ໃນ ວັນທີ 01 ກັນຍາ 2021, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດ ຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະຈາກສະຖານທູດລາວ ເຂົ້າອວຍ ພອນສະຫາຍ ຫງວຽນ ກວັກ ຢູ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເນື່ອງໃນໂອກາດວັນຊາດຂອງ ສສ ຫວຽດນາມ ຄົບຮອບ 76 ປີ (2/9/1945-2/9/2021).
ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຂອບໃຈມາຍັງ ສະຫາຍ ຫງວຽນ ກວັກ ຢຸ້ງ, ຮອງລັດຖະມົນຕີກະ ຊວງການຕ່າງປະເທດຫວຽດນາມ ທີ່ໄດ້ຍາດເວລາອັນມີຄຸນຄ່າຕ້ອນຮັບຄະນະ, ພ້ອມທັງຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ນຳ ພາຄະນະສະຖານທູດ ມາອວຍພອນກະ ຊວງການຕ່າງປະເທດຫວຽດນາມ ເນື່ອງໃນໂອກາດວັນຊາດ ແຫ່ງ ສສ ຫວຽດ ນາມ ຄົບຮອບ 76 ປີ.
ສະຫາຍ ເອກອັກຄະລັດຖະທູດ ຕີລາຄາສູງຕໍ່ຜົນສໍາເລັດດ້ານຕ່າງໆຂອງຫວຽດ ນາມທີ່ຍາດມາໄດ້ໃນຕະຫລອດໄລຍະ 76 ປີຜ່ານມາ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ທີ່ໄດ້ນຳພາປະຊາຊົນຫວຽດ ນາມອ້າຍນ້ອງຕໍ່ສູ້ຢ່າງພິລະອາດຫານ ເພື່ອຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນ ແລະ ຈັກກະພັດ ຈົນສາມາດຍາດເອົາເອກະລາດແຫ່ງຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ ໃນປີ 1975 ຢ່າງສະຫງ່າອົງອາດ. ນັບແຕ່ນັ້ນເປັນຕົ້ນມາ, ສສ ຫວຽດນາມ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໂດຍສະເພາະຕະຫຼອດໄລຍະກວ່າ 3 ທົດສະວັດ ແຫ່ງການປະຕິບັດພາລະກິດປ່ຽນແປງໃໝ່, ຫວຽດນາມ ຍາດໄດ້ຜົນສຳເລັດອັນໃຫຍ່ ຫຼວງ ແລະ ມີຄວາມໝາຍສຳຄັນທາງດ້ານປະຫວັດສາດ, ພັດທະນາຢ່າງແຂງແຮງ ແລະ ຮອບດ້ານໃນທຸກຂົງເຂດເຊັ່ນ: ການເມືອງມີຄວາມໜັກ ແໜ້ນ, ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໄດ້ກາຍເປັນກຳລັງຫຼັກ ແລະ ຮັບປະກັນໄດ້ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ເສດ ຖະກິດມີການຂະຫຍາຍຕົວດ້ວຍຈັງຫວະດີຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງໃຫ້ດີຂຶ້ນຢ່າງຈະແຈ້ງ, ຖານະບົດບາດ ແລະ ອິດທິພົນຂອງ ສສ ຫວຽດນາມ ນັບມື້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ພ້ອມດຽວກັນນັ້ນ, ສະຫາຍ ເອກອັກຄະລັດຖະທູດ ກໍໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໃນຕົ້ນປີ 2021 ທີ່ຜ່ານມາ ຊຶ່ງກອງປະຊຸມຄັ້ງນີ້ໄດ້ວາງແຜນການພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ (2021-2025) ກໍຄືວິໄສທັດຮອດປີ 2030 ເນື່ອງໃນໂອກາດສະເຫຼີມສະຫຼອງຄົບ ຮອບ 100 ປີ ສ້າງຕັ້ງພັກກອມມູນິດຫວຽດນາມ ເພື່ອໃຫ້ກາຍເປັນປະເທດກຳລັງພັດທະນາ ຕາມທິດອຸດສາຫະກໍາທັນສະໄໝ, ມີລາຍຮັບ ປານກາງສູງ ແລະ ວິໄສທັດຮອດປີ 2045 ກາຍເປັນປະເທດພັດທະນາທີ່ມີລາຍຮັບສູງ, ພິເສດຜົນສໍາເລັດຂອງການພັດທະນາເສດຖະກິດສັງຄົມຂອງ ສສ ຫຽດນາມ ໄດ້ກາຍເປັນພະລັງແຮງໃຫ້ແກ່ ສປປ ລາວ ໃນການນຳພາປະເທດຊາດສ້າງເສດຖະກິດໃຫ້ນັບມື້ມີລາຍຮັບສູງຂຶ້ນ, ທາງດ້ານການພົວພັນຂອງສອງປະເທດມີການຂະຫຍາຍ ຕົວນັບມື້ເຂົ້າສູລວງເລິກ, ສະແດງອອກໃນສະພາບທີ່ມີການລະບາດຂອງເຊື້ອພະຍາດໂຄວິດ-19 ກຳລັງລະບາດ ໃນທົ່ວໂລກນັບທັງລາວ ແລະ ຫວຽດນາມ, ແຕ່ການນຳຂັ້ນສູງຂອງສອງປະເທດກໍຍັງໄປມາຫາສູກັນໄດ້ໂດຍບໍ່ໄດ້ຖືເອົາການລະ ບາດຂອງເຊື້ອພະຍາດໂຄວິດມາເປັນອຸປະສັກກີດຂວາງການແລກປ່ຽນການຢ້ຽມຢາມລະຫວ່າງການນໍາຂັ້ນສູງຂອງທັງສອງປະເທດໃນໄລຍະຜ່ານມາ.
ໃນໂອກາດດຽວກັນ, ສະຫາຍ ຫງວຽນ ກວັກ ຢຸ້ງ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງສະຫາຍ ເອກອັກຄະລັດຖະທູດ ພ້ອມດ້ວຍຄະນະນຳ ທີ່ໄດ້ມາອວຍພອນ ແລະ ໄດ້ຕີລາຄາສູງຕໍ່ຜົນສຳເລັດໃນການພັດທະນາປະເທດຂອງລາວທີ່ຍາດມາໄດ້ໃນໄລະຍຜ່ານມາ, ພ້ອມຕີລາຄາສູງຕໍ່ ການພົວພັນມິດຕະພາບອັນຍິ່ງໃຫຍ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ທີ່ມີມາແລ້ວນັ້ນນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ, ໃນຕໍ່ໜ້າກະຊວງການຕ່າງປະເທດຂອງສອງປະເທດ ຈະໄດ້ເປັນໃຈກາງໃນການຈັດຕັ້ງປະຕິບັດບັນດາແຜນງານໂຄງການທີ່ທັງສອງປະເທດໄດ້ເຊັນຮ່ວມກັນໃນໄລຍະທີ່ການນຳຂັ້ນສູງຂອງສອງປະເທດຢ້ຽມຢາມເຊິ່ງກັນແລະກັນໃນເດືອນມິຖຸນາ ແລະ ເດືອນສິງຫາ 2021 ທີ່ຜ່ານມາ.
ພ້ອມກັນນີ້, ທັງສອງຝ່າຍຈະສືບຕໍ່ ຍົກສູງການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ລວງກວ້າງ, ຈະສືບຕໍ່ຊຸກຍູ້ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ໃຫ້ຈະເລີນງອກງາມ ແລະ ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.
ໃນຕອນເຊົ້າຂອງວັນດຽວກັນທ່ານເອກອັກຄະລັດຖະທູດກໍໄດ້ຮ່ວມພິທີໂຮມຊຸມນຸມຮູບແບບອອນລາຍເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມຄົບຮອບ 76 ປີ ເຊັ່ນດຽວກັນ.
ຂ່າວ, ພາບ: ໂອລຳ ຈັນທະວິໄລ


