ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ນະຄອນປາກເຊ ແຂວງຈໍາປາສັກ ແມ່ນສູນລວມທາງດ້ານເສດຖະກິດ ແລະການບໍລິການດ້ານການທ່ອງທ່ຽວ ີບຍະໄຜ່ານມາພື້ນຖານໂຄງລ່າງ ແລະສະຖານທີ່ທ່ອງທ່ຽວ ໄດ້ຮັບການພັດທະນາຢ່າງຫລວງຫລາຍ ມີແຫລ່ງທ່ອງທ່ຽວຫລາຍແຫ່ງ ທີ່ອຸດົມສົມບູນ ປະກອບດ້ວຍແຫລ່ງທ່ອງທ່ຽວທາງທໍາມະຊາດ, ປະຫວັດສາດ, ວັດທະນະທໍາ ຕິດພັນກັບຮີດຄອງປະເພນີ ອັນດີງາມຂອງແຕ່ລະຊົນເຜົ່າ ເປັນຕົ້ນວັດພູຈໍາປາສັກ, ນໍ້າຕົກຕາດຄອນພະເພັງ, ຕາດເຍືອງ, ຕາດຟານ, ຕາດຜາສ້ວມ , ສວນກາເຟປາກຊ່ອງ, ສູນຫັດຖະກໍາແຂວງຈໍາປາສັກ, ຈຸດຊົມວິວພູສະເຫຼົ້າ ແລະບ່ອນອື່ນໆ.
ທ່ານ ນາງ ມາລາ ຈັນທະລາມ ປະທານສະມາຄົມຫັດຖະກໍາແຂວງຈໍາປາສັກໃຫ້ຮູ້ວ່າ: ນອກຈາກແຫ່ລງທ່ອງທ່ຽວອື່ນໆແລ້ວ ແຂວງຈໍາປາສັກ ຍັງມີແຫລ່ງທ່ອງທ່ຽວດ້ານວັດທະນະທໍາຕື່ມອີກ ເປັນຕົ້ນແມ່ນສູນຫັດຖະກໍາແຂວງຈໍາປາສັກ ຕັ້ງຢ່າບ້ານຫລັກ 7 ນະຄອນປາກເຊ ໄດ້ເລີ່ມສ້າງຕັ້ງມາແຕ່ປີ 2007, ແຕ່ການເຄື່ອນໄຫວວຽກງານຖືກຍຸດຊົ່ວຄາວຍ້ອນຄວາມບໍ່ເຂັ້ມແຂງຂອງສະມາຊິກ ແລະສະພາບການທ່ອງທ່ຽວຍັງບໍ່ອໍານວຍ. ເລີ່ມແຕ່ປີ 2019 ເປັນຕົ້ນມາ, ເຖິງວ່າຈະໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ19ກໍຕາມ ການນໍາແຂວງໄດ້ຊຸກຍູ້ສົ່ງເສີມ ໃຫ້ພື້ນຟູຄືນ ເຊິ່ງສະມາຊິກໄດ້ເຕົ້າໂຮມກັນຄືນໃໝ່ ໂດຍນໍາໃຊ້ຄວາມຮູ້ ຄວາມສາມາດທີ່ມີ ສ້າງຜະລິດຕະພັນທີ່ເປັນເອະລັກຂອງແຕ່ລະທ້ອງຖິ່ນ ແລະໄດ້ຮັບການຕ້ອນຮັບຈາກນັກທ່ອງທ່ຽວເປັນຢ່າງດີ, ຍ້ອນໄດ້ຊຸກຍູ້ປະຊາຊົນໃຫ້ໃຊ້ພູມປັນຍາຂອງຕົນ ສ້າງຜະລິດຕະພັນເຄື່ອງຫັດຖະກໍາ ແລະເຄື່ອງໃຊ້ສອຍຂອງເຜົ່າຕ່າງໆເຊັ່ນ: ການປັ້ນໝໍ້ຫຼໍ່ໄຫ, ການຈັກສານ, ການເຈາະສິ່ວ, ຕໍ່າຫູກທໍ່ໄໝ ແລະອື່ນໆ ເພື່ອມາວາງສະແດງ ແລະຂາຍໃນສູນ, ລວມທັງຂາຍທາງອອນລາຍ ເຊິ່ງບາງເມືອງກໍ່ຈັດຕັ້ງເປັນສະຫະກອນ, ສະມາຄົມຂອງຕົນຂຶ້ນມາເອງ, ສາມາດຜະລິດ ແລະຈໍາໜ່າຍ ເຮັດໃຫ້ຜະລິດຕະພັນຫັດຖະກໍາຂອງແຂວງໄດ້ມີຜູ້ຊົມໃຊ້ຫຼາຍຂຶ້ນ , ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວຫລາຍຂຶ້ນ ຍ້ອນວ່າລັດຖະບານໄດ້ມີນະໂຍບາຍ ສົ່ງເສີມລາວທ່ຽວລາວໃນຮູບແບບໃໝ່ທີ່ຍືນຍົງ ເລີ່ມແຕ່ປີໃໝ່ລາວເປັນຕົ້ນມາ ບັນຍາກາດການທ່ອງທ່ຽວຢູ່ແຂວງຈໍາສັກຈຶ່ງມີໃບໜ້າໃໝ່ ຈຶ່ງເຮັດໃຫ້ສູນຫັດຖະກໍາຂອງແຂວງ ທີ່ບັນຈຸຜະລິດຕະພັນວັດທະນະທໍາ ທີ່ເປັນສີໄມ້ລາຍມືອັນປານີດຂອງເອື້ອຍນ້ອງແມ່ຍິງບັນດາເຜົ່າ ໄດ້ມີໃບໜ້າໃໝ່ເຊັ່ນກັນ.