ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທູດລາວ ມອບໜັງສືຜ່ານແດນໃຫ້ແກ່ນັກກິລາ ເຊື້ອຊາດລາວ ເພື່ອເຂົ້າຮ່ວມແຂ່ງຂັນ ຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ
ໃນວັນທີ 27 ເມສາ 2022 ໂດຍຕາງໝ້າໃຫ້ສະຫະພັນມວຍລາວ ແລະ ສະຫະພັນເທັນນິດ ແຫ່ງ ຊາດລາວ ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈໍາປະເທດ ຝຣັ່ງ; ທ່ານ ຄໍາອິນ ຄິດຈະເດດ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາປະເທດຝຣັ່ງ ໄດ້ມອບປື້ມຜ່ານແດນ ( Passeport ) ໃຫ້ແກ່: ທ່ານ ມິກ ເລຣດກວຽກ ສະເດັດຕັນ, ນັກກິລາເທັນນິດ ອາຊີບທີ່ຕິດຢູ່ໃນອັນດັບທີ່ດີຂອງໂລກ ແລະ ທ່ານ ດີມີຕຣີ ກິດຕະນະ ສີລາລັກ, ນັກກິລາ ຄິງບ໋ອກຊິງ ທີ່ຕິດອັນດັບຂອງປະເທດຝຣັ່ງເພື່ອກະກຽມເຂົ້າຮ່ວມຮັບໃຊ້ທີມຊາດລາວໃນຊີເກມ ຄັ້ງທີ 31 ທີ່ຈະຈັດຂື້ນທີ່ ສສ ຫວຽດນາມ ເປັນເຈົ້າພາບໃນເດືອນ ພຶດສະພາ ທີ່ຈະມາເຖິງນີ້:
ທ່ານ ມິກ ເລຣດກວຽກ ສະເດັດຕັນ ແມ່ນລູກຫຼານວົງຄະນາຍາດເຊື້ອຊາດລາວເຮົາທີ່ດໍາລົງຊີວິດຢູ່ປະເທດຝຣັ່ງ, ມິກ ເກີດເມືອວັນທີ 20/ 06/1993 ທີ່ ເມືອງ champs-sur-marne ແລະ ໄດ້ເລີ່ມຕົ້ນຮຽນຫຼີ້ນ ກິລາເທັນນິດ ນັບແຕ່ອາຍຸພຽງ 5 ປີ ໂດຍໄດຮັບການສະໝັບສະໝູນຈາກຜູ້ເປັນພໍ່ ແລະ ໄດ້ເຂົ້າໂຮງຮຽນຝຶກສອນເທັນນິດອາຊີບຈົນໄດ້ຕິດທີມຊາດຂອງປະເທດຝຣັ່ງ ຈົນກາຍ ເປັນນັກກິລາອາຊີບໃນປະຈຸບັນ ແມ່ນມີການແຂ່ງຂັນຈັດອັນດັບຂອງໂຕເອງຕະຫຼອດໃນຂອບເຂດເອີຣົບ ແລະ ທະວີບອື່ນໆ. ນັບວ່າເປັນຄັ້ງທໍາອິດທີ່ ມິກ ເລຣດກວຽກ ສະເດັດຕັນ ໄດ້ຖຶກຄັດ ເລືອກເຂົ້າຮ່ວມສະຫະພັນເທັນ ນິດແຫ່ງຊາດ ເພື່ອເຂົ້າຮ່ວມແຂ່ງຂັນໃນງານມະຫາກໍາກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດ ນາມ ໂດຍມີແຜນການຈະບີນເຂົ້າໄປ ສປປ ລາວ ຝຶກຊ້ອມຮ່ວມກັບສະຫະພັນເທັນນິດກ່ອນການແຂ່ງຂັນໃນ 1 ອາທິດກ່ອນການແຂ່ງຂັນ.
ທ່ານ ດີມີຕຣີ ກິດຕະນະ ສີລາລັກ ແມ່ນລູກຫຼານວົງຄະນາຍາດເຊື້ອຊາດລາວເຮົາທີ່ດໍາລົງຊີວິດຢູ່ປະເທດຝຣັ່ງ, ດີມີຕຣີ ກິດຕະນະ ສີລາລັກ ເກີດເມືອວັນທີ 7/ 11 /1991 ທີເມືອງ Roubaix ຢູ່ທາງພາກເໝືອຂອງປະເທດຝຣັ່ງ ຜູ້ກ່ຽວແມ່ນນັກກິລາມວຍຄິງ ບ໋ອກຊິງ ອາຊີບໃນລຸ້ນ 63 ກິໂລ ກະລາມ ຜູ້ກ່ຽວແມ່ນມີການເຄື່ອນໄຫວຝຶກຊ້ອມໃນການຫລີ້ນກິລາຄິງບ໋ອກຊິງແມ່ນໄດ້ດໍາເນີນການຝືກຊ້ອມມາແຕ່ຕອນອາຍຸຍັງນ້ອຍໆ ແລະ ໄດ້ເຂົ້າຮ່ວມແຂ່ງຂັນເປັນກິລາອາຊີບ.
ໃນໂອກາດດັ່ງກ່າວທ່ານເອກອັກຄະລັດຖະທູດ ຄໍາອິນ ຄິດຈະເດດ ໄດ້ກ່າວຍ້ອງຍໍຊົມເຊີຍຜູ້ເປັນພໍ່ແມ່ ແລະ ນັກກິລາທັງສອງທ່ານ ລວມໄປເຖິງຍາດຕິພີ່ນ້ອງ ທີ່ມີນໍ້າໃຈຮັກເຊື້ອແພງຊາດ ຍາກປະກອບສ່ວນເຂົ້າໃນຂົງເຂດທາງດ້ານກິລາເພື່ອພັດທະນາວົງການກິລາລາວອິກອັນໜື່ງເພື່ປະກອບ
ສ່ວນ ເປັນເຫື່ອແຮງອັນສໍາຄັນໃຫ້ສະຫະພັນ ແລະ ຖ່າຍທອດສັກສະປະສົບການຫຼາຍໆດ້ານ ໃຫ້ແກ່ເພື່ອຮ່ວມສະຫະພັນດຽວກັນ, ເພື່ອນໍາພາສະຫະພັນ ກໍຄືທີມຊາດລາວເຮົາກ້າວໄປໃນລະດັບທີ່ດີກ່າວເກົ່າ, ຫຼັງຈາກນັ້ນທ່ານທູດກໍ່ໄດ້ເຊີນຮ່ວມຮັບປະທານອາ ຫານທ່ຽງຮ່ວມກັນກັບພະນັກງານສະຖານທູດ ແລະ ພົບປະໂອ້ລົມກັນຕາມອັດທະຍາໃສແບບເປັນກັນເອງ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