ໃນວັນທີ 11 ກໍລະກົດ 2022,ທີ່ພະ ແນກໂຍທາທິການ ແລະ ຂົນສົ່ງແຂວງ ຈຳປາສັກ ໄດ້ຈັດກອງປະຊຸມ ທົບທວນຄວາມຄົບໜ້າ ໂຄງການພັດທະນາແຄມຂອງແຂວງຈຳປາສັກ ແລະ ໂຄງການພັດທະນາລະບົບສະໜອງນໍ້າປະປາພາກໃຕ້ແຂວງຈຳປາສັກ ແລະ ແຂວງສາລະວັນ ພາຍໃຕ້ການເປັນປະທານຂອງ ທ່ານ ສຸກຂະເສີມ ປາກດີມະນີວົງ ຜູ້ຊ່ວຍຄະນະລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ,ຫົວໜ້າຄະນະຊີ້ນຳໂຄງການພັດທະນາໂຄງລ່າງ ໂຍທາທິການ ແລະ ຂົນສົ່ງ ພາຍໃຕ້ກອບການຮ່ວມມືກັບກອງທຶນ EDCF, ທ່ານ ຈັນທະວີສຸກ ວັນສີລິ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ພ້ອມຄະນະ, ທ່ານ ຄິມ ຊຸງ ໂດ ( Mr. kim young do ) ເຈົ້າໜ້າທີ່ອາວຸໂສສຳນັກງານໃຫຍ່ກອງທຶນ ເພື່ອການພັດທະນາເສດຖະກິດ EDCF ພ້ອມຄະນະ, ມີຮອງຫົວໜ້າກົມທາງນໍ້າ ກະ ຊວງໂຍທາທິການ ແລະ ຂົນສົ່ງ,ບໍລິສັດທີ່ປຶກສາແລະ ບໍລິສັດຮັບເໝົາກໍ່ສ້າງ,ມີຄະນະຮັບຜິດຊອບໂຄງການແຂວງຈຳປາສັກ ແລະແຂວງສາລະວັນ ແລະຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ທະນົງສັກ ດວງມາລາ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຈຳສັກກ່າວວ່າ: ໂຄງການພັດທະນາແຄມຂອງແຂວງຈຳປາສັກ ແລະ ໂຄງການພັດທະນາລະບົບສະໜອງນໍ້າປະປາພາກໃຕ້ ຢູ່ ແຂວງຈຳປາສັກ ແລະ ແຂວງສາລະວັນ ແມ່ນໂຄງການບູລິມະສິດທີ່ສໍາຄັນ ຂອງລັດຖະບານລາວ, ເຊິ່ງລັດຖະບານ ໄດ້ ຕັດສິນໃຈຂໍການຊ່ວຍເຫຼືອດ້ານທຶນກູ້ຢືມດອກເບ້ຍຜ່ອນ ຜັນ ຈາກກອງທຶນ EDCF ຂອງ ສ. ເກົາຫຼີ ເພື່ອມາສຸມໃສ່ວຽກງານ ທີ່ໄດ້ກ່າວມາໃຫ້ມີຜົນສຳເລັດ, ທັງຮັບປະກັນຕໍ່ການຜັນຂະຫຍາຍແຜນພັດທະນາເສດຖະ ກິດ- ສັງຄົມຂອງ ແຂວງຈຳປາສັກ ແລະ ແຂວງສາລະວັນ ໃນໄລຍະ ປີ 2021-2025 ແລະ ສອດຄ່ອງກັບແຜນຍຸດທະສາດການພັດທະ ນາພື້ນຖານໂຄງລ່າງຂອງກະຊວງ ຍທຂ ຮອດປີ 2030, ທັງນີ້ກໍເພື່ອຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນລາວ ບັນດາເຜົ່າ ໃນແຂວງພາກໃຕ້ ສປປ ລາວ ໃຫ້ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ.
