ໃນຕອນເຊົ້າຂອງວັນທີ 29 ກໍລະກົດ 2021, ທ່ານ ແສງ ສຸຂະທິວົງ ເອກອັກຄະລັດຖະທູດ ສປປ. ລາວ ປະຈຳຣາຊະອານາຈັກໄທ ທີ່ບາງກອກ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ກີ ປິເຕີ ເຣັດ (Kees Pieter Rade) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກໂຮນລັງ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍມີສຳນັກງານຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ ໃນໂອກາດທີ່ສຳເລັດໜ້າທີ່ການທູດຂອງທ່ານ.
ໃນໂອກາດດັ່ງກ່າວ, ທ່ານທູດ ແສງ ສຸຂະທິວົງ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດຂອງການປະຕິບັດໜ້າທີ່ການທູດຢ່າງຫ້າວຫັນ ຂອງ ທ່ານ ກີ ປິເຕີ ເຣັດ ເຊິ່ງໄດ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ. ລາວ ແລະ ຣາຊະອານາຈັກໂຮນລັງ ກໍຄືລະຫວ່າງສອງສະຖານເອກອັກຄະລັດຖະທູດ ລາວ ແລະ ໂຮນລັງ ທີ່ບາງກອກ ໃຫ້ມີການຂະຫຍາຍຕົວເພີ່ມຂື້ນ ເປັນຕົ້ນແມ່ນການໃຫ້ທຶນຊ່ວຍເຫຼືອເກັບກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ໃນດິນແດນ ສປປ. ລາວ, ການຮ່ວມມືທາງດ້ານການຄ້າ, ກະສິກຳ, ອຸດສາຫະກຳ, ພະລັງງານ ແລະ ອື່ນໆ ໂດຍໄດ້ນຳເອົາຜົນປະໂຫຍດມາສູ່ທັງສອງຝ່າຍ. ພ້ອມນັ້ນ, ທ່ານທູດລາວ ກໍໄດ້ອວຍພອນທ່ານທູດໂຮນລັງ ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ຫວັງວ່າທ່ານທູດໂຮນລັງ ຈະມີຄວາມຊົງຈຳອັນດີ ແລະ ກັບຄືນມາຢ້ຽມຢາມທ່ອງທ່ຽວທີ່ ສປປ. ລາວ ອີກໃນອະນາຄົດ.
ທ່ານ ກີ ປິເຕີ ເຣັດ ໄດ້ສະແດງຄວາມຂອບໃຈ ທ່ານທູດ ແສງ ສຸຂະທິວົງ ທີ່ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນ ແລະ ຂໍຝາກຄວາມຂອບໃຈຢ່າງສູງໄປຍັງພະນະທ່ານປະທານປະເທດ, ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຮ່ວມມືທີ່ດີ ແລະ ອຳນວຍຄວາມສະດວກທຸກຢ່າງ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນ ປະຈຳ ສປປ. ລາວ, ເຊິ່ງເຮັດໃຫ້ບັນລຸຜົນສຳເລັດຢ່າງຈົບງາມ. ພ້ອມນີ້, ທ່ານ ກີ ປິເຕີ ເຣັດ ໄດ້ສະແດງຄວາມເສຍດາຍທີ່ບໍ່ມີໂອກາດເດີນທາງໄປຢ້ຽມອຳລາການນຳ ຂອງ ສປປ. ລາວ ແລະ ໄປທ່ຽວຊົມສະຖານທີ່ທຳມະຊາດ ແລະ ວັດທະນະທຳອັນສວຍງາມຂອງ ສປປ. ລາວ ຍ້ອນບັນຫາການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ກໍຈະຊອກໂອກາດກັບໄປຢ້ຽມຢາມ ໃນຖານະນັກທ່ອງທ່ຽວ ເພາະ ສປປ. ລາວ ມີສະຖານທີ່ທ່ອງທ່ຽວທີ່ສວຍສົດງົດງາມຫຼາຍແຫ່ງ ໂດຍສະເພາະນະຄອນຫຼວງພະບາງ ທີ່ຍັງບໍ່ທັນໄດ້ໄປຢ້ຽມຢາມ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໂຮນລັງ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 17 ພະຈິກ 1975.
