ໃນເວລາ 10 ໂມງ ຂອງວັນທີ່ 12 ຕຸລາ 2021, ທ່ານ ແສງ ສຸຂະທິວົງ ເອກະອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳຣາຊະອານາຈັກໄທ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ເລັມໂກ ຈອນຮານເນັດ ແວນ ໄວກາເດັນ (Remco Johannes van Wijngaarden), ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກໂຮນລັງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍມີສຳນັກງານຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ.
ຫຼັງຈາກຍື່ນສານຕາຕັ້ງ, ທັງສອງຝ່າຍໄດ້ພົບປະ ແລະ ແລກປ່ຽນຄຳຄິດຄຳເຫັນກັນ ໂດຍທ່ານເອກອັກຄະລັດຖະທູດໂຮນລັງ ໄດ້ສະແດງຄວາມຂອບໃຈ ຕໍ່ກັບການຕ້ອນຮັບອັນອົບອຸ່ນ ແລະ ຖືເປັນກຽດຢ່າງສູງທີ່ໄດ້ເຂົ້າຍື່ນສານຕາຕັ້ງ ຜ່ານທ່ານເອກອັກຄະລັດຖະທູດ ສປປ. ລາວ ປະຈໍາຣາຊະອານາຈັກໄທ ເພື່ອຍື່ນຕໍ່ໄປຍັງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ; ພ້ອມດຽວກັນກໍໄດ້ຢືນຢັນຈະທຸ່ມເທທຸກຄວາມພະຍາຍາມ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ຣາຊະອານາຈັກໂຮນລັງ ແລະ ສປປ. ລາວ ໃຫ້ມີການຂະຫຍາຍຕົວເພີ່ມສູງຂື້ນ. ທ່ານ ທູດ ໂຮນລັງ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນຂອງເຈົ້າຊີວິດ ແລະ ລັດຖະມົນຕີຕ່າງປະເທດໂຮນລັງຝາກເຖິງພະນະທ່ານ ປະທານປະເທດ ແລະ ລັດຖະມົນຕີຕ່າງປະເທດຂອງ ສປປ. ລາວ.
ທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດ ສປປ. ລາວ ໄດ້ຕາງໜ້າໃຫ້ທ່ານ ປະທານປະເທດ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ. ລາວ ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ເລັມໂກ ຈອນຮານເນັດ ແວນ ໄວກາເດັນ ທີ່ໄດ້ຮັບການແຕ່ງຕັ້ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກໂຮນລັງ ປະຈຳ ສປປ. ລາວ; ສະແດງຄວາມຍິນດີຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍລາວ-ໂຮນລັງ ທີ່ມີບາດກ້າວຂະຫຍາຍຕົວ ເປັນຕົ້ນແມ່ນການໃຫ້ທຶນຊ່ວຍເຫຼືອເກັບກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ໃນດິນແດນ ສປປ. ລາວ, ການຮ່ວມມືທາງດ້ານການຄ້າ, ກະສິກຳ, ອຸດສາຫະກຳ, ພະລັງງານ ແລະ ອື່ນໆ ໂດຍໄດ້ນຳເອົາຜົນປະໂຫຍດມາສູ່ທັງສອງຝ່າຍ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ທ່ານທູດຄົນໃໝ່ຈະສຶບຕໍ່ຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ນັບມື້ນັບກວ້າງຂວາງຂື້ນ. ພ້ອມດຽວກັນນີ້, ກໍໄດ້ນໍາຄວາມຮັກແພງ ແລະ ການຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຂອງພະນະທ່ານປະທານປະເທດ ແລະ ພະນະທ່ານລັດຖະມົນຕີຕ່າງປະເທດ ແຫ່ງ ສປປ. ລາວ ໄປຍັງເຈົ້າຊີວິດ ແລະ ພະນະທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈົ່ງມີພາລານາໄມສົມບູນ ແລະ ວັດຖະນາຖາວອນ.
ທ່ານ ເລັມໂກ ຈອນຮານເນັດ ແວນ ໄວກາເດັນ ເອກອັກຄະລັດຖະທູດ ໂຮນລັງ ໄດ້ສະແດງຄວາມຍິນດີທີ່ຈະເສີມຂະຫຍາຍສາຍພົວພັນລາວ-ໂຮນລັງ, ຊຶ່ງຕົນກໍເຄີຍໄດ້ໄປຢ້ຽມຢາມ ສປປ. ລາວ ມາກ່ອນ ແລະ ຫຼັງຈາກນີ້ ຕົນກໍຈະພະຍາຍາມຫາໂອກາດເຂົ້າໄປຢ້ຽມຂໍ່ານັບຄະນະນຳຂອງ ສປປ. ລາວ ແລະ ໄປຢ້ຽມຊົມສະຖານທີ່ສໍາຄັນຕ່າງໆຂອງລາວໃນອານະຄົດ ຖ້າຫາກສະຖານະການໂຄວິດ-19 ໄດ້ຜ່ອນຄາຍລົງ.
ທ່ານເອກອັກຄະລັດຖະທູດ ສປປ. ລາວ ໄດ້ຢືນຢັນຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອນໍາເອົາຜົນປະໂຫຍດມາສູ່ສອງປະເທດລາວ ແລະ ໂຮນລັງ ແລະ ອວຍພອນໄຊອັນປະເສີດໃຫ້ແກ່ ທ່ານເອກອັກຄະລັດຖະທູດ ໂຮນລັງ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຄວາມສໍາເລັດໃນພາລະໜ້າທີ່ີອັນມີກຽດ ແລະ ສູງສົ່ງຂອງຕົນ ປະຈຳ ສປປ. ລາວ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໂຮນລັງໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 17 ພະຈິກ 1975.
