ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມຄະນະຊີ້ນໍາ ຄັ້ງທີ VI ຂອງໂຄງການຄວບຄຸມຄວາມສ່ຽງຈາກໄພພິບັດທໍາມະຊາດໃນຂົງເຂດອາຊີ ຕາເວັນອອກສ່ຽງໃຕ້ (Lao PDR Southeast Asia Disaster Risk Management Project: SEADRM) ຈັດຂຶ້ນໃນ ວັນທີ 14 ມັງກອນ 2022 ທີ່ໂຮງແຮມລາວ ພລາຊາ, ນະຄອນຫຼວງວຽງ ຈັນ ແລະ ຜ່ານລະບົບກອງປະຊຸມທາງໄກ ໂດຍການເປັນປະທານຂອງ ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງ ທຶນ, ທັງເປັນປະທານຄະນະຊີ້ນໍາໂຄງການ, ມີຜູ້ຕາງຫນ້າຈາກທະນາຄານໂລກ, ພ້ອມດ້ວຍຕາງໜ້າຈາກພາກສ່ວນທີ່ກ່ຽວ ຂ້ອງຈາກສູນກາງ ແລະ ບັນດາແຂວງເປົ້າໝາຍ ເຂົ້າຮ່ວມ.
ກອງປະຊຸມ ໄດ້ພ້ອມກັນປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດໂຄງ ການ ໃນໄລຍະ ປີ 2021 ຜ່ານມາ ໂດຍສະເພາະຄວາມຄືບຫນ້າໃນການຈັດ ຕັ້ງປະຕິບັດໂຄງການ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ໃນການຈັດຕັ້ງປະ ຕິບັດໂຄງການ ແລະ ຮ່ວມກັນວາງທິດທາງແຜນການ ສໍາລັບປີ 2022, ນອກຈາກນີ້ ໄດ້ປຶກສາຫາລືກ່ຽວກັບການປະເມີນກາງສະໄຫມ ການຈັດຕັ້ງປະຕິບັດໂຄງການ ຊຶ່ງເຫັນວ່າຫຼາຍກິດຈະກໍາມີຜົນສໍາເລັດ ແລະ ມີຄວາມຄືບຫນ້າດີສົມຄວນ; ແຕ່ຍັງມີບາງກິດຈະກໍາທີ່ມີຄວາມຫລ້າຊ້າ ຊຶ່ງສ່ວນຫນຶ່ງແມ່ນຕິດພັນກັບການປະຕິບັດມາດຕະການປ້ອງກັນຂອງພະຍາດໂຄວິດ-19.
ທ່ານ ນາງ ພອນວັນ ອຸທະວົງ ກ່າວເປີດກອງປະຊຸມວ່າ: ການຈັດຕັ້ງປະຕິ ບັດໂຄງການຂອງ ໃນປີ 2021 ໄດ້ຮັບຜົນກະທົບຫຼາຍຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການພົບຄວາມຫຍຸ້ງຍາກນາໆປະການ, ຫຼາຍກິດຈະກໍາບໍ່ສາມາດຈັດຕັ້ງປະຕິບັດບັນລຸໄດ້ຕາມແຜນການທີ່ວາງໄວ້ ເນື່ອງຈາກການປີດປະເທດ, ບໍລິສັດ ແລະ ຊ່ຽວ ຊານສ່ວນໃຫຍ່ແມ່ນຢູ່ຕ່າງປະເທດ. ຢ່າງໃດກໍ່ຕາມ, ທຸກອົງປະກອບໄດ້ເອົາ ໃຈໃສ່ຂຸ້ນຂ້ຽວຈັດຕັ້ງປະຕິບັດໂຄງ ການ ເຮັດໃຫ້ການຈັດຕັ້ງປະຕິບັດໂຄງ ການຂອງພວກເຮົາໂດຍລວມມີຄວາມຄືບຫນ້າຫຼາຍສົມຄວນ, ພ້ອມນີ້ ທ່ານ ໄດ້ສະແດງຄວາມຂອບໃຈມາຍັງທະນາຕ້ານໂລກ ທີ່ໄດ້ໃຫ້ການສະຫນັບສະຫນູນທຶນຊ່ວຍເຫຼືອເພື່ອ ການພັດທະນາ ແລະ ເງິນກູ້ດອກເບ້ຍຕ່ໍາ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເພື່ອຈັດຕັ້ງປະຕິບັດວຽກງານຄວບ ຄຸມຄວາມສ່ຽງໄພພິບັດໃນໄລຍະຜ່ານມາ ແລະ ສືບຕໍ່ໃຫ້ການຊ່ວຍເຫຼືອລາວໃນຕໍ່ຫນ້າ.
