ວັນທີ 20 ກັນຍາ 2023 ທີ່ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ, ສະ ຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ເຂົ້າຢ້ຽມອຳລາ ສະຫາຍ ຫງວຽນ ຟູ່ ຈ້ອງ, ເລຂາທິການໃຫຍ່ ພັກກອມມູນິດຫວຽດ ນາມ, ເນື່ອງໃນໂອກາດສະຫາຍຈະຈົບວາລະການດຳລົງຕຳແໜ່ງເປັນເອກອັກ ຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ.
ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງຝາກຄຳຢື້ຢາມຖາມຂ່າວຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດມາຍັງ ສະຫາຍ ຫງວຽນ ຟູ່ ຈ້ອງ, ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ແລະ ບັນດາສະຫາຍການນຳຂັ້ນສູງຂອງພັກກອມມູນິດຫວຽດນາມ. ສະຫາຍ ແສງເພັດ ຮຸ່ງບຸນຍວງ ຍັງໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ການນຳພັກ-ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ອຳນວຍຄວາມສະດວກຊ່ວຍເຫຼືອ ແລະ ສະ ໜັບສະໜູນຕະຫຼອດໄລຍະ ການປະຕິບັດໜ້າທີ່ ເອກອັກຄະລັດຖະທູດ ຢູ່ ສສ ຫວຽດນາມ ໂດຍສຳເລັດຢ່າງຈົບງາມ. ນອກນີ້, ສະຫາຍ ກໍໄດ້ສະແດງຄວາມຮູ້ບຸນຄຸນມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ຍາມໃດກໍຄ່ຽງບ່າຄ່ຽງໄຫຼ່ ແລະ ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອແກ່ພັກ, ລັດ ແລະ ປະຊາຊົນລາວຕະ ຫຼອດມາ. ພ້ອມດຽວກັນນັ້ນສະຫາຍຍັງໄດ້ຢືນຢັນວ່າ: ເຖິງວ່າຈະສຳເລັດໜ້າທີ່ການທູດຢູ່ ສສ ຫວຽດນາມ ແລະ ກັບຄືນປະເທດຈະຢູ່ໃນຕຳແໜ່ງ ຫຼື ສະຖານະໃດກໍຕາມ, ແຕ່ຈະສືບຕໍ່ເປັນຂົວຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນທີ່ມີລັກສະນະພິເສດ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂື້ນ.
ໂອກາດນີ້, ສະຫາຍ ເລຂາທິການໃຫຍ່ ຫງວຽນ ຟູ່ ຈ້ອງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການເຄື່ອນ ໄຫວການທູດຂອງສະຫາຍແສງເພັດ ຮຸ່ງບຸນຍວງ ຢູ່ ສສ ຫວຽດນາມ. ຕະຫຼອດໄລຍະ 4 ປີທີ່ສະຫາຍດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຢູ່ຫວຽດນາມເປັນໄລຍະທີ່ສະພາບການຂອງໂລກ, ພາກພື້ນ ແລະ ຢູ່ຫວຽດນາມມີຄວາມຫຍຸ້ງຍາກ ໂດຍສະເພາະການລະບາດພະຍາດໂຄວິດ 19, ແຕ່ສະຫາຍກໍໄດ້ເຄື່ອນໄຫວປະສານສົມທົບກັບບັນດາພາກສ່ວນກ່ຽວຂ້ອງ ແລະ ທ້ອງຖິນຂອງຫວຽດນາມ ແລະ ລາວ ຈັດຕັ້ງປະຕິບັດບັນດາແຜນການແຜນງານຮ່ວມມືລະຫວ່າງ 2 ພັກ, 2 ປະເທດຢ່າງມີປະສິດທິຜົນ. ການພົວພັນແບບພິເສດຫວຽດນາມ-ລາວຖານສະຫາຍອ້າຍນ້ອງຄີງໜຶ່ງບໍ່ມີສອງໃນໂລກນີ້ໄດ້ຮັບການເສີມຂະຫຍາຍນັບມື້ເຂົ້າສູ່ລວງເລີກ ແລະ ລວງກວ້າງ, ຈາກຜົນງານອັນໂດດເດັ່ນດັ່ງກ່າວພັກ ແລະ ລັດຖະ ບານຫວຽດນາມຈຶ່ງປະດັບຫຼຽນໄຊແຮງ ງານຊັ້ນ 1 ໃຫ້ແກ່ສະຫາຍ ພ້ອມທັງເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວຈະຍາດໄດ້ໄຊຊະນະໃໝ່ຍິ່ງໃຫຍ່ກວ່າເກົ່າໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກປະຊາຊົນປະຕິວັດລາວວາງອອກ, ພ້ອມທັງຝາກຄຳຢື້ຢາມຖາມຂ່າວ ໄປຍັງ ສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ແລະ ບັນດາສະຫາຍການນຳ, ອະດີດການນຳຂອງພັກປະຊາຊົນປະຕິວັດລາວ.
ຂ່າວ,ພາບ: ສະຖານທູດລາວທີ່ຮ່າໂນ້ຍ

