ວັນທີ 05 ຕຸລາ 2023 ທີ່ ຫໍສະພາແຫ່ງຊາດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດ ຖະທູດວິສາ ມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ
ໄດ້ເຂົ້າຢ້ຽມອຳລາ ສະຫາຍ ເວືອງ ດິງ ເຫະ, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດຫວຽດນາມ ເນື່ອງໃນໂອກາດທີ່ສະຫາຍຈະຈົບວາລະການດຳລົງຕຳແໜ່ງ
ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສປປ ລາວ ປະຈໍາ ສສ ຫວຽດນາມ. ໂອກາດນີ້, ສະຫາຍ ປະທານສະພາແຫ່ງຊາດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ
ທີ່ຍາດມາໄດ້ໃນໄລຍະ 4 ປີ ທີ່ປະຕິບັດໜ້າທີ່ຢູ່ ສສ ຫວຽດນາມຂອງສະຫາຍເອກອັກຄະລັດຖະທູດ.

ຕະຫຼອດໄລຍະປະຈໍາການ ສະຫາຍເອກອັກຄະລັດຖະທູດ ໄດ້ປະກອບສ່ວນສໍາຄັນໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມື
ຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ, ເຖິງວ່າໃນໄລຍະດັ່ງກ່າວ ສອງປະເທດ ກໍ່ຄື ທົ່ວໂລກພວມປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ທັງສອງປະເທດ ກໍ່ສາ
ມາດຮ່ວມກັນຈັດບັນດາວັນບຸນໃຫຍ່ ແລະ ກິດຈະກຳສຳຄັນຫຼາຍຢ່າງ ຂອງທັງສອງປະເທດ ຢ່າງເປັນຂະບວນຟົດຟື້ນ. ສະເພາະສະພາແຫ່ງຊາດຂອງສອງປະເທດ ກໍ່ມີການຮ່ວມມືກັນຢ່າງ
ກວ້າງຂວາງ ແລະ ເລິກເຊິ່ງ, ສະເພາະໃນປີ 2021 ຜ່ານມາ ສອງປະທານສະພາແຫ່ງຊາດ ກໍ່ໄດ້ມີການພົບປະແລກປ່ຽນກັນຢ່າງເປັນປົກກະຕິ. ໃນນັ້ນ, ຍັງມີບັນດາຮອງປະທານສະພາແຫ່ງ
ຊາດຂອງທັງສອງປະເທດກໍ່ໄດ້ຜັດປ່ຽນກັນຢ້ຽມຢາມແລະແລກປ່ຽນຫົວຂໍ້ສະເພາະເຊິ່ງກັນແລະກັນ.ປະທານສະພາແຫ່ງຊາດຫວຽດນາມ ກໍ່ໄດ້ສະແດງຄວາມຂອບໃຈມາຍັງສະພາແຫ່ງຊາດ
ລາວ ທີ່ໄດ້ສົ່ງຄະນະຜູ້ແທນມາເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນສະພາໜຸ່ມສາກົນ ຄັ້ງທີ 9 ທີ່ສະພາແຫ່ງຊາດຫວຽດນາມເປັນເຈົ້າພາບ. ພ້ອມນີ້, ສອງຝ່າຍຍັງໄດ້ຮ່ວມກັນສ້າງກົນໄກໃໝ່
ທີ່ມີປະໂຫຍດເພື່ອຮັບໃຊ້ໃຫ້ແກ່ການຮ່ວມມືສອງປະເທດ ແລະ ສ້າງກົນໄກ 3 ຝ່າຍ ລາວ-ຫວຽດນາມ-ກຳປູເຈຍ ໃນນັ້ນມີການພົບປະສຸດຍອດຂອງສາມຜູ້ນຳພັກ ເຊິ່ງຈັດຂື້ນສອງຄັ້ງໃນປີ
2021ແລະ2023 ຜ່ານມາ, ການກະກຽມຈັດການພົບປະສຸດຍອດປະທານສະພາສາມປະເທດ ລາວ-ຫວຽດນາມ-ກຳປູເຈຍ ທີ່ຈະຈັດໃນທ້າຍປີ 2023 ນີ້ ເຊິ່ງເປັນຄັ້ງທຳອິດທີ່ຈະໄດ້ຈັດຂື້ນທີ່
ສປປ ລາວ. ສໍາລັບປີ 2024 ທີ່ຈະມາເຖິງນີ້, ສປປ ລາວ ຈະເປັນປະທານກອງປະຊຸມສຸດຍອດອາຊຽນໃນນັ້ນ, ລວມມີການເປັນເຈົ້າພາບກອງປະຊຸມສຳຄັນຫຼາຍກອງປະຊຸມ ລວມມີທັງກອງ
ປະຊຸມອາຍປາ (AIPA) ຄັ້ງທີ 45 ອີກດ້ວຍ, ສະຫາຍປະທານສະພາແຫ່ງຊາດຫວຽດນາມ ຍັງໄດ້ແຈ້ງໃຫ້ຊາບວ່າສະພາແຫ່ງຊາດຫວຽດນາມ ພ້ອມທີ່ຈະໃຫ້ການສະໜັບສະໜູນຢ່າງສຸດ
ຄວາມສາມາດຂອງຕົນແກ່ສປປ ລາວ ຂອງພວກເຮົາ, ຕອນທ້າຍ ສະຫາຍ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ສະຫາຍເລຂາທິການໃຫຍ່, ປະທານປະເທດ, ປະທານສະພາແຫ່ງຊາດ,
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອີກດ້ວຍ.

ສະຫາຍເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ສະພາແຫ່ງຊາດຫວຽດນາມ ໂດຍສະເພາະສະຫາຍປະທານສະພາແຫ່ງຊາດ ທີ່ຍາມໃດກໍ່ໄດ້ໃຫ້ການສະໜັບສະໜູນ ສະຖານທູດລາວ
ປະຈຳຫວຽດນາມ ມາຕະຫຼອດເຮັດໃຫ້ສາມາດສໍາເລັດໜ້າທີ່ອັນສໍາຄັນທຸກຢ່າງທີ່ປະເທດຊາດມອບໝາຍໃຫ້; ຕີລາຄາສູງ ພັກ ລັດ ສະພາແຫ່ງຊາດ ແລະ ປະຊາຊົນ ຫວຽດນາມ ທີ່ຍາມໃດກໍ່
ໄດ້ໃຫ້ການຊ່ວຍເຫຼືອ ພັກ ລັດ ສະພາແຫ່ງຊາດແລະປະຊາຊົນລາວ ຕະຫຼອດມາບໍ່ວ່າໃນຍາມພົບກັບວິກິດການຕ່າງໆເຊັ່ນ: ໄພພິບັດທາງທຳມະຊາດ, ພະຍາດລະບາດຕ່າງໆ. ພ້ອມທັງຕີລາຄາ
ສູງຕໍ່ຜົນສຳເລັດຂອງຫວຽດນາມພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ເຮັດໃຫ້ປະເທດ ແລະປະຊາຊົນຫວຽດນາມນັບມື້ພັດທະນາຂຶ້ນເປັນກ້າວໆ, ສາມາດຄວບຄຸມພະຍາດໂຄ
ວິດ-19 ໄດ້ເປັນຢ່າງດີເຮັດໃຫ້ປະເທດຫວຽດນາມ ສາມາດຟື້ນໂຕໄດ້ໂດຍໄວຈາກຜົນກະທົບຂອງການແຜ່ລະບາດພະຍາດໂຄວິດ19ແລະກາຍເປັນໜຶ່ງໃນປະເທດທີ່ມີເສດຖະກິດຂະຫຍາຍຕົວ
ສູງໃນໂລກ ແລະ ໄດ້ຮັບບົດບາດສໍາຄັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນວ່າການເປັນປະທານອາຊຽນປີ 2020 ແລະ ໄດ້ຮັບເລືອກເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະ
ຫະປະຊາຊາດ.

ພ້ອມດຽວກັນນັ້ນສະຫາຍ ເອກອັກຄະລັດຖະທູດ ຍັງໄດ້ສະແດງຄວາມຊົມເຊີຍຫວຽດນາມ ໃນການເພີ່ມທະວີ ແລະ ຍົກລະດັບການພົວພັນຮ່ວມມືກັບຫຼາຍປະເທດມະຫາອຳນາດເຮັດໃຫ້ບົດ
ບາດຂອງຫວຽດນາມ ໃນເວທີສາກົນນັບມື້ເພີ່ມຂຶ້ນ. ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ໃຫ້ສຳເລັດຜົນຢ່າງຈົບ
ງາມ ເພື່ອກາຍເປັນປະເທດພັດທະນາ ແລະ ມີລາຍຮັບສູງໃນປີ 2045. ພ້ອມນັ້ນ ຢືນຢັນວ່າ: ເຖິງວ່າຈະສຳເລັດໜ້າທີ່ການທູດຢູ່ ສສ ຫວຽດນາມ ແລະ ກັບຄືນປະເທດ ຈະຢູ່ໃນສະຖານະໃດກໍ
ຕາມ, ກໍຈະສືບຕໍ່ເປັນຂົວຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນອັນພິເສດ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂື້ນ.

ຂ່າວ,ພາບ: ສະຖານທູດລາວທີ່ຮ່າໂນ້ຍ