ໂຄງການຄວບຄຸມຄວາມສ່ຽງຈາກໄພພິບັດທໍາມະຊາດໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ເປັນໂຄງການຊ່ວຍເຫຼືອດ້ານການພັດທະນາ ຈາກທະນາຄານໂລກ ມູນຄ່າທັງຫມົດຈໍານວນ 3 ລ້ານໂດລາສະຫະລັດ, ໃນນັ້ນ, ເປັນເງິນກູ້ຢືມ ຈໍານວນ 30 ລ້ານ ໂດລາສະຫະລັດ ແລະ ເປັນທຶນຊ່ວຍ ເຫລືອລ້າ ຈໍານວນ 1 ລ້ານໂດລາສະຫະລັດ ແລະ ມີໄລຍະຈັດຕັ້ງປະຕິບັດ 5 ປີ (2017-2022) ປະກອບດ້ວຍ 5 ຫນ້າວຽກຫຼັກ ຄື:
– ການຄຸ້ມຄອງຄວາມສ່ຽງໄພນ້ໍາຖ້ວມຢູ່ເທດສະບານເມືອງໄຊ, ແຂວງອຸດົມໄຊ ຈັດຕັ້ງ ປະ ຕິບັດໂດຍກະຊວງໂຍທາທິການ ແລະ ຂົນສົ່ງ.
– ປັບປຸງລະບົບເຕືອນໄພລ່ວງຫນ້າ/ລະບົບອຸຕຸນິຍົມ ແລະ ກຽມພ້ອມຕໍ່ໄພພິບັດ ຢູ່ແຂວງອຸດົມໄຊ, ຫຼວງພະບາງ ແລະ ຜົ້ງສາລີ, ຈັດຕັ້ງປະຕິບັດໂດຍກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.
– ການສະຫນອງທຶນໃຫ້ແກ່ວຽກງານຕອບໂຕ້ສູກເສີນ ແລະ ຟື້ນຟູຫລັງເຫດການໄພພິບັດ (ການປະກັນໄພ) ຈັດຕັ້ງປະຕິບັດໂດຍ ກະຊວງການເງິນ.
– ການເຊື່ອມສານການຫລຸດຜ່ອນຄວາມສ່ຽງໄພພິບັດທໍາມະຊາດ ເຂົ້າໃນແຜນພັດທະນາເສດຖະກິດສັງຄົມ ແລະ ແຜນການລົງທຶນຂອງລັດ ແລະ ວຽກບໍລິຫານ ໂຄງການ, ຈັດຕັ້ງປະຕິບັດໂດຍກະຊວງແຜນການ ແລະ ການລົງທຶນ.
– ກົນໄກການຕອບໂຕ້ສູກເສີນຕໍ່ເຫດການໄພພິບັດ.
ມາຮອດເດືອນມັງກອນ ປີ 2020, ໂດຍເຫັນໄດ້ຄວາມຮຽກຮ້ອງຕ້ອງ ການໃນວຽກ ງານຄວບຄຸມຄວາມສ່ຽງໄພພິບັດ, ທະນາຄານໂລກ ຈື່ງເຫັນດີສະຫນອງບ້ວງເງິນເພີ່ມ ໃຫ້ຈໍານວນ 25 ລ້ານໂດລາສະຫະລັດ ແລະ ຂະຫຍາຍໄລຍະເວລາຂອງໂຄງການອອກໄປຕື່ມຈົນຮອດ ປີ 2024 ລວມມູນຄ່າໂຄງການທັງຫມົດ ຈໍານວນ 5 ລ້ານໂດລາ ສະຫະລັດ ຊຶ່ງຫນ້າວຽກຫຼັກທີ່ເພີ່ມຂຶ້ນ ແມ່ນການຄວບຄຸມຄວາມສ່ຽງໄພນໍ້າຖ້ວມຢູ່ 4 ແຂວງ ຄື: ແຂວງອຸດົມໄຊ, ຫຼວງພະບາງ, ບໍລິຄໍາໄຊ ແລະ ນະຄອນຫຼວງວຽງຈັນ. ມາຮອດປະຈຸ ບັນ ສາມາດເບີກຈ່າຍຕົວຈິງ ໄດ້ທັງຫມົດ 21% ຂອງມູນຄ່າລວມທັງຫມົດຂອງໂຄງການ.
ພາບ: ແສງຈັນ