ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໂດຍໄດ້ຮັບການມອບສິດຈາກລັດ ຖະບານ, ກໍຄືກະຊວງປ້ອງກັນປະເທດ ສປປ ລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ສົມທົບກັບວິທະຍາຄານການແພດກອງທັບປະຊາຊົນຫວຽດນາມຈັດພິທີປະດັບຫຼຽນໄຊແຮງງານຊັ້ນ 2 ແລະ ຊັ້ນ 3 ຈາກລັດຖະບານລາວ ໃຫ້ແກ່ບັນດາກົມກອງລວມໝູ່ ແລະ ບຸກຄົນທີ່ຂຶ້ນນກັບວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ ໃນຕອນເຊົ້າວັນທີ 11 ພະຈິກ 2021 ທີ່ວິທະຍາ ຄານການແພດກອງທັບ, ຝ່າຍລາວນຳໂດຍ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວປະຈຳ ສສ ຫວຽດນາມ ພ້ອມຄະນະນຳ ແລະ ພະນັກງານສະຖານທູດຈຳນວນໜຶ່ງເຂົ້າຮ່ວມ, ຝ່າຍຫວຽດນາມນຳໂດຍສະຫາຍພົນໂທ ຫວູ ຫາຍ ສານ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພ້ອມດ້ວຍບັນດາສະຫາຍຕາງໜ້າໃຫ້ແຕ່ລະພາກສ່ວນ, ຄະນະອຳນວຍການ, ພະນັກງານ, ຄູອາຈານ ແລະ ຜູ້ໄດ້ຮັບການຍ້ອງຍໍຂຶ້ນກັບວິທະຍາຄານການແພດກອງທັບເຂົ້າຮ່ວມ ຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ, ສະຫາຍ ແສງເພັດ ຮຸ່ງບູນຍວງ ໄດ້ຕາງໜ້າໃຫ້ລັດຖະບານ ກໍຄືກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ສະແດງຄວາມຂອບໃຈຢ່າງສູງ ແລະ ສະແດງຄວາມຮູ້ບຸນຄຸນ ອັນເລິກເຊິ່ງ ຕໍ່ພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ເວົ້າລວມ, ເວົ້າສະເພາະ ຕໍ່ວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ ອ້າຍນ້ອງ ໃນຕະຫຼອດໄລຍະ 67 ປີ, ນັບແຕ່ປີ 1954 ເປັນຕົ້ນມາ, ວິທະຍາຄານການແພດກອງທັບໄດ້ຊ່ວຍເຫຼືອໃນການບຳລຸງ ແລະ ກໍ່ສ້າງພະນັກງານການແພດກອງທັບປະຊາຊົນລາວ ໃນຫຼາຍລະດັບແຕກຕ່າງກັນເປັນຈຳນວນຫຼວງຫຼາຍ ຊຶ່ງເປັນການປະກອບສ່ວນໃນການສະໜັບສະໜູນ ອຸ້ມຊູແລະ ຊ່ວຍເຫຼືອ ອັນລໍ້າຄ່າໝົດຈິດໝົດໃຈ ແລະ ມີປະສິດທິຜົນໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງ ສປປ ລາວ ຕະຫຼອດມາ ໂດຍສະເພາະວຽກງານກໍ່ສ້າງຊັບພະຍາກອນມະນຸດ ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມຈິງໃຈ, ຄວາມເປັນຫ່ວງເປັນໄຍຂອງສະຫາຍ ຫວຽດນາມອ້າຍນ້ອງທີ່ມີຕໍ່ ສປປ ລາວ ຢ່າງສະເໝີຕົ້ນສະເໝີປາຍ, ຫວັງວ່າຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ແກ່ວິທະຍາຄານການແພດກອງທັບປະຊາຊົນລາວຕື່ມອີກ ແລະ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ຜົນງານຂອງຄະນະພັກ, ຄະນະອຳນວຍການ, ພະນັກງານ, ຄູອາຈານ ແລະ ນັກວິທະຍາສາດ ວິທະຍາຄານການແພດກອງທັບຫວຽດນາມ ທີ່ມີຜົນງານອັນດີເດັ່ນ ໃນການປະກອບສ່ວນຊ່ວຍເຫຼືອອັນລໍ້າຄ່າ ໃຫ້ແກ່ວິທະຍາຄານການແພດກອງທັບປະຊາຊົນລາວ ໃນຕະຫຼອດໄລຍະຜ່ານມາ.
