນວຄິດສາມະຊິກພັກ-ພະນັກງານ ນັກການການທູດ ແລະ ແຂກທີ່ເຂົ້າຮ່ວມ ໄດ້ຮັບຮູ້, ເຊື່ອມຊືມ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບວັນປະຫວັດສາດ ແລະ ຄວາມເປັນມາຂອງຊາດລາວເຮົາໂດຍທ່ານໄດ້ຍົກໃຫ້ເຫັນຄວາມເອກອ້າງທະນົງໃຈ ຕໍ່ຜົນສໍາເລັດໜາກຜົນຂອງການປະຕິວັດລາວໃນມູນ ເຊື້ອອັນສະຫງ່າອົງອາດກ້າຫານແຫ່ງການຕໍ່ສູ້ຂອງບັນພະບູລຸດ ແລະ ປະຊາຊົນບັນດາເຜົ່າ ພາຍ ໃຕ້ການນໍາພາ-ຊີ້ນໍາ ອັນສະຫລາດສ່ອງໃສຂອງພັກປະຊາ ຊົນ ປະຕິວັດລາວ ໄດ້ສາມັກຄີການຕໍ່ສູ້ຢ່າງພິລະອາດຫານການຮຸກຮານ ຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ປະກາດສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ເປັນວັນແຫ່ງໄຊຊະນະອັນຍິ່ງໃຫ່ຍໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ, ເປັນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະລະພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ.

ໂອກາດດຽວກັນ, ທ່ານໄດ້ເລົ່າເຖິງປະຫວັດຫຍໍ້ຜົນງານ ແລະ ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາອັນເປັນທີ່ເຄົາລົບຮັກຂອງປວງຊົນລາວບັນດາເຜົ່າ, ຜູ້ເປັນວິລະບຸລຸດ, ເປັນຜູ້ນໍາຂອງພັກ-ລັດ ທີ່ມີຄວາມສາມາດສະຫລາດສ່ອງໃສ, ເປັນນັກທິດສະດີ, ເປັນນັກປຸກລະດົມຂົນຂວາຍ, ເປັນແບບຢ່າງອັນໃສແຈ້ງ, ເປັນແກ່ນສານຂອງຄວາມສາມັກຄີພາຍໃນພັກ ແລະ ຊາດ, ເປັນການຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດ, ແບບແຜນດໍາລົງຊີວິດຕົວຈິງ ແລະ ອຸດົມຄະຕິປະຕິວັດເປັນການສຶກສາອົບຮົມໃຫ້ສະມາຊິກພັກ-ພະນັກງານນັກການທູດທຸກສະຫາຍ ໄດ້ເສີມຂະຫຍາຍມູນເຊື້ອຕໍ່ສູ້ອັນອົງອາດກ້າຫານ ແລະ ມູນເຊື້ອສາມັກຄີພາຍໃນຊາດ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວໃນການເພີ່ມທະວີຄວາມຮັບຜິດ ຊອບ ແລະ ເປັນເຈົ້າການຖັນແຖວ, ເປັນນັກເຄື່ອນໄຫວສາກົນຜູ້ດີເດັ່ນ ແລະ ເປັນແບບຢ່າງປະຕິບັດແນວທາງຕ່າງປະເທດຢ່າງຖືກຕ້ອງເຮັດໃຫ້ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ມີບົດບາດໃນເວທີສາກົນ ເພື່ອນໍາພາປະເທດຊາດກ້າວຂື້ນສູ່ສັງຄົມນິຍົມເທື່ອລະກ້າວ.

ນອກຈາກນັ້ນ, ຍັງໄດ້ຖືເອົາໂອກາດດັ່ງກ່າວເປັນການສະຫລຸບຜົນສຳເລັດ ຂອງການຕ້ອນຮັບ ສະຫາຍທອງລຸນ ສີສຸລິດ, ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມທາງລັດຖະກິດ ທີ່ ສປ ຈີນ ອີກດ້ວຍ.
Cr: ທູດລາວ ປະຈໍາ ສປ ຈີນ