ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕາມຂ່າວ ຈາກວິທະຍຸສາກົນແຫ່ງປະເທດຈີນ ຫລື CRI ໃຫ້ຮູ້ວ່າ: ຕອນເຊົ້າວັນທີ 28 ກັນຍານີ້, ຢູ່ນະຄອນຫຼວງປັກກິ່ງ, ທ່ານນາງເຜິງລີ້ຢວນ ພັນລະຍາທ່ານສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ, ທູດພິເສດຊຸກຍູ້ການສຶກສາເດັກຍິງແລະແມ່ຍິງອົງການອຸຍເນັດສະໂກອົງການ ສປຊ ໄດ້ຮ່ວມກັບທ່ານໂອເດຣ ອາໂຊໄລ ຜູ້ອຳນວຍການໃຫຍ່ອົງການອຸຍເນັດສະໂກເຂົ້າຮ່ວມພິທີມອບລາງວັນການສຶກສາເດັກຍິງ ແລະ ແມ່ຍິງຂອງອົງການອຸຍເນັດສະໂກອົງການ ສປຊ ປີ 2023 ແລະ ຕ່າງກ່າວຄຳປາໄສ.
ທ່ານນາງເຜິງລີ້ຢວນກ່າວຄຳປາໄສວ່າ: ຈີນເອົາໃຈໃສ່ຢ່າງສູງໃນການຮັບປະກັນສິດຮັບການສຶກສາຢ່າງສະເໝີພາບກັນຂອງເພດຍິງ, ຍິນດີພະຍາຍາມຮ່ວມກັບຝ່າຍຕ່າງໆ, ຊຸກຍູ້ການຮ່ວມມື-ແລກປ່ຽນໃນປະຊາຄົມໂລກ ແລະ ຊຸກຍູ້ໃຫ້ພາລະກິດການສຶກສາເດັກຍິງ ແລະ ແມ່ຍິງທົ່ວໂລກໄດ້ຮັບການພັດທະນາຢ່າງມີຄຸນນະພາບສູງ.
ໃນເວລາກ່າວຄຳປາໄສ, ທ່ານອາວໄດຣ ອາໂຊໄລໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານຈີນທີ່ໄດ້ໃຫ້ການສະໜັບສະໜູນຢ່າງແຂງແຮງຕໍ່ອົງການອຸຍເນັດສະໂກມາໂດຍຕະຫຼອດ ແລະ ທ່ານນາງສາສະດາຈານເຜິງລີ້ຢວນໄດ້ປະກອບສ່ວນຢ່າງພົ້ນເດັ່ນໃນການຊຸກຍູ້ພາລະກິດການສຶກສາເດັກຍິງແລະແມ່ຍິງທົ່ວໂລກ ແລະ ກ່າວວ່າ: ອົງການອຸຍເນັດສະໂກຍິນດີສືບຕໍ່ເພີ່ມທະວີການຮ່ວມມືກັບຈີນ ເພື່ອຊຸກຍູ້ພາລະກິດການສຶກສາເດັກຍິງແລະເພດຍິງໃຫ້ໄດ້ຮັບການພັດທະນາຕື່ມອີກ.
May be an image of 4 people and text