ການປະດັບຫຼຽນໃນຄັ້ງນີ້ລວມມີ: ຫຼຽນໄຊແຮງງານຊັ້ນ II ໃຫ້ແກ່ບຸກຄົນມີຈຳນວນ 2 ສະຫາຍ: ສະຫາຍ ພົນຕີ ໂດ ກວຽດ ຜູ້ອຳນວຍການ ວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ ແລະ ສະຫາຍ ພົນຈັດຕະວາ ຫງວຽນ ຫວຽດ ເລືອງ ເລຂາພັກວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ, ຫຼຽນໄຊແຮງງານຊັ້ນ II ໃຫ້ແກ່ 03 ກົມກອງລວມໝູ່ ປະກອບມີ: ວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ, ໂຮງໝໍທະຫານ 103ແລະ ໂຮງໝໍ ໂປກໂພງແຫ່ງຊາດ ເລ ຫິວ ຈັກ ຂອງວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ ແລະ ມອບຫຼຽນໄຊແຮງງງານຊັ້ນ III ໃຫ້ 06 ກົມກອງລວມໝູ່ ແລະ ໃຫ້ບຸກຄົນ ຈຳນວນ 10 ສະຫາຍ ທີ່ມີຜົນງານດີເດັ່ນ ແລະ ຄຸນງາມຄວາມດີ ປະກອບສ່ວນໃນການພົວພັນຮ່ວມມື ແລະ ແລກປ່ຽນດ້ານວິທະຍາສາດການແພດ ລະຫວ່າງ ວິທະຍາຄານການແພດກອງທັບປະຊາຊົນລາວ ແລະ ວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ ໃນຕະຫຼອດໄລຍະ 5 ປີ ຜ່ານມາ ກໍຄື ວຽກງານບຳລຸງ ແລະ ກໍ່ສ້າງ ພະນັກງານໃນຕະຫຼອດໄລຍະ 67 ປີ ຜ່ານມາ.
ພ້ອມດຽວກັນນັ້ນ ສະຫາຍ ແສງເພັດ ຮຸ່ງບຸນຍວງ ຍັງໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.
ໂອກາດນີ້, ສະຫາຍພົນໂທ ຫວູ ຫາຍ ສານ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມກໍໃຫ້ສະແດງຄວາມຂອບໃຈມາຍັງພັກ, ລັດ, ກອງທັບ ແລະ ປະຊາຊົນລາວ ທີ່ຍາມໃດກໍໄດ້ໃຫ້ການສະໜັບສະໜູນ ແລະ ຄຽງບ່າຄຽງໄຫຼ່ກັບ ພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມຕະຫຼອດມາ, ນີ້ກໍເປັນການຢັ້ງຢືນອີກເທື່ອໜຶ່ງທີ່ພັກ, ລັດ, ກອງທັບ ແລະ ປະຊາຊົນລາວໄດ້ມີຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຕໍ່ວິທະຍາຄານການແພດກອງທັບໃນການກໍ່ສ້າງຊັບພະຍາກອນມະນຸດ, ທັງເປັນການປຸກລະດົມ ແລະ ໃຫ້ກຳລັງໃຈຕໍ່ວິທະຍາຄານຂອງພວກຂ້າພະເຈົ້າສືບຕໍ່ປະຕິບັດໜ້າທີ່ອັນສູງສົ່ງດັ່ງກ່າວໃຫ້ມີປະສິດທະພາບ ແລະ ປະສິດທິຜົນຂຶ້ນເລື້ອຍໆ.
ຂ່າວ, ພາບ :ສະຖານທູດລາວທີ່ຮ່າໂນ້ຍ