ວັນທີ 20 ກໍລະກົດນີ້, ໂດຍຕອບສະໜອງຕາມຄຳເຊື້ອເຊີນ, ທ່ານນາງເພີງລີ້ຢວນ ພັນລະຍາທ່ານສີຈີ້ນຜິງ ປະທານປະເທດຈີນ, ທູດພິເສດເພື່ອຊຸກຍູ້ການສຶກສາຂອງເດັກຍິງ ແລະ ແມ່ຍິງຂອງອົງການການສຶກສາ ວິທະຍາສາດ ແລະ ວັດ ທະນະທຳ ຫຼື UNESCO ໄດ້ກ່າວຄຳປາໄສໃນເວທີປຶກສາຫາລືກ່ຽວກັບການສຶກສາ ແລະ ຫຼຸດຜ່ອນຄວາມທຸກຍາກຂອງແມ່ຍິງຂອງອົງການຮ່ວມມືຊຽງໄຮຜ່ານທາງວີດີໂອ.
ທ່ານນາງເພີງລີ້ຢວນກ່າວວ່າ, ການລຶບລ້າງຄວາມທຸກຍາກ ແລະ ການສ້າງຄວາມສຸກແມ່ນອຸດົມຄະຕິຮ່ວມກັນຂອງແມ່ຍິງອັນໄພສານ. ເມື່ອໄດ້ຮັບການສຶກສາ ແລະ ມີຄວາມຮູ້ຄວາມສາມາດແລ້ວ, ແມ່ຍິງຈິ່ງຈະມີກຳລັງແຮງເພື່ອລຶບລ້າງຄວາມທຸກຍາກ. ໂດຍຜ່ານການສຸມຄວາມພະຍາຍາມຢ່າງບໍ່ລົດລະ, ຈີນສາມາດເອົາຊະນະໃນບັ້ນລຶບລ້າງຄວາມທຸກຍາກຢ່າງຮອບດ້ານ, ແມ່ຍິງຫຼາຍຮ້ອຍລ້ານຄົນຂອງຈີນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ. ໂດຍຜ່ານມາດຕະການຕ່າງໆ, ຈີນຮັບປະກັນໃຫ້ແມ່ຍິງມີສິດໄດ້ຮັບການສຶກສາຢ່າງສະເໝີພາບກັນ, ເຮັດໃຫ້ເຂົາເຈົ້າກາຍເປັນຜູ້ໄດ້ຮັບຜົນປະໂຫຍດ, ຜູ້ເຂົ້າຮ່ວມ ແລະ ຜູ້ປະກອບສ່ວນໃນການລຶບລ້າງຄວາມທຸກຍາກ. ເມື່ອລັດໄດ້ເອົາໃຈໃສ່ໃນລະດັບສູງ, ອົງການຈັດຕັ້ງສາກົນໄດ້ຕັ້ງໜ້າໃຫ້ການສະໜັບສະໜູນ, ບຸກຄົນວົງການຕ່າງໆໄດ້ປະກອບສ່ວນໂດຍບໍ່ເຫັນແຕ່ຕົວແລ້ວ, ພາລະກິດຫຼຸດຜ່ອນຄວາມທຸກຍາກສຳລັບແມ່ຍິງກໍ່ໄດ້ມີກຳລັງແຮງຢ່າງບໍ່ຂາດສາຍ. ອົງການປົກຄອງແຂວງກຸ້ຍໂຈ່ວຂອງຈີນໄດ້ປະຕິບັດ “ແຜນການຫຍິບແສ່ວ” ເພື່ອພັດທະນາອຸດສາຫະກຳຫັດຖະກຳທີ່ມີສີສັນພິເສດຂອງແມ່ຍິງ, ໄດ້ເຮັດໃຫ້ແມ່ຍິງ 5 ແສນກວ່າຄົນໄດ້ປະກອບອາຊີບຢູ່ໃນເຮືອນຂອງຕົນ.
