ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 30 ທັນວາ 2021, ກະ ຊວງຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ຮ່ວມກັບ ກະ ຊວງສາທາລະນະສຸກ, ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າເມືອງ. ໄດ້ເຮັດຝຶກແອບຕົວຈິງ ໃນການຕ້ອນຮັບນັກທ່ອງທ່ຽວ ທີ່ຈະ ເດີນທາງມາທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວ. ເຊິ່ງຈັດ ຂຶ້ນຢູ່ສະໜາມບິນສາກົນວັດໄຕ.
ທ່ານອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງ ທ່ຽວໃຫ້ຮູ້ວ່າ: ການຝຶກຊ້ອມໃນຄັ້ງນີ້ ເພື່ອເບິ່ງຄວາມພ້ອມຂອງ ທຸກຂະແໜງການ ໂດຍສະເພາະການກວດຄົນເຂົ້າ-ອອກເມືອງ ຂອງເຈົ້າໜ້າທີ່ຂະແໜງ ການຕ່າງໆ ເຊັ່ນກະຊວງການຕ່າງປະເທດ, ມີຄວາມພ້ອມການອອກວິຊາ, ກະຊວງສາທາລະນະສຸກ ມີຄວາມພ້ອມໃນການກວດ ແລະຮັກສາສຸຂະພາບຂອງນັກທ່ອງ ທ່ຽວ ແລະຂະແໜງການທີ່ກ່ຽວຂ້ອງອື່ນໆ ຕື່ມອີກ, ການຝຶກຊ້ອມການຕ້ອນຮັບນັກທ່ອງທ່ຽວຢູ່ສະໜາມບິນສາກົນວັດໄຕ, ການເຝຶກຊ້ອມຂັ້ນຕອນຕ້ອງຮັບນັກທ່ອງທ່ຽວ ເມື່ອນັກທ່ອງທ່ຽວມາເຖິງໂຮງແຮມ, ຂັ້ນຕອນໃນກໍລະນີ ນັກທ່ອງທ່ຽວມີຜົນກວດອອກມາເປັນບວກ, ແລະຂັ້ນຕອນອື່ນຯ ເພື່ອສ້າງຄວາມໝັ້ນໃຈໃຫ້ນັກທ່ອງທ່ຽວ. ພ້ອມດຽວກັນນັ້ນຍັງໄດ້ເນັ້ນໜັກໃຫ້ ແຕ່ລະແຂວງໃຫ້ ຝຶກອົບຮົມພະ ນັກງານດ້ານບໍລິການທີ່ກ່ຽວຂ້ອງໃຫ້ໄດ້ຕາມເງື່ອນໄຂທີ່ລັດຖະ ບານວາງອອກ, ໂດຍຈະທົດລອງເປີດ 3 ແຂວງກ່ອນ ຄື: ນະຄອນຫລວງວຽງຈັນ, ຫລວງພະບາງ ແລະເມືອງວັງວຽງ ແຂວງວຽງຈັນ, ຍ້ອນວ່າ 3 ແຂວງນີ້ ໄດ້ຮັບຄວາມນິຍົມຈາກນັກທ່ອງ ທ່ຽວຫລາຍ ໂດຍໃຫ້ນັກທ່ອງ ທ່ຽວມາທ່ຽວເປັນຄະນະ ແລະປະຕິບັດຕາມລາຍການທີ່ກໍານົດໄວ້ເທົ່ານັ້ນ, ເຂດທ່ອງທ່ຽວສີ ຂຽວ ແມ່ນເຂດທ່ອງທ່ຽວປອດຈາກພະຍາດໂຄວິດ19 ຫລືມີລະບາດນ້ອຍ ເປັນເຂດທີ່ມີການທ່ອງທ່ຽວຂະຫຍາຍຕົວສູງຂອງປະເທດເຮົາ.