ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 25 ກັນຍາ 2023, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ເຂົ້າຢ້ຽມອຳລາ ສະຫາຍພົນເອກ ຟານ ວັນ ຢາງ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະທດຫວຽດນາມ, ເນື່ອງໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດຢູ່ ສສ ຫວຽດນາມ.
ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງສະຫາຍພົນເອກ ຟານ ວັນ ຢາງ ພ້ອມທັງສະແດງຄວາມຂອບໃຈ ຕໍ່ການນຳພັກ-ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ໂດຍສະ ເພາະ ແມ່ນກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ອຳນວຍຄວາມສະ ດວກຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສສ ຫວຽດນາມ. ພ້ອມທັງສະແດງຄວາມຂອບໃຈຢ່າງສູງມາຍັງກະຊວງປ້ອງກັນປະເທດຫວຽດ ນາມໄດ້ໃຫ້ການຊ່ວຍເຫຼືອສະໜັບສະ ໜູນກະຊວງປ້ອງກັນປະເທດລາວໃນໄລ ຍະຜ່ານມາໂດຍສະເພາະແມ່ນການສ້າງພື້ນຖານໂຄງລ່າງ, ໄດ້ຈັດຕັ້ງປະຕິບັດແຜນ ການໂຄງການຮ່ວມມືຕ່າງໆການສ້າງຊັບພະຍາກອນມະນຸດໃຫ້ແກ່ລາວ ພິເສດແມ່ນສ້າງກຳລັງປະກອບອາວຸດ. ນອກນີ້, ສະຫາຍ ຍັງໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງຫວຽດນາມພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ໂດຍມີສະຫາຍ ຫງວຽນ ຟູ ຈ້ອງ ເປັນເລຂາທິການມໃຫຍ່ ເປັນຜູ້ຊີ້ນຳ ໄດ້ເຮັດໃຫ້ປະເທດ ແລະ ປະຊາຊົນຫວຽດນາມນັບມື້ພັດທະນາຂຶ້ນເປັນກ້າວໆ, ພ້ອມທັງ ສາມາດຄວບຄຸມພະຍາດໂຄວິດ-19 ໄດ້ເປັນຢ່າງດີ ຊຶ່ງເຮັດໃຫ້ຫວຽດນາມ ສາ ມາດຟື້ນໂຕໄວ ແລະ ກາຍເປັນໜຶ່ງໃນປະເທດທີ່ມີເສດຖະກິດຂະຫຍາຍຕົວໄວທີ່ສຸດໃນໂລກ. ນອກຈາກນັ້ນ, ໃນໄລຍະຜ່ານມາເຖິງສະພາບການຈະຫຍຸ້ງຍາກແຕ່ຫວຽດນາມສາມາດສຳເລັດຢ່າງຈົບງາມເປັນປະທານອາຊຽນປີ 2020 ແລະ ເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ແລະ ຍົກລະດັບການພົວພັນຮ່ວມມືກັບຫຼາຍປະເທດ ອັນໄດ້ເຮັດໃຫ້ບົດບາດ ແລະ ອິດທິພົນຂອງ ສສ ຫວຽດນາມ ໃນເວທີພາກພື້ນ ແລະ ສາກົນ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ສະຫາຍເອກອັກຄະລັດຖະທູດຍັງສະແດງຄວາມເຊື່ອໝັ້ນວ່າຫວຽດນາມຈະປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ປະສົບຜົນ ສຳເລັດຜົນຢ່າງຈົບງາມເພື່ອນຳເອົາປະ ເທດຫວຽດນາມ ກາຍເປັນປະເທດພັດ ທະນາ ແລະ ມີລາຍຮັບສູງໃນປີ 2045. ໂອກາດນີ້ ສະຫາຍຍັງໄດ້ຢືນຢັນວ່າ: ເຖິງວ່າຈະສຳເລັດໜ້າທີ່ການທູດຢູ່ ສສ ຫວຽດນາມ ແລະ ກັບຄືນປະເທດຈະຢູ່ໃນສະຖານະໃດກໍຕາມ, ກໍຈະສືບຕໍ່ເປັນຂົວຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ, ແລະ ປະຊາຊົນສອງຊາດ ໂດຍສະເພາະແມ່ນລະຫວ່າງສອງກະຊວງປ້ອງກັນປະເທດລາວ ແລະ ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂື້ນ.
ສະຫາຍພົນເອກ ຟານ ວັນ ຢາງ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດທີ່ຍາດມາໄດ້ໃນໄລຍະປະຕິບັດໜ້າທີ່ຢູ່ ສສ ຫວຽດນາມຂອງສະຫາຍ ແສງເພັດ ຮຸ່ງບຸນຍວງ ຕະຫຼອດໄລຍະ 4 ປີທີ່ຜ່ານມາ. ສະຫາຍເອກອັກຄະລັດຖະທູດໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການຊຸກຍູ້ສົ່ງເສີມ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດຫວຽດນາມ-ລາວໃຫ້ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ. ການຮ່ວມມືລະຫວ່າງສອງກອງທັບສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ, ໂດຍສະເພາະແມ່ນການຮ່ວມມືສອງຝ່າຍ, ວຽກງານປ້ອງກັນຊາດປ້ອງກັນຄວາມສະງົບຕາມຊາຍແດນໄດ້ຮັບການຮ່ວມມືກັນເປັນຢ່າງດີ, ການຢ້ຽມຢາມຢ່າງເປັນທາງການຂອງການນໍາຂັ້ນສູງຂອງສອງປະເທດ ແລະ ຂັ້ນຕ່າງໆເປັນປົກກະຕິ. ຊຶ່ງທຸກຜົນສຳເລັດດັ່ງກ່າວມີການປະກອບສ່ວນສຳຄັນຂອງສະຫາຍ ເອກອັກຄະລັດຖະທູດ. ພ້ອມດຽວກັນນັ້ນ, ສະຫາຍລັດຖະມົນຕີກໍໄດ້ຝາກຄວາມຢື້ຢາມຖາມຂ່າວເຖີງ ສະຫາຍລັດຖະມົນຕີກະຊວງປ້ອງກັນປະເທດອີກດ້ວຍ.
ຂ່າວ,ພາບ: ສະຖານທູດລາວທີ່ຮ່າໂນ້ຍ