ວັນທີ 16 ພະຈິກ 2021 ທີ່ ຫ້ອງວ່າການຄະນະໂຄສະນາສຶກສາສູນກາງພັກກອມ ມູນິດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິ ສາມັນຜູ້ມີອຳນາດເຕັມແຫ່ງສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ເຂົ້າຮ່ວມພິທີເປີດຕົວປຶ້ມ: “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບລັດທິສັງຄົມ ນິຍົມ ແລະ ເສັ້ນທາງກ້າວຂຶ້ນສູ່ສັງ ຄົມນິຍົມຢູ່ຫວຽດນາມ – ຄຳຄິດຄຳເຫັນ ຢູ່ພາຍໃນ ແລະ ສາກົນ ກ່ຽວກັບບົດຂຽນ ຂອງ ສະຫາຍ ຫງວຽນ ຟູ ຈ້ອງ, ເລຂາ ທິການໃຫຍ່ຄະນະບໍລິຫານງານພັກກອມມູນິດຫວຽດນາມ”. ຝ່າຍຫວຽດ ນາມເປັນກຽດເຂົ້າຮ່ວມໂດຍ ສະຫາຍ ຫວໍ ວັນ ເຖື້ອງ, ກຳມະການກົມການເມືອງສູນພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ; ສະຫາຍ ຫງວຽນ ຈ້ອງ ເຫງ໊ຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນະສູນກາງພັກ; ສະຫາຍ ຫວູ ດຶກ ດາມ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ.
ໃນພິທີດັ່ງກ່າວ ສະຫາຍ ແສງເພັດ ຮູ່ງບູນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຂຶ້ນມີຄໍາເຫັນ ໂດຍໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຄະນະຮຽບຮຽງປື້ມເຫຼັ້ມນີ້ ຊຶ່ງເປັນການປະກອບເຂົ້າໃນຄັງສາງຄວາມຮູ້ໃຫ້ແກ່ທ່ານຜູ້ອ່ານ, ນັກຄົ້ນຄວ້າ, ນັກທິດສະດີ, ນັກການເມືອງ ແລະ ຜູ້ທີ່ມີຄວາມສົນໃຈທັງຫຼາຍ. ປື້ມເຫຼັ້ມນີ້ໄດ້ສັງລວມເອົາບົດຂຽນຂອງສະຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ ທີ່ໄດ້ຂຽນເນື່ອງໃນໂອກາດສະຫລອງວັນເກີດ ປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່ ຄົບຮອບ 131 ປີ. ເປັນບົດຂຽນທີ່ສຳຄັນ, ສັງລວມເອົາບົດຮຽນພຶດຕິກຳອັນມີຊີວິດຊີວາກ່ຽວກັບລັດທິສັງຄົມ ນິຍົມຢູ່ຫວຽດນາມ ໂດຍມີຫຼາຍເນື້ອໃນທີ່ເປັນຂໍ້ມູນຢືນຢັນເຖິງເຈດຕະນາລົມອັນແຮງກ້າຂອງພັກ ແລະ ປະຊາຊົນຫວຽດນາມ ໃນການສືບຕໍ່ກ້າວຂຶ້ນຕາມເສັ້ນທາງທີ່ພັກ, ປະທານ ໂຮ່ຈີມິນ ແລະ ປະຊາຊົນຫວຽດນາມ ໄດ້ເລືອກໄວ້ ຢ່າງໜັກແໜ້ນ.
ພ້ອມດຽວກັນນັ້ນ ສະຫາຍ ເອກອັກຄະລັດຖະທູດໄດ້ຢືນຢັນວ່າ: ສປປ ລາວ ແລະ ສສ ຫວຽດນາມ ລ້ວນແຕ່ຢຶດໝັ້ນລັດທິມາກ-ເລນິນ ແລະ ຖືລັດທິມາກເລນິນເປັນພື້ນຖານທາງດ້ານທິດສະດີ ເພື່ອຮັບໃຊ້ໃຫ້ແກ່ສອງພາລະກິດຍຸດທະສາດ ຄື ການປົກປັກຮັກສາ ແລະ ສ້າງສາປະເທດຊາດ. ທັງສອງປະເທດພວກເຮົາພວມກ້າວໄປສູ່ເປົ້າໝາຍສ້າງສັງຄົມນິຍົມ ດັ່ງທີ່ໄດ້ກຳນົດໄວ້ຢູ່ໃນບັນດາມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກໃນແຕ່ລະສະໄໝ. ນອກຈາກນີ້, ສະຫາຍກໍໄດ້ສະແດງຄວາມເຊື່ອໝັ້ນວ່າ ໂດຍການຢຶດໝັ້ນທິດສະດີ ມາກ- ເລນິນ,ແນວຄິດ ໂຮ່ຈີມິນ ໂດຍພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ,ມູນເຊື້ອຄວາມສາມັກຄີເປັນປຶກແຜ່ນ,ມູນເຊື້ອຮັກ ຊາດ,ດຸໝັ່ນ,ອົດທົນ,ກ້າແກ່ນພິລະອາດຫານຂອງປະຊາຊົນຫວຽດນາມ, ຫວຽດນາມຈະສາມາດບັນລຸການສ້າງປະຖົມປັດໃຈດ້ານຕ່າງໆ ເພື່ອກ້າວຂຶ້ນສັງຄົມນິຍົມຕາມເປົ້າໝາຍທີ່ວາງໄວ້.
