ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 21 ກັນຍາ 2023 ຢູ່ຫ້ອງວ່າການປະທານປະເທດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ເຂົ້າຢ້ຽມອຳລາ ສະຫາຍ ຫວໍ ວັນ ເຖື້ອງ, ປະທານປະເທດແຫ່ງ ສສ ຫວຽດນາມ, ເນື່ອງໃນໂອກາດສະຫາຍຈະຈົບວາລະ ການດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ.
ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ປະທານປະເທດ ກໍ່ຄືການນຳຂັ້ນສູງ ພັກ-ລັດ ແລະ ປະຊາຊົນ ຫວຽດນາມ ທີ່ໄດ້ໃຫ້ ການຕ້ອນຮັບ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ຕະຫຼອດໄລຍະ 4 ປີ ແຫ່ງການປະຕິບັດໜ້າທີເປັນເອກອັກຄະລັດຖະທູດ ຂອງຕົນ. ນອກນີ້, ສະຫາຍ ຍັງໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງຫວຽດນາມພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ເຮັດໃຫ້ປະເທດ ແລະ ປະຊາຊົນຫວຽດນາມນັບມື້ພັດທະນາຂຶ້ນເປັນກ້າວໆ, ພ້ອມທັງ ສາມາດຄວບຄຸມພະຍາດໂຄວິດ-19ໄດ້ເປັນຢ່າງດີ ເຮັດໃຫ້ ຫວຽດນາມ ສາມາດຟື້ນໂຕໄວ ແລະ ກາຍເປັນໜຶ່ງໃນປະເທດທີ່ມີເສດຖະກິດຂະຫຍາຍຕົວສູງໃນໂລກ. ພ້ອມທັງ ໄດ້ຮັບບົດບາດສໍາຄັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນວ່າ ການເປັນປະທານອາຊຽນປີ 2020 ແລະ ໄດ້ຮັບເລືອກເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.
ພ້ອມດຽວກັນນັ້ນສະຫາຍ ເອກອັກຄະລັດຖະທູດ ຍັງໄດ້ສະແດງຄວາມຊົມເຊີຍຫວຽດນາມໃນການເພີ່ມທະວີ ແລະ ຍົກລະດັບການພົວພັນຮ່ວມມືກັບຫຼາຍປະເທດມະຫາອຳນາດ ໃນນັ້ນມີອາເມລິກາ ເຮັດໃຫ້ບົດບາດຂອງຫວຽດນາມໃນເວທີສາກົນນັບມື້ເພີ່ມຂຶ້ນ. ສະແດງຄວາມເຊື່ອໝັ້ນວ່າຫວຽດນາມຈະປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົວປະເທດຄັ້ງທີ 13 ຂອງພັກສຳເລັດຜົນ ຢ່າງຈົບງາມເພື່ອໃຫ້ກາຍເປັນປະເທດພັດທະນາ ແລະ ມີລາຍຮັບສູງໃນປີ 2045. ພ້ອມນັ້ນ ຢືນຢັນວ່າ: ເຖິງວ່າຈະສຳເລັດໜ້າທີ່ການທູດຢູ່ ສສ ຫວຽດນາມ ແລະ ກັບຄືນປະເທດຈະຢູ່ໃນສະຖານະໃດກໍຕາມ, ກໍຈະສືບຕໍ່ເປັນຂົວຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນອັນພິເສດ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂື້ນ.
ໂອກາດນີ້, ສະຫາຍ ຫວໍ ວັນ ເຖື້ອງ, ປະທານປະເທດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ໃນໄລຍະປະຕິບັດໜ້າທີ່ຢູ່ ສສ ຫວຽດນາມຂອງສະຫາຍ ແສງເພັດ ຮຸ່ງບຸນຍວງ ຕະຫຼອດໄລຍະ 4 ປີທີ່ຜ່ານມາ. ໃນໄລຍະຜ່ານມາເສດຖະກິດຂອງຫວຽດນາມມີການຂະຫຍາຍຕົວໃນຈັງວະທີ່ເພີ່ງພໍໃຈ ນອກຈາກຄວາມພະຍາຍາມພາຍໃນປະເທດແລ້ວ ກໍ່ຍ້ອນໄດ້ຮັບການສະໜັບສະໜູນຂອງພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວອ້າຍນ້ອງ. ເຖິງຢ່າງໃດກໍຕາມ ໃນໄລຍະຜ່ານມາເຫັນວ່າ: ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຫວຽດນາມ-ລາວສືບຕໍ່ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ. ສອງຝ່າຍສືບຕໍ່ສາມາດຈັດການພົບປະ ປະຈໍາປີລະຫວ່າງສອງກົມການເມືອງ, ກອງປະຊຸມຄະນະກຳມະການຮ່ວມມືທະວິພາຄີລະຫວ່າງສອງລັດຖະບານຢ່າງເປັນປົກກະຕິ, ການຢ້ຽມຢາມຢ່າງເປັນທາງການຂອງການ ນໍາຂັ້ນສູງຂອງສອງປະເທດ ແລະ ຂັ້ນຕ່າງໆເປັນປົກກະຕິ. ເຮັດໃຫ້ມູນຄ່າການຄ້າສອງສົ້ນຂອງສອງປະເທດກໍໄດ້ເພີ່ມຂຶ້ນ, ການລົງທຶນຂອງຫວຽດນາມຢູ່ລາວກໍມີທ່າອ່ຽງທີ່ເພີ່ມຂຶ້ນ ຊຶ່ງທຸກຜົນສຳເລັດດັ່ງກ່າວມີການປະກອບສ່ວນສຳຄັນຂອງສະຫາຍ ເອກອັກຄະລັດຖະທູດ. ພ້ອມດຽວກັນນັ້ນ, ສະຫາຍປະທານປະເທດກໍໄດ້ຝາກຄວາມຢື້ຢາມຖາມຂ່າວເຖີງສະຫາຍເລຂາທິການໃຫຍ່. ປະທານປະເທດ, ບັນດາສະຫາຍການນຳ, ອະດີດການນຳຂອງລາວອີກດ້ວຍ.
ຂ່າວ,ພາບ: ສະຖານທູດລາວທີ່ຮ່າໂນ້ຍ
See insights and ads
Boost post
All reactions:

18