ໃນວັນທີ 12 ພະຈິກ 2021, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ຮ່ວມກັບ ສະຖານທູດ ຣາຊະອານາຈັກ ນອກແວ ປະຈໍາ ສປປ ລາວ ໄດ້ຈັດງານສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ນອກ ແວ ຄົບຮອບ 30 ປີ ໂດຍມີ ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ທ່ານ ນາງ ເກຣເຕ ໂລເກນ (H.E. Ms. GRETE LOCHEN), ເອກອັກຄະຣາຊະທູດວິ ສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະ ອານາຈັກນອກແວ ປະຈໍາ ສປປ ລາວ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມ.
ໃນໂອກາດອັນມີຄວາມໝາຍດັ່ງກ່າວ, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ແລະ ທ່ານ ນາງ ເກຣເຕ ໂລເກນ (H.E. Ms. GRETE LOCHEN), ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກນອກແວ ປະຈໍາ ສປປ ລາວ ທີ່ມີສຳນັກງານຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ກໍໄດ້ຜັດປ່ຽນກັນຂຶ້ນກ່າວຄຳເຫັນ ເຊິ່ງທັງສອງຝ່າຍໄດ້ຕີລາຄາສູງຕໍ່ຜົນສຳເລັດແຫ່ງການພົວພັນຮ່ວມມືລະຫວ່າງສອງລັດຖະບານ ກໍຄືປະຊາຊົນສອງຊາດ ລາວ-ນອກແວ ໃນໄລຍະ 30 ປີຜ່ານມາ.
ສາຍພົວພັນຮ່ວມມືຂອງສອງປະເທດ ແມ່ນໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານເຄົາລົບນັບຖືຊຶ່ງກັນ ແລະ ກັນ ແລະ ຮ່ວມມືກັນ ເພື່ອການພັດທະນາແບບຍືນຍົງ. ສອງຝ່າຍມີການຮ່ວມມືກັນໃນຫຼາຍຂົງເຂດວຽກງານ ເຊັ່ນ: ພະລັງງານໄຟຟ້າ, ໂຄງການສະໜອງນໍ້າສະອາດໃຫ້ແກ່ຊຸມ ຊົນ, ຂະແໜງການສຶກສາ, ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ, ການເກັບກູ້ລະເບີດບໍ່ທັນແຕກ (UXO) ການສ້າງຂີດຄວາມສາມາດໃຫ້ແກ່ພະນັກງານ ແລະ ອື່ນໆ.
ທັງສອງຝ່າຍຕ່າງກໍສະແດງຄວາມມຸ້ງຫວັງທີ່ຈະສືບຕໍ່ເສີມສ້າງ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ-ນອກແວ ໃຫ້ນັບມື້ແຕກດອກອອກຜົນ ແລະ ເຕີບໃຫຍ່ຂະຫຍາຍ ຕົວຍິ່ງໆຂຶ້ນ.
ຂ່າວ, ພາບ: ສະຖານທູດລາວທີ່ຮ່າໂນ້ຍ