ພາຍໃຕ້ການຊ່ວຍເຫລືອຂອງ “ແຜນການດອກໄມ້ຈູມໃນລະດູບານໃໝ່”, ເດັກຍິງທຸກຍາກຈຳນວນ 3 ລ້ານກວ່າຄົນໄດ້ຮຽນສຳເລັດ, ຫລັງຈາກເຕີບໃຫຍ່ຂຶ້ນມາແລ້ວກໍໄດ້ສືບຕໍ່ມອບຄວາມຮັກໃຫ້ຄົນອື່ນດ້ວຍຄວາມຮູ້ບຸນຄຸນ. ທ່ານນາງຈ່າງກຸ້ຍເມີຍໄດ້ຍຶດໝັ້ນເຮັດວຽກເປັນຄູສອນຢູ່ເຂດພູດອຍທີ່ທຸກຍາກເປັນເວລາ 40 ກວ່າປີ, ໂດຍໄດ້ສ້າງໂຮງຮຽນມັດທະຍົມປາຍເພດຍິງທີ່ບໍ່ເກັບຄ່າຫຍັງໝົດ, ໄດ້ທຸ້ມເທທັງກາຍແລະໃຈຈົນສຸດຄວາມສາມາດເພື່ອຊ່ວຍເຫລືອເດັກຍິງເກືອບ 2000 ຄົນໃຫ້ບັນລຸຄວາມຝັນໃນການເສັງເຂົ້າມະຫາວິທະຍາໄລໃຫ້ສຳເລັດ. ເລື່ອງລາວແບບນີ້, ໄດ້ເກີດຂື້ນຢູ່ຜືນແຜ່ນດິນຈີນໃນແຕ່ລະມື້.
ທ່ານນາງເພີງລີ້ຢວນກ່າວວ່າ: ປັດຈຸບັນ, ໃນທົ່ວໂລກຍັງມີແມ່ຍິງຈຳນວນ 435 ລ້ານຄົນໄດ້ດຳລົງຊີວິດທ່າມກາງຄວາມທຸກຍາກ, ການສຶກສາຍັງມີຄວາມແຕກໂຕນກັນທາງເພດຢ່າງຈະແຈ້ງ, ການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ແມ່ຍິງຜະເຊີນກັບສິ່ງທ້າທາຍອັນໃໝ່.
ທ່ານນາງເພີງລີ້ຢວນກ່າວຕື່ມວ່າ: ນັບແຕ່ອົງການຮ່ວມມືຊຽງໄຮ້ສ້າງຕັ້ງຂຶ້ນເປັນເວລາ 20 ປີມານີ້, ເອື້ອຍນ້ອງແມ່ຍິງຂອງປະເທດຕ່າງໆໄດ້ຍຶດໝັ້ນ“ ນ້ຳໃຈຊຽງໄຮ້”, ແລກປ່ຽນບົດຮຽນໃນການພັດທະນາແມ່ຍິງ, ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ, ປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມືໃນຂອບອົງການຮ່ວມມືຊຽງໄຮ້. ພວກເຮົາຄວນຫັນປ່ຽນຄວາມຮັກໃຫ້ກາຍເປັນພຶດຕິກຳຕົວຈິງ, ຍຶດໝັ້ນການປະຕິບັດໜາທີ່ເປັນເວລາດົນນານ, ສືບຕໍ່ລົງເລິກການຮ່ວມມືດ້ານການສຶກສາ ແລະຫລຸດຜ່ອນຄວາມທຸກຍາກໃຫ້ກັບແມ່ຍິງ, ເຮັດໃຫ້ແສງສະຫວ່າງແຫ່ງການສຶກສາເປັນໄຟເຍືອງທາງແຫ່ງຄວາມຫວັງສຳລັບແມ່ຍິງ, ເຮັດໃຫ້ແມ່ຍິງຫລາຍກວ່າເກົ່າໄດ້ຮັບໂອກາດທີ່ດີໃນຊີວິດທີ່ມີສີສັນ.
ເວທີປຶກສາຫາລືຄັ້ງນີ້ແມ່ນຮ່ວມກັນຈັດຂຶ້ນໂດຍສະຫະພັນແມ່ຍິງທົ່ວປະເທດຈີນ, ຄະນະກຳມະການຮ່ວມມືມິດຕະພາບຖານບ້ານໃກ້ເຮືອນຄຽງອົງການຮ່ວມມືຂອງຊຽງໄຮ້, ແລະກອງເລຂາອົງການຮ່ວມມືຊຽງໄຮ້.
Loading...