ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 20 ກັນຍາ 2023, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ເຂົ້າຢ້ຽມອຳລາ ສະຫາຍ ດິ້ງ ຕ້ຽນ ຢູ່ງ, ກຳມະການກົມການເມືອງສູນກາງພັກ, ເລຂາພັກນະຄອນຫຼວງຮ່າໂນ້ຍ, ເນື່ອງໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດຢູ່ ສສ ຫວຽດນາມ.
ໂອກາດນີ້, ສະຫາຍ ດິ້ງ ຕ້ຽນ ຢູ່ງ, ກຳມະການກົມການເມືອງສູນກາງພັກ, ເລຂາພັກນະຄອນຫຼວງຮ່າໂນ້ຍ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ໃນໄລຍະປະຕິບັດໜ້າທີ່ຢູ່ ສສ ຫວຽດນາມ ຂອງສະຫາຍ ແສງເພັດ ຮຸ່ງບຸນຍວງ, ເຊີ່ງສະຫາຍເອກອັກຄະລັດຖະທູດໄດ້ປະກອບສ່ວນອັນສຳຄັນຫຼາຍເຂົ້າໃນການຊຸກຍູ້ການພົວພັນ ແລະ ການຮ່ວມມືສອງຝ່າຍ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນ ສອງນະຄອນຫຼວງ ຮ່າໂນ້ຍ-ວຽງຈັນ, ຊຶ່ງມັນໄດ້ສະແດງອອກ ສະຫາຍເອກອັກຄະລັດຖະທູດໄດ້ຮັບການປະດັບຫຼຽນໄຊແຮງງານຊັ້ນ 1 ຂອງພັກ, ລັດຫວຽດນາມ.
ສະຫາຍເລຂາພັກນະຄອນຫຼວງຮ່າໂນ້ຍ ໄດ້ຕີລາຄາວ່າ ການຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ເຖິງວ່າຈະພົບກັບຄວາມຫຍຸ້ງຍາກຈາການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ສອງປະເທດ ຍັງຮັກສາໄດ້ການພົວພັນຮ່ວມມືອັນເປັນປົກກະຕິ, ມີການແລກປ່ຽນການຢ້ຽມຢາມໃນທຸກລະດັບ, ການຄ້າສອງຝ່າຍ ເພີ່ມຂຶ້ນສະເລ່ຍ 10% ຕໍ່ປີ, ການລົງທຶນຂອງນັກລົງທຶນຫວຽດນາມໄປລົງທຶນຢູ່ລາວເປັນອັນດັບໜຶ່ງຂອງການລົງທຶນຂອງຫວຽດນາມຢູ່ຕ່າງປະເທດ. ພິເສດ ປີ 2022 ເປັນປີທີ່ສອງປະເທດຮ່ວມກັນສະເຫຼີມສະຫຼອງສອງວັນປະຫວັດສາດ ມີຫຼາຍກິດຈະກຳໄດ້ຖືກຈັດຂຶ້ນໃນຫຼາຍແຂວງທ້ອງຖິນ ກໍ່ຄື ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນ ຫຼວງວຽງຈັນ. ປັດຈຸບັນ ນະຄອນຫຼວງຮ່າໂນ້ຍ ບໍ່ພຽງແຕ່ມີການຮ່ວມມືກັບ ນະຄອນຫຼວງວຽງຈັນເທົ່ານັ້ນ ແຕ່ຍັງມີການຮ່ວມມືຢ່າງກວ້າງຂວາງ ກັບບັນດາແຂວງພາກເໜືອຂອງລາວ ແລະ ຕໍ່ໄປກໍ່ມີແຜນຈະຂະຫຍາຍໄປຫຼາຍແຂວງຕື່ມອີກ.
ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງສະຫາຍ ດິ້ງ ຕ້ຽນ ຢູ່ງ, ກຳມະການກົມການເມືອງສູນກາງພັກ, ເລຂາພັກນະຄອນຫຼວງຮ່າໂນ້ຍ, ພ້ອມທັງສະແດງຄວາມຂອບໃຈ ຕໍ່ການນຳພັກ-ລັດ ແລະ ປະຊາຊົນຫວຽດນາມ ໂດຍສະເພາະ ແມ່ນຄະນະພັກ ແລະ ອຳນາດການປົກຄອງນະຄອນຫຼວງຮ່າໂນ້ຍ ທີ່ໄດ້ອຳນວຍຄວາມສະດວກຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສສ ຫວຽດນາມ. ພ້ອມທັງຢືນຢັນວ່າ ເຖິງວ່າຈະສຳເລັດ ໜ້າທີ່ການທູດຢູ່ ສສ ຫວຽດນາມ ແລ້ວກໍຕາມ, ແຕ່ຍັງຈະສືບຕໍ່ເປັນຂົວຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມເວົ້າລວມ, ເວົ້າສະເພາະແມ່ນນະຄອນຫຼວງວຽງຈັນ ສປປ ລາວ-ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂື້ນ.
ຂ່າວ,ພາບ: ສະຖານທູດລາວທີ່ຮ່າໂນ້ຍ