ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າຂອງວັນທີ 17 ພະຈິກ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ໄດ້ຈັດກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 13 ແບບທາງໄກຂຶ້ນ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 17 ພະຈິກ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ຕາງໜ້າລັດຖະບານລາວ ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ໃຫ້ກຽດເຂົ້າຮ່ວມເປີດກອງປະຊຸມຂອງ ທ່ານ ພັນຄໍາ ວິພາວັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຕາງໜ້າຈາກຂະແໜງການກ່ຽວຂ້ອງ, ອໍານາດການປົກຄອງຂັ້ນແຂວງ, ບັນດາຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອໍານາດການປົກຄອງແຂວງ, ຕາງໜ້າພາກສ່ວນສັງຄົມ ແລະ ເອກະຊົນ ເຂົ້າຮ່ວມ, ກອງປະຊຸມຄັ້ງນີ້ ໄດ້ດໍາເນີນພາຍໃຕ້ຫົວຂໍ້: “ເພີ່ມທະວີການເປັນຄູ່ຮ່ວມ ເພື່ອຍົກສູງປະສິດທິຜົນ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແນ ໃສ່ເລັ່ງລັດການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຫຼຸດພົ້ນສະຖານະພາບປະ ເທດດ້ອຍພັດທະນາ ໃນໄລຍະຟື້ນຟູຜົນກະທົບຈາກການລະຍາດຂອງພະຍາດໂຄວິດ-19”.
ກອງປະຊຸມໂຕະມົນ ແມ່ນເວທີປຶກສາຫາລື ແລະ ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດ ຂອງ ສປປ ລາວ ໃນແຕ່ລະໄລຍະ ລະຫວ່າງ ສປປ ລາວ ແລະ ບັນດາຄູ່ຮ່ວມພັດທະນາ. ໃນໂອກາດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ທ່ານ ພັນຄໍາ ວິພາວັນ ໄດ້ໃຫ້ກຽດກ່າວເປີດ ແລະ ມີຄໍາເຫັນເນັ້ນໜັກຕໍ່ກອງປະຊຸມ ຄື: 1) . ໃນຊຸມປີຕໍ່ໜ້ານີ້ ລັດຖະບານລາວ ຈະໄດ້ສຸມໃສ່ການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ໃຫ້ປະກົດຜົນເປັນຈິງ, ສະນັ້ນ ຈຶ່ງສະເໜີໃຫ້ກອງປະຊຸມລົງເລິກແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບມາດຕະການລະອຽດ ໃນການຈັດຕັ້ງປະຕິບັດ, ຊອກໃຫ້ເຫັນໄດ້ ຈຸດແຂງ ແລະ ມາດຕະການທີ່ຈະແກ້ໄຂບັນຫາໃນຕໍ່ໜ້າ ເພື່ອຮັບປະກັນ ໃຫ້ບັນລຸໄດ້ເປົ້າໝາຍການຂະ ຫຍາຍຕົວເສດຖະກິດໃນລະດັບ 4%; 2). ລັດຖະບານໄດ້ຕັດສິນຮັບຮອງເອົາ 2 ວາລະແຫ່ງຊາດ 2 ອັນ ຄື: ① .ການ ແກ້ໄຂສະພາບຄວາມຫຍຸ້ງຍຢາກທາງດ້ານເສດຖະກິດ-ການເງິິີນ ແລະ,  ②. ແກ້ໄຂບັນຫາຢາເສບຕິດ, ສະນັ້ນ . ບົນພື້ນຖານດັ່ງກ່າວ, ຈຶ່ງສະ ເໜີມາຍັງກອງປະຊຸມໂຕະມົນຄັ້ງນີ້ ໂດຍສະເພາະປະເທດຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ພິຈາລະນາ ໃຫ້ການສະໜັບສະໜູນຊ່ວຍເຫຼືອ ເພື່ອເຮັດໃຫ້ ສປປ ລາວ ສາມາດບັນລຸໄດ້ເປົ້າໝາຍທີ່ວາງໄວ້; 3) ບັນຫາສະເພາະໜ້າ ແລະ ຮີບດ່ວນ ຂອງ ສປປ ລາວ ໃນປັດຈຸບັນ ແມ່ນການສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຟື້ນຟູເສດຖະກິດຄືນໃໝ່ ດ້ວຍການສ້າງເງື່ອນໄຂ ເພື່ອກ້າວໄປສູ່ການເປີດປະເທດໃນຕໍ່ໜ້ານີ້. ສະນັ້ນ, ເພື່ອຮັບປະກັນໃຫ້ແກ່ການບັນລຸເປົ້າໝາຍດັ່ງກ່າວນີ້, ຄຽງຄູ່ກັບການປະຕິບັດມາດຕະການປ້ອງກັນ ທີ່ພວກເຮົາປະຕິບັດໃນປັດຈຸບັນ ການເພີ່ມທະວີການກວດຫາເຊື້ອຢ່າງທົ່ວເຖິງ ແລະ ສັກວັກຊີນໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ ແມ່ນເປັນປັດໄຈສຳຄັນ ຊຶ່ງ . ສປປ ລາວ ໄດ້ວາງເປົ້າໝາຍສັກວັກຊີນ ໃຫ້ໄດ້ຫຼາຍກວ່າ 80% ຂອງພົນລະເມືອງລາວ ໃນປີ 2022. ສະນັ້ນ, ຂ້າພະເຈົ້າ ຈຶ່ງຂໍໃຫ້ກອງປະຊຸມ ປຶກສາຫາລືບັນຫານີ້ ແລະ ສະເໜີ ມາຍັງຄູ່ຮ່ວມພັດທະນາ ສືບຕໍ່ໃຫ້ການຊ່ວຍເຫຼືອ ໂດຍສະເພາະການສະໜອງວັກຊີນ ແລະ ຢາປົວພະຍາດໂຄວິດໃຫ້ໄດ້ຢ່າງທົ່ວເຖິງ; 4) ເຖິງແມ່ນວ່າ ສປປ ລາວ ຈະບັນລຸໄດ້ 3 ເງື່ອນໄຂຂອງການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາແລ້ວກໍ່ຕາມ, ແຕ່ຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະ 2 ປີ ຜ່ານມານີ້ ອາດເຮັດໃຫ້ສະຖານະພາບຂອງລາວ ໃນການປະຕິບັດ 3 ເງື່ອນໄຂນັ້ນຫຼຸດລົງ. ສະນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງໄດ້ກວດກາ ແລະ ທົບທວນຄືນສະຖານະພາບ ແລະ ຄວາມພ້ອມ ຂອງ ສປປ ລາວ ຄືນໃໝ່ ເພື່ອໃຫ້ສອດຄ່ອງກັບຄວາມເປັນຈິງໃນປັດຈຸບັນ; 5) ລັດຖະບານລາວ ໄດ້ວາງຍຸດທະສາດ ແລະ ນະໂຍບາຍການພັດທະນາ ເພື່ອກ້າວໄປສູ່ເສດຖະກິດສີຂຽວ ແລະ ສະອາດ, ເຊິ່ງສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ ແລະ ພັນທະ ຂອງ ສປປ ລາວ ຕໍ່ ສົນທິສັນຍາສາກົນ ໂດຍສະເພາະ ສັນຍາປາຣີ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ. ສະນັ້ນ, ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຂອງ ລັດຖະບານ ຕາມທິດສີຂຽວ ຈຶ່ງເປັນສິ່ງທີ່ ຄູ່ຮ່ວມພັດທະນາ ຂອງລາວ ຈະໄດ້ພິຈາລະນາ ໃນການຮ່ວມມືໃນຕໍ່ໜ້າ; 6) ໃນສະພາບຂອງໂລກມີການປ່ຽນແປງຢ່າງໄວວາ ແລະ ຄວາມແຕກໂຕນ ທາງດ້ານ ດິຈິຕອນ ນັບມື້ນັບກວ້າງອອກ, ທ່ານ ນາຍົກລັດຖະມົນຕີ ໄດ້ຂ້າພະເຈົ້າ ຈຶ່ງສະເໜີໃຫ້ກອງປະຊຸມ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບກົນໄກ ຫຼື ມາດຕະການ ທີ່ຈະຮ່ວມມືຊ່ວຍເຫຼືອ ສປປ ລາວ ໃນການຫັນເປັນເສດຖະກິດດິຈິຕອນ ແລະ ສະໜັບສະໜູນການພັດທະນາທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ.
ຈາກນັ້ນ ກອງປະຊຸມ ໄດ້ສືບຕໍ່ດໍາເນີນໄປໂດຍການເປັນປະທານຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແຫ່່ງ ສປປ ລາວ ແລະ ທ່ານ ນາງ ຊາຣາ ເຊເກນເນັສ ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ.