ໃນຕອນເຊົ້າ ຂອງ ວັນທີ 07 ກໍລະກົດ 2022 ຜ່ານມາ, ທ່ານ ວັນທາ ແສງເມືອງ ໄດ້ເຂົ້າຍືນສານຕາຕັ້ງຕໍ່ ພະນະທ່ານ Miguel Diaz-Canel, ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ກູບາ.
ໃນໂອກາດດັ່ງກ່າວ ພະນະທ່ານປະທານປະເທດ Miguel Diaz-Canel ໄດ້ສະ ແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ການມາດໍາລົງຕໍາແໜ່ງ ຂອງ ທ່ານເອກອັກຄະລັດຖະທູດລາວຄົນໃໝ່ ປະຈໍາ ສາ ທາລະນະລັດ ກູບາ, ພ້ອມທັງຕີລາຄາສູງການພົວພັນຮ່ວມມື ລະຫວ່າງ ສອງປະ ເທດ ລາວ ແລະ ກູບາ ໄດ້ຮັບການເສີມຂະຫຍາຍຖານອ້າຍນ້ອງແບບໃກ້ສິດ ແລະ ເພື່ອນຮ່ວມອຸດົມການອັນດຽວກັນ, ພະນະທ່ານ ປະທານປະເທດ ແຫ່ງ ສາ ທາລະນະລັດ ກູບາ ຍັງໄດ້ກ່າວສະແດງຄວາມຮູ້ບຸນຄຸນຕໍ່ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ທີ່ເວລາໃດກໍໃຫ້ການສະໜັບສະໜູນ ສາທາລະ ນະລັດ ກູບາ ທັງຢູ່ໃນເວທີພາກພື້ນ ແລະ ສາກົນ. ພ້ອມກັນນີ້, ທ່ານຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນມິດຕະ ພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ-ລັດຖະບານ ແລະ ປະຊາຊົນສອງຊາດ ກູບາ ແລະ ລາວ ຈະໄດ້ຮັບການສືບຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ພ້ອມທັງອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນສໍາເລັດອັນຈົບງາມໃນການປະຕິບັດໜ້າທີ່ວຽກງານການທູດຄັ້ງນີ້.
ໃນໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດລາວ ກໍໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ, ພອນໄຊອັນປະ ເສີດ ແລະ ຄວາມຮັກແພງຖານອ້າຍນ້ອງເພື່ອນມິດ ຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສົ່ງເຖິງ ພະນະທ່ານ Miguel Diaz-Canel ແລະ ຜ່ານພະນະທ່ານ ໄປຍັງ ພະນະທ່ານ Raul Castro Ruz ກໍຄື ປະຊາຊົນກູບາ, ພ້ອມໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງປະເທດ ທີ່ເປັນມູນເຊື້ອມາແຕ່ຍາວນານ, ບົນພື້ນຖານແຫ່ງຄວາມເຂົ້າອົກເຂົ້າ ໃຈ ແລະ ຊ່ວຍເຫຼືອເຊິ່ງກັນ. ພ້ອມທັງເຫັນດີເປັນເອກະພາບ ທີ່ຈະສືບຕໍ່ເສີມຂະຫຍາຍການຮ່ວມມືໃນຂົງເຂດຕ່າງໆເປັນຕົ້ນ ດ້ານສາທາລະນະສຸກ, ການສຶກສາ, ກິລາ ແລະ ຂະແໜ່ງການອື່ນໆ ໃຫ້ໄດ້ຮັບການເສີມຂະຫຍາຍຍິ່ງໆຂື້ນ. ທ່ານເອກອັກຄະລັດຖະທູດ ຍັງໄດ້ກ່າວສະແດງຄວາມຂອບໃຈຕໍ່ພັກ, ລັດຖະ ບານ ແລະ ປະຊາຊົນກູບາ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຕະລອດໃນໄລຍະຜ່ານມາ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

