ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີໄຂສົກຮຽນໃໝ່ ເຊິ່ງໄດ້ຈັດຂຶ້ນທີ່ໂຮງ ຮຽນ ມສ ຫຼຽນໄຊໃນຕອນເຊົ້າວັນທີ 6 ກັນຍາ 2021ນີ້ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສຳລິດ ເທບພະວົງ ຮອງເລຂາພັກເມືອງ ຊີ້ນຳວຽກງານວັດ ທະນະທຳສັງຄົມ, ທ່ານ ຄຳຮູ້ ພູມມະລາດ ກຳມະການພັກເມືອງ ຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາເມືອງ, ມີບັນດາທ່ານຄະນະຫ້ອງການ,ອຳນວຍການໂຮງ ຮຽນ,ແຂກທີ່ຖືກເຊີນ ແລະ ຄູອາຈານ ພ້ອມດ້ວຍນ້ອງນັກຮຽນທັງໝົດເຂົ້າ ຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ນາງ ສຸດໃຈ ສຸລິຍະ ຮອງຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາເມືອງ ກໍ່ໄດ້ຜ່ານບົດສະຫຼຸບສັງລວມການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 1 ປີຜ່ານມາ ເຊິ່ງມັນໄດ້ສະແດງອອກໃຫ້ເຫັນເຖິງຄູອາຈານໂຮງຮຽນກໍ່ໄດ້ພ້ອມ ກັນຈັດຕັ້ງປະຕິບັດ 3 ຂໍ້ແຂ່ງຂັນ, 3 ລັກ ສະນະ ແລະ 5 ຫຼັກມູນການສຶກສາ ທີ່ກະຊວງສຶກສາທິການ ແລະກິລາ ວາງອອກ. ໃນຕອນທ້າຍ ທ່ານ ສຳລິດ ເທບພະວົງ ຮອງເລຂາພັກເມືອງ ຊີ້ນຳວຽກ ງານວັດທະນະທຳສັງຄົມກໍ່ໄດ້ໂອ້ລົມຕໍ່ຄູອາຈານ ແລະ ນ້ອງນັກຮຽນ ເຊິ່ງກ່ອນອື່ນ ທ່ານໄດ້ກ່າວຍ້ອງຍໍຊົມເຊີຍຜົນງານທີ່ຄູ-ອາຈານ ແລະ ນ້ອງນັກຮຽນທັງໝົດ ທີ່ພ້ອມກັນຈັດຕັ້ງປະຕິບັດ ແລະ ຍາດມາໄດ້, ພ້ອມນັ້ນກໍ່ຍັງໄດ້ຮຽກຮ້ອງໃຫ້ພະ ນັກງານ ຄູອາຈານ ຈົ່ງຕັ້ງໜ້າປະຕິບັດແຜນພັດທະນາການສຶກສາ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບໄປພ້ອມໆກັນ, ເອົາໃຈໃສ່ປະຕິບັດ 3 ຂໍ້ແຂ່ງຂັນ, 3 ລັກສະນະ ແລະ 5 ຫຼັກມູນການສຶກສາ ໃຫ້ໄດ້ຮັບຜົນດີ, ຮຽກຮ້ອງມາຍັງຄູອາ ຈານ ຕະຫຼອດຮອດນ້ອງນັກຮຽນທຸກທົ່ວໜ້າ ຈົ່ງພ້ອມກັນຕ້ານທຸກປະກົດການຫຍໍ້ທໍ້ພາຍໃນໂຮງຮຽນ, ຄອບຄົວ ແລະ ສັງ ຄົມໃຫ້ໝົດໄປເທື່ອລະກ້າວ