ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງຄໍາມ່ວນໄດ້ກ່າວຕໍ່ຜູ້ສື່ຂ່າວວ່າ : ລະດູການຜະລິດເຂົ້ານາປີ 2021 ໃນທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການ 88.663 ເຮັກ ຕາ , ຄາດຄະເນແນວປູກ 5.320 ໂຕນ , ຄາດຄະເນຜົນຜະລິດ 322.259 ໂຕນ . ໃນນີ້ເນື້ອທີ່ປູກເຂົ້າເພື່ອຜະລິດເປັນສະ ບຽງອາຫານ 63.356 ເຮັກຕາ ແລະ ເນື້ອທີ່ປູກເຂົ້າເພື່ອຜະລິດເປັນສິນຄ້າ 25.307 ເຮັກຕາ .
ຜ່ານການຈັດຕັ້ງປະຕິບັດຕົວຈິງມາຮອດປະຈຸບັນເນື້ອທີ່ນາຫວ່ານ ແລະ ນາຢອດປະຕິບັດໄດ້ 17.516 ເຮັກຕາ , ເນື້ອທີ່ນາປັກດໍາປະຕິບັດໄດ້ 24.418 ເຮັກຕາ . ໃນເມື່ອລວມເນື້ອທີ່ນາຫວ່ານ-ນາຢອດ ແລະ ເນື້ອທີ່ນາປັກດໍາເຂົ້າກັນປະຕິບັດໄດ້ 41.934 ເຮັກຕາ ເທົ່າກັບ 47 % ຂອງເນື້ອທີ່ແຜນການທົ່ວແຂວງ . ໃນນີ້ເນື້ອທີ່ປູກເຂົ້າເພື່ອຜະລິດເປັນສະບຽງອາຫານປະຕິບັດໄດ້ 30.337 ເຮັກຕາ ເທົ່າກັບ 47 % ຂອງເນື້ອທີ່ແຜນ ການ , ເນື້ອທີ່ປູກເຂົ້າເພື່ອຜະລິດເປັນສິນ ຄ້າປະຕິບັດໄດ້ 11.596 ເຮັກຕາ ເທົ່າກັບ 46 % ຂອງເນື້ອທີ່ແຜນການ .
ທ່ານ ບຸນຈັນ ໄຊປັນຍາໄດ້ກ່າວອີກວ່າ : ຖ້າຫາກສະພາບດິນຟ້າອາກາດຍັງເອື້ອອໍານວຍຄາດວ່າການປູກເຂົ້ານາປີໃນທົ່ວແຂວງຈະໃຫ້ສໍາເລັດໃນທ້າຍເດືອນສິງຫາຂອງປີນີ້ແນ່ນອນ.
ນອກຈາກການປູກເຂົ້ານາປີແລ້ວແຂວງຍັງໄດ້ສຸມໃສ່ການປູກພືດລະດູຝົນຕື່ມອີກເຊິ່ງໃນທົ່ວແຂວງມີເນື້ອທີ່ແຜນການເຖິງ 6.175 ເຮັກຕາ , ຄາດຄະເນສະມັດ ຕະພາບ 12,80 ໂຕນ / ເຮັກຕາ , ຄາດຄະເນຜົນຜະລິດ 79.054 ໂຕນ . ໃນນີ້ເນື້ອທີ່ແຜນການປູກພືດເພື່ອຜະລິດເປັນສະບຽງອາຫານ 2.575 ເຮັກຕາ , ຄາດຄະເນສະມັດຕະພາບ 9,65 ໂຕນ /ເຮັກຕາ , ຄາດຄະເນຜົນຜະລິດ 24.840 ໂຕນ . ເນື້ອທີ່ແຜນການປູກພືດເພື່ອຜະລິດເປັນສິນຄ້າ 3.600 ເຮັກຕາ , ຄາດຄະເນສະມັດຕະພາບ 15,06 ໂຕນ / ເຮັກຕາ , ຄາດຄະເນຜົນຜະລິດ 54.214 ໂຕນ .
ຜ່ານການຈັດຕັ້ງປະຕິບັດຕົວຈິງມາຮອດປະຈຸບັນສາມາດປະຕິບັດການປູກພືດລະດູຝົນໄດ້ 6.819 ເຮັກຕາ ເທົ່າກັບ 110 % ຫຼື ປະຕິບັດໄດ້ລື່ນເນື້ອທີ່ແຜນ ການ 644 ເຮັກຕາ ເທົ່າກັບ 10% (ເນື້ອທີ່ແຜນການ 6.175 ເຮັກຕາ )


