ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 16 ພະຈິກ 2021, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ແລະ ສະຖານທູດເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກດານມາກ ປະຈໍາ ສປປ ລາວ ໄດ້ຮ່ວມກັນຈັດງານລ້ຽງເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ດານມາກ ຄົບຮອບ 65 ປີ ໂດຍມີ ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ທ່ານ Kim Højlund Christensen, ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກດານມາກ ປະຈໍາ ສປປ ລາວ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຂອງສອງຝ່າຍ ແລະ ບັນດາທູຕານຸທູດຂອງ ປະເທດທີ່ວ່າການລາວ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ ເຂົ້າຮ່ວມ.
ໃນໂອກາດອັນມີຄວາມໝາຍດັ່ງກ່າວ, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ແລະ ທ່ານ Kim Højlund Christensen, ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກດານມາກ ປະຈໍາ ສປປ ລາວ ທີ່ມີສຳນັກງານຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ກໍໄດ້ຜັດປ່ຽນກັນຂຶ້ນກ່າວຄຳເຫັນ ເຊິ່ງທັງສອງຝ່າຍໄດ້ຕີລາຄາສູງຕໍ່ຜົນສຳເລັດແຫ່ງການພົວພັນຮ່ວມມືລະຫວ່າງສອງລັດຖະບານ ກໍຄືປະຊາຊົນສອງຊາດ ລາວ-ດານມາກ ໃນໄລຍະ 65 ປີຜ່ານມາ. ໄລຍະຜ່ານມາ, ລັດຖະບານດານມາກໄດ້ໃຫ້ການຊ່ວຍເຫຼືອໃຫ້ແກ່ ສປປ ລາວ ໃນນາມ 2 ຝ່າຍໃນຂົງເຂດການປົກປັກຮັກສາຊັບພະຍາກອນທໍາມະຊາດ- ສິ່ງ ແວດລ້ອມ, ສາທາລະນະສຸກ, ພັດທະນາຊັບພະຍາກອນມະນຸດ, ການເກັບກູ້ລະ ເບີດບໍ່ທັນແຕກ (UXO). ນອກຈາກນັ້ນ, ກໍຜ່ານຂອບຫຼາຍຝ່າຍ ເປັນຕົ້ນ ຜ່ານອົງ ການ ສປຊ, ສະຫະພາບເອີຣົບ, ອົງການແມ່ນໍ້າຂອງ ແລະ ອື່ນໆ.
ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 01 ພະຈິກ 1956 ເປັນຕົ້ນມາ, ໂດຍຝ່າຍລາວມີສະຖານທູດຢູ່ສະຕ໋ອກໂຮມ, ປະເທດຊູແອດ ແລະ ຝ່າຍດານມາກມີສະຖານທູດຢູ່ຮ່າໂນ້ຍ, ສສ ຫວຽດນາມ ເປັນຜູ້ ວ່າການລາວ.
ທັງສອງຝ່າຍຕ່າງກໍສະແດງຄວາມມຸ່ງຫວັງທີ່ຈະສືບຕໍ່ເສີມສ້າງ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ-ດານມາກ ໃຫ້ນັບມື້ແຕກດອກອອກຜົນ ແລະ ເຕີບໃຫຍ່ຂະຫຍາຍ ຕົວຍິ່ງໆຂຶ້ນ.
ຂ່າວ, ພາບ: ສະຖານທູດລາວທີ່ຮ່າໂນ້ຍ