ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 07 ກັນຍາ 2023, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ເຂົ້າຢ້ຽມອຳລາ ສະຫາຍ ພົນເອກ ໂຕ ເລີມ, ກຳ ມະການກົມການເມືອງສູນກາງພັກ, ລັດ ຖະມົນຕີກະຊວງຕຳຫຼວດຫວຽດນາມ, ເນື່ອງໃນໂອກາດທ່ານທູດຈະຈົບວາລະການດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ.
ໂອກາດນີ້, ສະຫາຍພົນເອກ ໂຕ ເລີມ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງຕຳຫຼວດຫວຽດ ນາມ, ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳ ເລັດທີ່ຍາດມາໄດ້ໃນໄລຍະປະຕິບັດໜ້າທີ່ຢູ່ ສສ ຫວຽດນາມຂອງສະຫາຍ ແສງເພັດ ຮຸ່ງບຸນຍວງ ຕະຫຼອດໄລຍະເວລາຜ່ານມາ, ເຊີ່ງສະຫາຍເອກອັກຄະລັດຖະທູດໄດ້ປະກອບສ່ວນອັນສຳຄັນຢ່າງໃຫຍ່ຫຼວງເຂົ້າໃນການຊຸກຍູ້ການພົວພັນ ແລະ ການຮ່ວມມືສອງຝ່າຍຂອງສອງປະເທດເວົ້າລວມ, ເວົ້າສະເພາະແມ່ນສອງກະຊວງຕຳຫຼວດຫວຽດນາມ ແລະ ລາວ. ພ້ອມດຽວກັນນັ້ນ ສະຫາຍລັດຖະມົນຕີຍັງໄດ້ແຈ້ງໃຫ້ຊາບກ່ຽວກັບການເດີນທາງຢ້ຽມຢາມລາວຢ່າງເປັນທາງການໃນທ້າຍເດືອນກັນຍາ 2023, ເພື່ອສືບຕໍ່ຮ່ວມມືສອງຝ່າຍທັງເປັນການເສີມສ້າງສາຍພົວພັນມິດຕະພາບລະ ຫວ່າງສອງຊາດຫວຽດນາມ-ລາວໃຫ້ນັບມື້ເພີ່ມພູນຄູນສ້າງ ແລະ ງອກງາມຕະຫຼອດໄປ.
ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງສະແດງຄວາມຂອບໃຈຢ່າງສູງຕໍ່ການນຳພັກ-ລັດ ແລະ ປະຊາຊົນຫວຽດນາມ ໂດຍສະເພາະແມ່ນກະຊວງຕຳຫຼວດຫວຽດນາມ ທີ່ໄດ້ອຳນວຍຄວາມສະດວກໃຫ້ແກ່ການປະຕິບັດໜ້າທີ່ ທີ່ພັກ, ລັດ ມອບໝາຍໃຫ້ຈົນປະສົບຜົນສຳເລັດຢ່າງຈົບງາມ ພ້ອມທັງຢືນຢັນວ່າ: ເຖິງວ່າຈະສຳເລັດໜ້າທີ່ການທູດຢູ່ ສສ ຫວຽດນາ ແລະ ກັບຄືນປະເທດຈະຢູ່ໃນຕຳແໜ່ງ ຫຼື ສະຖານະໃດກໍຕາມ, ແຕ່ຈະສືບຕໍ່ເປັນຂົວຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ- ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມເວົ້າລວມ, ເວົ້າສະເພາະແມ່ນສອງກະຊວງຕຳຫຼວດລາວ-ຫວຽດ ນາມໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂື້ນ.
ຂ່າວ,ພາບ: ສະຖານທູດລາວທີ່ຮ່າໂນ້ຍ