ໂດຍໄດ້ຮັບການມອບສິດຈາກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ສົມທົບກັບສະຖາບັນການເມືອງແຫ່ງ ຊາດໂຮ່ຈີມິນ ຈັດພິທີປະດັບຫຼຽນໄຊມິດຕະພາບ ຂອງ ສປປ ລາວ ໃຫ້ແກ່ກົມຮ່ວມມືສາກົນ ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໃນວັນທີ 30 ພະຈິກ 2021 ທີ່ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ຝ່າຍລາວນຳໂດຍ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວປະຈຳ ສສ ຫວຽດນາມ ພ້ອມຄະນະນຳ ແລະ ພະນັກງານສະຖານທູດຈຳນວນໜຶ່ງເຂົ້າຮ່ວມ, ຝ່າຍຫວຽດນາມ ນຳໂດຍ ສະຫາຍ ຫງວຽນ ຊວນ ຖັງ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ພ້ອມດ້ວຍບັນດາທູຕານຸທູດ, ອົງການຈັດຕັ້ງສາກົນ ປະຈໍາ ສສ ຫວຽດນາມ ແລະ ພາກສ່ວນກ່ຽວຂ້ອງຂອງຫວຽດນາມເຂົ້າຮ່ວມ ຢ່າງພ້ອມພຽງ.

ໃນພິທີດັ່ງກ່າວ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ຕາງໜ້າໃຫ້ພັກ ກໍຄືຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ, ສະແດງຄວາມຂອບໃຈຢ່າງສູງ ແລະ ສະແດງຄວາມຮູ້ບຸນຄຸນ ອັນເລິກເຊິ່ງ ຕໍ່ພັກ, ລັດ, ແລະ ປະຊາຊົນຫວຽດ ນາມ ອ້າຍນ້ອງ ເວົ້າລວມ, ເວົ້າສະເພາະ ຕໍ່ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໄດ້ມີຜົນງານອັນດີເດັ່ນໃນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມເວົ້າລວມ, ເວົ້າສະເພາະແມ່ນກົມຮ່ວມມືສາກົນ ກໍຄື ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ທີ່ມີຜົນງານຊ່ວຍພັກ ແລະ ລັດຖະບານລາວ ໃນການກໍ່ສ້າງ-ບຳລູງພະນັກງານນຳພາ-ຄຸ້ມຄອງ, ຄູ-ອາຈານ ແລະ ຈັດຕັ້ງປະຕິບັດໂຄງການແປປື້ມນິພົນ ໂຮ່ ຈີ ມິນ ຄົບຊຸດ ຈາກພາສາຫວຽດ ເປັນພາສາລາວໃນໄລຍະ 2010-2020 ຜ່າມມາ.
ພ້ອມນັ້ນ ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ- ຫວຽດນາມ ທີ່ປະທານ ໂຮ່ ຈີ ມິນ ຜູ້ຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ເຄົາລົບຮັກໄດ້ສ້າງຕັ້ງ ແລະ ຖະນຸຖະໜອມ ມາຫຼາຍສີບປີແລ້ວນັ້ນບໍ່ພຽງແຕ່ຈືດຈາງລົງ, ຫາກຍັງໄດ້ຮັບການເສີມຂະຫຍາຍ, ເພີ່ມພູນຄູນສ້າງ ແລະເກີດດອກອອກຜົນ ຢ່າງບໍ່ຢຸດຢັ້ງສະເໝີມາ ແລະ ເຂົ້າສູ່ທັງລວງກວ້າງ ແລະ ລວງເລິກ, ມີປະສິດທິຜົນ ແລະ ແທດເໝາະກັບຕົວຈິງໃນປັດຈຸບັນ.

ນອກຈາກນັ້ນ ສະຫາຍ ເອກອັກຄະລັດ ຖະທູດ ຍັງໄດ້ຢືນຢັນຄືນຫຼັກໝັ້ນອັນບໍ່ປ່ຽນແປງຂອງພັກ, ລັດ ສປປ ລາວ ໃນການຮ່ວມກັບບັນດາສະຫາຍ ຫວຽດ ນາມ ສືບຕໍ່ປົກປັກຮັກສາເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດ ນາມ, ທີ່ເປັນມໍລະດົກອັນລ້ຳຄ່າ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດ, ເປັນປັດໃຈຕັດສິນໄຊຊະນະ ຂອງການປະຕິວັດຂອງສອງປະເທດພວກເຮົານັ້ນໃຫ້ນັບມື້ນັບມີປະສິດທິຜົນ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.

ໂອກາດນີ້, ສະຫາຍ ຫງວຽນ ຊວນ ຖັງ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ກໍໄດ້ສະແດງຄວາມຂອບໃຈມາຍັງພັກ, ລັດ, ແລະ ປະຊາຊົນລາວ ທີ່ຍາມໃດກໍໄດ້ໃຫ້ການສະໜັບສະໜູນ ແລະ ຄຽງບ່າຄຽງໄຫຼ່ກັບ ພັກ, ລັດ, ແລະ ປະຊາຊົນຫວຽດນາມຕະຫຼອດມາ, ນີ້ກໍເປັນການຢັ້ງຢືນອີກເທື່ອໜຶ່ງທີ່ພັກ, ລັດ, ແລະ ປະຊາຊົນລາວໄດ້ມີຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຕໍ່ ສະຖາບັນການເມືອງແຫ່ງ ຊາດໂຮ່ຈີມິນ, ໃນການກໍ່ສ້າງຊັບພະ ຍາກອນມະນຸດ, ທັງເປັນການປຸກລະດົມ ແລະ ໃຫ້ກຳລັງໃຈຕໍ່ ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນຂອງພວກຂ້າພະເຈົ້າ, ພວກຂ້າພະເຈົ້າສືບຕໍ່ປະຕິບັດໜ້າທີ່ອັນສູງສົ່ງດັ່ງກ່າວໃຫ້ມີປະສິດທະພາບ ແລະ ປະສິດທິຜົນຂຶ້ນເລື້ອຍໆ.
ຂ່າວ, ພາບ :ສະຖານທູດລາວທີ່ຮ່າໂນ້ຍ