ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 13 ກັນຍາ 2023, ຢູ່ ຫ້ອງວ່າການລັດຖະບານຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ເຂົ້າຢ້ຽມອຳລາ ສະຫາຍ ຟາມ ມິງ ຈີ່ງ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ, ເນື່ອງໃນໂອກາດສະຫາຍຈະຈົບວາລະການດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ.
ໂອກາດນີ້, ສະຫາຍ ຟາມ ມິງ ຈີ່ງ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ໃນໄລຍະປະຕິບັດໜ້າທີ່ຢູ່ ສສ ຫວຽດນາມຂອງສະຫາຍ ແສງເພັດ ຮຸ່ງບຸນຍວງ ຕະຫຼອດໄລຍະ 4 ປີທີ່ຜ່ານມາ, ໂດຍສະເພາະໃນສະພາບການທີ່ມີລັກສະນະພິເສດ ຊຶ່ງຖືກກັບໄລຍະທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ອັນໄດ້ສົ່ງຜົນກະທົບຢ່າງຮ້າຍຕໍ່ການດໍາລົງຊີວິດຂອງມວນມະນຸດເຮົາ, ພິເສດການໄປມາຫາສູ່ຖືກຢຸດສະງັດ ລວມທັງການເຄື່ອນໄຫວວຽກງານການທູດຂອງສະຫາຍກໍຖືກກະທົບເຊັ່ນດຽວກັນ. ແຕ່ເຖິງຢ່າງໃດກໍຕາມ ໃນໄລຍະຜ່ານມາເຫັນວ່າ: ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຫວຽດນາມ-ລາວສືບຕໍ່ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ. ສອງຝ່າຍສືບຕໍ່ສາມາດຈັດການພົບປະ ປະຈໍາປີລະຫວ່າງສອງກົມການເມືອງ, ກອງປະຊຸມຄະນະກຳມະການຮ່ວມມືທະວິພາຄີລະຫວ່າງສອງລັດຖະບານຢ່າງເປັນປົກກະຕິ, ການຢ້ຽມຢາມຢ່າງເປັນທາງການຂອງການນໍາຂັ້ນສູງຂອງສອງປະເທດ ແລະ ຂັ້ນຕ່າງໆເປັນປົກກະຕິ. ພິເສດການຈັດພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ປ 2022 ເພື່ອລະນຶກຄືນສອງວັນປະຫວັດສາດທີ່ສຳຄັນຂອງຊາດຄື: ການສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ, ການພົວພັນຮ່ວມມືທາງດ້ານເສດຖະກິດລະຫວ່າງສອງປະເທດໄດ້ຮັບການສົ່ງເສີມ, ບັນດາໂຄງການຊ່ວຍເຫຼືອກໍໄດ້ຮັບປະຕິບັດຢ່າງມີປະສິດທິຜົນເປັນຕົ້ນຫໍສະພາແຫ່ງຊາດ, ໂຮງໝໍຢູ່ແຂວງຊຽງຂວາງ, ຫົວພັນ, ສະຖາບັນການເມືອງກະຊວງປ້ອງກັນຄວາສະຫງົບ, ໂຮງຮຽນຢູ່ແຂວງຄຳມ່ວນ ແລະ ອື່ນໆ. ນອກນີ້, ມູນຄ່າການຄ້າສອງສົ້ນຂອງສອງປະເທດກໍໄດ້ເພີ່ມຂຶ້ນ, ການລົງທຶນຂອງຫວຽດນາມຢູ່ລາວກໍມີທ່າອ່ຽງທີ່ເພີ່ມຂຶ້ນ ຊຶ່ງທຸກຜົນສຳເລັດດັ່ງກ່າວມີການປະກອບສ່ວນສຳຄັນຂອງສະຫາຍ ເອກອັກຄະລັດຖະທູດ.
ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງສະແດງຄວາມຂອບໃຈຢ່າງສູງຕໍ່ການນຳພັກ-ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ອຳນວຍຄວາມສະດວກໃຫ້ແກ່ການປະຕິບັດໜ້າທີ່ ທີ່ພັກ, ລັດ ມອບໝາຍໃຫ້ຈົນປະສົບຜົນສຳເລັດຢ່າງຈົບງາມ ກໍຄືສະແດງຄວາມຂອບໃຈຢ່າງໃຈຕໍ່ພັກ, ລັດ ຫວຽດນາມໃນການຕີລາຄາສູງການປະກອບສ່ວນຂອງຕົນໃນເສີມຂະຫຍາຍສາຍພົວພັນສອງປະເທດ ດ້ວຍການປະດັບຫຼຽນໄຊແຮງງານ ຊັ້ນ 1 ອັນຊົງກຽດ. ນອກນີ້, ສະຫາຍ ກໍໄດ້ສະແດງຄວາມຮູ້ບຸນຄຸນມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ຍາມໃດກໍຄ່ຽງບ່າຄ່ຽງໄຫຼ ແລະ ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອແກ່ພັກ, ລັດ ແລະ ປະຊາຊົນລາວ ໂດຍສະເພາະການຊ່ວຍເຫຼືອໃນການແກ້ໄຂທີ່ ສປປ ລາວ ພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ເງິນຕາ ແລະ ທະນາຄານ. ພ້ອມທັງສະຫາຍຍັງໄດ້ຢືນຢັນວ່າ: ເຖິງວ່າຈະສຳເລັດໜ້າທີ່ການທູດຢູ່ ສສ ຫວຽດນາມ ແລະ ກັບຄືນປະເທດຈະຢູ່ໃນຕຳແໜ່ງ ຫຼື ສະຖານະໃດກໍຕາມ, ແຕ່ຈະສືບຕໍ່ເປັນຂົວຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນທີ່ມີລັກສະນະພິເສດ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.
ນອກຈາກນີ້, ສະຫາຍນາຍົກລັດຖະມົນຕີ ຍັງໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ຮັດແໜ້ນ, ເສີມຂະຫຍາຍສາຍພົວພັນສອງຝ່າຍ ເພື່ອນຳເອົາຜົນປະໂຫຍດທີ່ແທ້ຈິງມາສູ່ປະຊາຊົນສອງຊາດ, ສືບຕໍ່ຖະໜຸຖະໜອມສາຍພົວພັນມິດຕະພາບອັນຍິ່ງ, ຄວາມສາມັກຄີພິເສດ ແລະ ການຮ່ວມືຮອບດ້ານຂອງປະເທດ ຊຶ່ງເປັນມໍລະມົກອັນລໍ້າຄ່າໃຫ້ໝັ້ນຄົງຕະຫຼອດກະລານານ. ສອງຝ່າຍຍັງໄດ້ປຶກສາຫາລຶືແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການສົ່ງເສີມທາງດ້ານການຄ້າ, ການລົງທຶນ ແລະ ມູນຄ່າການຄ້າສອງສົ້ນໃຫ້ຫຼາຍຂຶ້ນເພື່ອນັບມື້ນັບສົມຄູ່ການພົວພັນດີເລີດທາງດ້ານເມືອງ, ພິເສດ, ການຮັດແໜ້ນການຮ່ວມມືທາງດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປະສານສົມທົບກັນຢ່າງແໜ້ນແຟ້ນເພື່ອຮັບປະກັນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.
ຂ່າວ,ພາບ: ສະຖານທູດລາວທີ່ຮ່າໂນ້ຍ