ໃນກອງປະຊຸມຄັ້ງນີ້ ໄດ້ຮັບຟັງການ ລາຍງານຄືນ ໝາກຜົນ, ຜົນງານ ແລະ ຜົນສໍາເລັດຂອງໂຄງ ການທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ ຈາກຄະນະຮັບຜິດຊອບໂຄງການ ແລະ ບັນດາຊ່ຽວຊານທີ່ປຶກສາ ເຊັ່ນ: ລາຍງານຄວາມຄືບໜ້າໂຄງການພັດທະນາລະບົບສະໜອງ ນໍ້າປະປາ ພາກໃຕ້ແຂວງຈຳປາສັກ ແລະ ແຂວງສາລະວັນ (LOAN NO.LAO-17), ລາຍງານຄວາມຄືບໜ້າໂຄງການພັດ ທະນາແຄມຂອງແຂວງຈໍາປາສັກ (LOAN NO. LAO-12 & LAO-18) ແລະ ລາຍ ງານຄວາມຄືບໜ້າ ວຽກຍົກຍ້າຍ ແລະ ຈັດສັນ ໃຫ້ປະຊາຊົນທີ່ຖຶກຜົນກະທົບ
ຊຶ່ງຍົກ ໃຫ້ເຫັນເຖິງຂໍ້ສະດວກ ແລະ ດ້ານຕັ້ງໜ້າ, ບັນຫາຂໍ້ຫຍຸ້ງຍາກ ລວມທັງທິດທາງ ແລະ ມາດຕະການຕ່າງໆ ເພື່ອສືບຕໍ່ແກ້ ໄຂໃນຕໍ່ໜ້າ.
ສຳລັບ ໂຄງການພັດທະນາແຄມຂອງແຂວງຈຳປາສັກມີມູນຄ່າທັງໝົດ 65.653.000 ໂດລາສະຫະລັດ. ໃນນັ້ນແມ່ນມີທຶນກູ້ຍື່ມ ຈາກກອງທຶນຮ່ວມມືເພື່ອການພັດທະນາ ເສດຖະກິດ (EDCF) ສ. ເກົາຫຼີ ຈຳນວນ 53.058.000 ໂດລາສະຫະລັດ ແລະ ທຶນພາຍໃນສົມທົບ 12.595.000 ໂດລາສະຫະລັດ. ໂຄງການນີ້ສຳຫຼວດອອກແບບ ທ້າຍປີ 2016 , ໄດ້ເລີ່ມຈັດຕັ້ງປະຕິບັດ ແຕ່ວັນທີ 27/06/2017 ຮອດເດືອນ ພຶດສະພາ ປີ 2022.ຄວາມຄືບໜ້າຂອງໂຄງການ ປະຕິບັດໄດ້ 90.60%.
ສ່ວນ ໂຄງການພັດທະນາລະບົບສະ ໜອງນໍ້າປະປາພາກໃຕ້ແຂວງຈຳປາສັກ ແລະ ແຂວງສາລະວັນ ໄດ້ສຳຫຼວດ ອອກແບບແລ້ວ,ປະຈຸບັນກໍາລັງສົ່ງເອກະສານເງືອນໄຂ ການຄັດເລືອກບໍລິສັດຜູ້ຮັບເໝົາກໍ່ສ້າງໃຫ້ທາງກອງທຶນ EDCF ກວດກາ ແລະ ຮັບຮອງ ເຊິ່ງຄາດວ່າຈະໄດ້ເລີ້ມປະມູນຄັດເລືອກເອົາບໍລິສັດຮັບເໝົາກໍ່ສ້າງຈາກປະເທດ ສ.ເກົາຫລີ ໃນຕົ້ນເດືອນສິງຫາ (08)ທີ່ຈະມາເຖິງນີ້.
ສຳລັບໃນຕອນບ່າຍວັນທີ 11 ກໍລະກົດດຽວກັນຄະນະຜູ້ແທນກອງປະຊຸມເຊິ່ງປະກອບມີຫົວໜ້າ ແລະ ຄະນະຊີ້ນຳໂຄງການ,ບໍລິສັດທີ່ປຶກສາ,ຂະແໜງການກ່ຽວຂ້ອງຍັງໄດ້ລົງໄປຢ້ຽມຢາມຕິດຕາມໂຄງການນໍ້າປະປາແຂວງຈຳປາສັກ ຈຸດຕິດຕັ້ງໂຄງການນໍ້າປະປາເມືອງບາຈຽງຈະເລີນສຸກ,ໂຮງງານນໍ້າປະປານະຄອນປາກເຊ,ຢ້ຽມຢາມໂຄງການພັດທະນາແຄມຂອງ, ສວນສາທາລະນະແຄມຂອງ, ຝັ່ງແມ່ນໍ້າເຊໂດນ ເພື່ອຕິດຕາມກວດກາ ແລະ ປະເມີນເບິ່ງຄວາມຄືບໜ້າຂອງໂຄງການຕົວຈິງອີກດ້ວຍ.
ເກດສະໜາ ແກ້ວສຸວັນນະແສງ


