ວັນທີ 13 ສິງຫາ 2021 ນີ້, ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະການພິມຈໍາໜ່າຍລາວ ຄົບຮອບ 71 ປີ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸສາກົນແຫງປະເທດຈີນ ປະຈຳລາວ ກ່ຽວກັບການຄົ້ນຫາແຫຼ່ງກໍາເນີດຂອງພະຍາດໂຄວິດ-19. ທ່ານໄດ້ກ່າວຢໍ້າວ່າ: ໃຜຍັງຄິດເອົາເລື່ອງການເກີດຂື້ນຂອງພະຍາດໂຄວິດ-19 ເປັນບັນຫາການເມືອງ ແມ່ນບໍ່ມີຄວາມເປັນມະນຸດສະທໍາຢູ່ໃນໃຈ.
ທ່ານກ່າວວ່າ: ສໍາລັບຖະແຫຼງການຂອງກະຊວງການຕ່າງປະເທດລາວ ກໍ່ຖືເປັນທັດສະນະຂອງລັດຖະບານລາວ ກໍ່ຄືທັດສະນະຂອງຂ້າພະເຈົ້າເອງ. ເພາະວ່າໂຄວິດ-19 ນີ້ເປັນພະຍາດລະບາດທີ່ເກີດຂຶ້ນ ແມ່ນການຜັນແປຂອງກົດເກນທໍາມະຊາດ, ຫາກບໍ່ແມ່ນການເມືອງ ແລະບໍ່ແມ່ນບັນຫາສັງຄົມ. ນັບແຕ່ຈຸດເລີ່ມຕົ້ນຂອງມວນມະນຸດເຮົາກ້າວສູ່ການພັດທະນາໃນປັດຈຸບັນ ກໍ່ມີພະຍາດຕິດແປດຫຼາກຫຼາຍຊະນິດເກີດຂຶ້ນເຊັ່ນ: ພະຍາດອະຫິວາ, ພະຍາດໄຂ້ຍຸງລາຍ, ໄຂ້ເລືອດອອກ ເຊິ່ງໄດ້ເຮັດໃຫ້ປະຊາຊົນລາວມີຜູ້ເສຍຊີວິດ ແລະກັງວົນເປັນໄລຍະໜຶ່ງ. ຕໍ່ມາ ຍ້ອນມີການສັກຢາກັນພະຍາດຈຶ່ງສາມາດປ້ອງກັນໄດ້ ແລະຮູ້ວິທີປິ່ນປົວ, ພະຍາດເຫຼົ່ານັ້ນ ຈຶ່ງບໍ່ສ້າງຄວາມກັງວົນອີກຕໍ່ໄປ. ສະຫຼຸບໄດ້ວ່າ: ບັນຫາພະຍາດແມ່ນເກີດຈາກທໍາມະຊາດ ເຊິ່ງເປັນອັນຫຼີກລ່ຽງບໍ່ໄດ້, ຍ້ອນວ່າພະຍາດມັນອີງໃສ່ອຸນຫະພູມ, ຄວາມຊຸ່ມ ແລະການປ່ຽນແປງຂອງດິນຟ້າອາກາດ, ບາງເທື່ອມັນກໍ່ເກີດຢູ່ປະເທດນີ້, ບາງເທື່ອກໍ່ເກີດຢູ່ປະເທດນັ້ນ. ສະນັ້ນ, ໃຜຍັງຄິດວ່າເອົາເລື່ອງພະຍາດໂຄວິດ-19ນີ້ ເປັນບັນຫາການເມືອງ ແມ່ນບໍ່ມີຄວາມເປັນມະນຸດສະທໍາຢູ່ໃນໃຈ.
ອັນທີສອງ, ຂ້າພະເຈົ້າຢາກກ່າວວ່າ: ທຸກປະເທດມີນັກປາດອາຈານທີ່ມີຄວາມຮູ້ທາງດ້ານວິທະຍາສາດ ຕ້ອງພ້ອມກັນຊອກຫາສາເຫດຂອງພະຍາດ, ເຮົາຈິ່ງສາມາດຢືນຢັນໄດ້ວ່າ ເປັນຫຍັງຈິ່ງເກີດຢູ່ເຂດນີ້ ຫຼືເກີດຢູ່ເຂດນັ້ນ, ເຮົາຕ້ອງຮູ້ຄວາມເປັນຈິງ, ເຮົາຈິ່ງສາມາດແກ້ໄຂໄດ້. ຄັນບໍ່ຮູ້ຄວາມຈິງ ແລະມີແຕ່ໂຍນຄວາມຜິດໄປທາງອື່ນ ກໍ່ຈະບໍ່ເຫັນສາເຫດໄດ້ ແລະບໍ່ສາມາດບົ່ງມະຕິ ແລະປິ່ນປົວພະຍາດນີ້ໄດ້. ສັງເກດເບິ່ງວ່າເບື້ອງຕົ້ນໂຄວິດ-19 ມີແຕ່ສາຍພັນດຽວ ແຕ່ດຽວນີ້ມີຈັກສາຍພັນເກີດຂຶ້ນແລ້ວ?, ໂດຍສະເພາະສາຍພັນເດວຕາ ມັນມາແຮງຍ້ອນຫຍັງ?. ສະນັ້ນ, ຕ້ອງໄດ້ຊອກຫາຄວາມເປັນຈິງຕາມຫຼັກວິທະຍາສາດຢ່າງແທ້ຈິງ ບໍ່ແມ່ນຫັນໄປສູ່ບັນຫາການເມືອງ. ໝາຍຄວາມວ່າ ການຄົ້ນຫາແຫຼ່ງກໍາເນີດກໍ່ດີ, ສາເຫດກໍ່ດີ ແຕ່ຕ້ອງຢູ່ບົນພື້ນຖານຫຼັກວິທະຍາສາດ ບໍ່ຕ້ອງເອົາການເມືອງເຂົ້າມາຫຍຸ້ງກ່ຽວ, ແຕ່ດີແທ້, ການເມືອງຕ້ອງເປັນຜູ້ນໍາພາຮ່ວມມືກັນໃຫ້ດີ, ຈິງໃຈນໍາກັນ, ເປີດໃຈເຊິ່ງກັນ ແລະກັນ.
ຂ່າວ: Cri
ພາບ: ໄກ່ແກ້ວ