ທົ່ງໄຫຫີນ ຄຶກຄື້ນດ້ວຍນັກທ່ອງທ່ຽວ ໃນໄລຍະທີ່ແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຫລື ຊຽງຂວາງ ເກມ ທີ່ຈັດຂຶ້ນຢ່າງເປັນທາງການໃນໄລຍະວັນທີ 13-22 ທັນວາ 2022.
ທ່ານ ໝອນ ນວນທະສິນ, ຮັກສາການຫົວໜ້າຫ້ອງການມໍລະດົກໂລກໄຫຫີນແຂວງ ຊຽງຂວາງ ໃຫ້ສໍາພາດວ່າ: ນັກທ່ອງທ່ຽວໄດ້ເຂົ້າໄປທ່ອງທ່ຽວທົ່ງໄຫຫີນ ເພີ່ມຂຶ້ນທົບເຄີ່ງໃນໄລຍະຊຽງຂວາງ ເກມ 2022 ເມື່ອທຽບໃສ່ກ່ອນໜ້ານີ້, ເນື່ອງຈາກຜູ້ໄປຊົມ-ໄປເຊຍກິລາ, ລວມເຖີງຄະນະນໍາ, ຄູເຝິກ ແລະ ນັກກິລາແຕ່ລະປະເພດຈາກພາກສ່ວນ, ນອກ ຈາກເຂົ້າຮ່ວມແຂ່ງຂັນ ຍັງໄດ້ຖືໂອກາດໄປທ່ຽວຊົມທົ່ງໄຫຫີນ ໂດຍສະເພາະທົ່ງໄຫຫີນ 1 ທີ່ຢູ່ບໍ່ໄກຈາກເທດສະບານເມືອງແປກ ກໍຄື ເທດສະບານແຂວງຊຽງຂວາງ.
ທ່ານກ່າວຕື່ມວ່າ: ໃນວັນທີ 10 ກໍລະກົດ 2019 ກອງປະຊຸມໃຫຍ່ຄັ້ງທີ 43 ຂອງອົງການອຸຍແນດສະໂກ ໄດ້ຈັດຂຶ້ນຢູ່ເມືອງບາກູ ປະເທດອາແຊກໄບຊານ ໄດ້ຮັບຮອງເອົາ “ໄຫຫີນ” ເຂົ້າເປັນມໍລະດົກໂລກຢ່າງເປັນທາງການ ເຊີ່ງປະກອບມີແຫລ່ງມໍລະດົກໄຫຫີນ 11 ແຫ່ງທີ່ປະກອບດ້ວຍ 15 ອົງປະກອບ ໄດ້ກວມເອົາເນື້ອທີ່ຂະໜາດໃຫຍ່ ກວມເອົາ 4 ເມືອງຂອງແຂວງຊຽງຂວາງ ຄື: ເມືອງແປກ, ເມືອງຜາໄຊ, ເມືອງພູກູດ ແລະ ເມືອງຄຳ, ປະກອບດ້ວຍໄຫຫີນໃຫຍ່-ນ້ອຍ ທີ່ຖືກຄວັດເຈາະຢ່າງປານີດ ຈຳນວນ 1.325 ໜ່ວຍ ຢັ່ງຢາຍກັນຢູ່, ຊຶ່ງໜ່ວຍໄຫຫີນມີຂະໜາດ 1-3 ແມັດ, ມີແຜ່ນຫີນຈຳນວນໜຶ່ງອາດມີຄວາມເປັນໄປໄດ້ ທີ່ຈະເປັນຝາປິດໄຫຫີນ, ບັນດາອົງປະກອບຕ່າງໆ ລ້ວນແຕ່ແມ່ນຫລັກຖານທີ່ໂດດເດັ່ນທີ່ສຸດສະແດງໃຫ້ເຫັນຄວາມຈະເລີນຮຸ່ງເຮືອງຂອງຊຸມຊົນໃນສັງຄົມຍຸກເຫລັກທີ່ເປັນຜູ້ສ້າງ ແລະ ນຳໃຊ້ບັນດາໄຫຫີນເຫລົ່ານັ້ນ, ຊຶ່ງມີອາຍຸລະຫວ່າງ 2.500-3.000 ປີ.
ໃນຈຳນວນ 15 ອົງປະກອບ ຂອງບັນດາແຫລ່ງໄຫຫີນນັ້ນ ແມ່ນປະກອບມີ 5 ແຫລ່ງໄຫຫີນໃຫຍ່ ຄື: ແຫລ່ງໄຫຫີນ 1, ໄຫຫີນ 2, ໄຫຫີນ 3, ໄຫຫີນ 42 ແລະ ໄຫຫີນ 52. ຈາກນັ້ນ, ຍັງປະ ກອບມີ ແຫລ່ງໄຫຫີນນ້ອຍ ເຊັ່ນ: ໄຫຫີນ 23, 25 ແລະ 28 ທີ່ຖືກຄັດເລືອກດ້ວຍເຫດຜົນທີ່ມີຄວາມໝາຍສໍາຄັນທາງດ້ານຫລັກຖານບູຮານຄະດີ, ສ່ວນອີກ 3 ແຫລ່ງແມ່ນຖືກຄັດເລືອກດ້ວຍເຫດຜົນທີ່ເປັນຕົວແທນໃຫ້ແກ່ແຫລ່ງຕັດຫີນ ແລະ ແຫລ່ງຜະລິດໄຫຫີນເຊັ່ນ: ແຫລ່ງໄຫຫີນ 8, 21 ແລະ 12 ຕາມລໍາດັບ.
ອີງຕາມຂໍ້ມູນຫ້ອງການມໍລະດົກໂລກໄຫຫີນແຂກເຂົ້າ ມາທ່ຽວຊົມແຫລ່ງມໍລະດົກໂລກໄຫຫີນ 11 ເດືອນປີ 2022 ທັງໝົດ 43.229 ຄົນ. ເຊີ່ງຮັກສາການຫົວໜ້າຫ້ອງ ການມໍລະດົກໂລກໄຫຫີນແຂວງຊຽງຂວາງ ເຊື່ອໝັ້ນວ່າ ຈາກການຖືກຮັບຮອງເປັນມໍລະດົກໂລກ ຈະເຮັດໃຫ້ທົ່ງໄຫຫີນກາຍ ເປັນສະຖານທີ່ທ່ອງທ່ຽວສໍາຄັນທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າໄປທ່ອງທ່ຽວພາຍໃນແຂວງຊຽງຂວາງ ນັບມື້ເພີ່ມຂຶ້ນ.
Cr: ມົດແດງນ້ອຍ
Loading...