ໃນຕອນເຊົ້າຂອງວັນທີ່ 1 ພະຈິກ 2021, ທ່ານ ແສງ ສຸຂະທິວົງ, ເອກະອັກຄະລັດ ຖະທູດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ປະຈໍາ ປະເທດໄທ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງ ຂອງທ່ານ ໂຈເຊ ບໍເກດ ໂດສ ສັນໂຕດ ຈູເນຍ (Jose Borges Dos Santos Junior) ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສະຫະພັນ ສາທາລະນະລັດ ບຣາຊິນ ປະຈໍາ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ໂດຍມີສຳນັກ ງານຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ.

ພາຍຫຼັງຍື່ນສານຕາຕັ້ງ, ທ່ານເອກອັກຄະລັດຖະທູດບຣາຊິນ ໄດ້ສະແດງຄວາມຂອບໃຈຕໍ່ກັບການຕ້ອນຮັບອັນອົບອຸ່ນ ແລະ ຖືເປັນກຽດຢ່າງສູງທີ່ໄດ້ເຂົ້າຍື່ນສານຕາຕັ້ງ ຜ່ານທ່ານເອກອັກຄະລັດຖະ ທູດ ສປປ. ລາວ ປະຈໍາຣາຊະອານາຈັກໄທ ເພື່ອຍື່ນຕໍ່ໄປຍັງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ; ຢືນຢັນຈະທຸ່ມເທທຸກຄວາມພະຍາຍາມ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມ ມືທີ່ດີ ລະຫວ່າງ ສະຫະພັນ ສາທາລະ ນະລັດ ບຣາຊິນ ແລະ ສປປ. ລາວ ໃຫ້ມີການຂະຫຍາຍຕົວເພີ່ມຂື້ນ.
ທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດ ສປປ. ລາວ ໄດ້ຕາງໜ້າໃຫ້ ປະທານປະເທດ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ. ລາວ ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ໂຈເຊ ບໍເກດ ໂດສ ສັນໂຕດ ຈູເນຍ ທີ່ໄດ້ຮັບການແຕ່ງຕັ້ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະຫະພັນ ສາທາລະ ນະລັດ ບຣາຊິນ ປະຈຳ ສປປ. ລາວ; ສະແດງຄວາມຍິນດີຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ລາວ-ບຣາຊິນ ທີ່ມີບາດກ້າວຂະຫຍາຍຕົວ ແລະ ເຊື່ອໝັ້ນວ່າ ທ່ານທູດ ບຣາຊິນ ຈະສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດໃນຂອບສອງຝ່າຍ ແລະ ຫຼາຍຝ່າຍໃຫ້ກວ້າງຂວາງຍິ່ງໆຂື້ນໄປ, ແລະ ຫວັງວ່າຫຼັງຈາກການແຜ່ລະບາດພະຍາດໂຄວິດ-19 ຜ່ອນຄາຍລົງ, ທ່ານ ເອກອັກຄະລັດຖະທູດຈະຈັດເວລາເດີນທາງໄປ ສປປ. ລາວ ເພື່ອຢ້ຽມຊົມສະຖານທີ່ວັດທະນະທໍາ, ທຳມະຊາດ ແລະ ສໍາພັດກັບຮີດຄອງປະເພນີ ກໍຄືວິຖີການດຳລົງຊີວິດຂອງປະຊາຊົນລາວ, ເຊິ່ງອາດຈະມີຄວາມແຕກຕ່າງ ຫຼື ຄ້າຍຄືກັນກັບປະຊາຊົນບຣາຊິນ. ທ່ານ ເອກອັກຄະລັດຖະທູດ ບຣາຊິນ ໄດ້ສະແດງຄວາມຕັ້ງໃຈວ່າຈະເດີນທາງໄປຢ້ຽມຢາມ ແລະ ທ່ຽວຊົມສະຖານທີ່ທຳມະຊາດ ແລະ ວັດທະນະທໍາໃນ ສປປ. ລາວ ຫຼັງຈາກພະຍາດໂຄວິດ-19 ຜ່ອນຄາຍລົງ.
ທ່ານເອກອັກຄະລັດຖະທູດ ສປປ. ລາວ ໄດ້ອວຍພອນໄຊອັນປະເສີດໃຫ້ແກ່ ທ່ານເອກອັກຄະລັດຖະທູດ ບຣາຊິນ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະ ປະສົບຄວາມສໍາເລັດໃນພາລະໜ້າທີ່ີອັນມີກຽດ ແລະ ສູງສົ່ງ ປະຈຳ ສປປ. ລາວ.
ການຮ່ວມມືສອງຝ່າຍໃນໄລຍະທີ່ຜ່ານມາ ບຣາຊິນໄດ້ເຄີຍໃຫ້ທຶນການສຶກສາແກ່ ສປປ. ລາວ ເພື່ອໄປຮ່ວມຝຶກອົບຮົມຫຼັກສູດ ກິລາບານເຕະ ແລະ ຝຶກອົບຮົມນັກການທູດໜຸ່ມອາຊຽນ.
ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ແລະ ສະຫະພັນ ສາທາລະ ນະລັດ ບຣາຊິນ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 12 ມິິຖຸນາ 1995.