ໃນຕອນເຊົ້າວັນທີ 27 ພຶດສະພາ 2022 ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະ ມົນຕີ ໄດ້ນຳພາຄະນະຜູ້ແທນ ຈາກສູນກາງ, ແຂວງຈຳປາສັກ ແລະ ແຂວງອັດຕະປື ພົບປະໂອ້ລົມ ກັບການນຳຂັ້ນແຂວງ ຂອງຣາຊະອານາຈັກກຳປູ ເຈຍ ທີ່ມີຊາຍແດນຕິດກັບ ສປປ ລາວ (ແຂວງຊຽງແຕງ, ແຂວງລັດຕະນະຄີລີ ແລະ ແຂວງເປຣະວິເຣຍ) ຢູ່ທີ່ສະໂມ ສອນເມືອງໂຂງ, ແຂວງຈຳປາສັກ.
ຈຸດປະສົງ ຂອງການພົບປະ ໃນຄັ້ງນີ້ ເພື່ອເປັນການຊຸກຍູ້ສົ່ງເສີມສາຍພົວພັນຮ່ວມມື, ຄວາມສາມັກຄີຮັກແພງ ລະ ຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ເວົ້າລວມ, ເວົ້າສະເພາະ ແຂວງຈຳປາສັກ ແລະ ແຂວງອັດຕະປື ກັບບັນ ດາແຂວງ ຂອງຣາຊະອານາຈັກກຳປູເຈຍ ທີ່ມີຊາຍແດນຮ່ວມກັນ ໄດ້ປຶກສາຫາລືແລກປ່ຽນບາງເນື້ອໃນ ກ່ຽວກັບການພົວ ພັນຮ່ວມມືສອງຝ່າຍ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ແລະ ລະຫວ່າງ ທ້ອງຖິ່ນ ກັບທ້ອງຖິ່ນດ້ວຍກັນ ໃນດ້ານຕ່າງໆ, ລວມທັງ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີ ຂອງສອງຝ່າຍ ໃນການຮ່ວມມືຜ່ານມາ ແລະ ແຜນການຮ່ວມມືໃນຕໍ່ໜ້າ.
ນອກຈາກນັ້ນ ກໍຍັງເປັນການຢັ້ງຢືນຄືນ ຄວາມມຸ່ງໝັ້ນ ແລະ ເຈດຈໍານົງ ອັນສະ ເໝີຕົ້ນສະເໝີປາຍ ຂອງພັກ, ລັດຖະບານ ແລະ ປະຊາຊົນລາວ.
ໃນໂອກາດນີ້, ບັນດາທ່ານເຈົ້າແຂວງ ຂອງ ສປປ ລາວ ແລະ ຣາຊະອານາຈັກກໍາປູເຈຍ ທີ່ມີຊາຍແດນຕິດກັນ ໄດ້ຜັດປ່ຽນກັນນຳສະເໜີໃຫ້ຊາບ ກ່ຽວກັບສະພາບ ການພົວພັນຮ່ວມມືສອງຝ່າຍ ກັບແຂວງຊາຍແດນ ໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນ ມູນເຊື້ອການພົວພັນອັນດີງາມ, ຜົນສຳເລັດ ທີ່ເປັນຮູບປະທຳຕົວຈິງຫຼາຍດ້ານ, ພ້ອມກັນນັ້ນ ກໍ່ຍັງໄດ້ມີຄຳເຫັນ ແລະ ຂໍ້ສະເໜີແລກປ່ຽນ ຈຳນວນໜຶ່ງ ທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ.
ໃນໂອກາດທີ່ມີຄວາມໝາຍສຳຄັນຄັ້ງນີ້, ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະ ມົນ ຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ເຊິ່ງທ່ານໄດ້ຍົກໃຫ້ເຫັນ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງ, ບ້ານອ້າຍເມືອງນ້ອງ, ບ້ານແກ່ວເມືອງດອງ ທີ່ມີມາແຕ່ດົນນານ ລະຫວ່າງ ປະ ຊາຊົນລາວ ແລະ ປະຊາຊົນກໍາປູເຈຍ ນັບມື້ນັບໄດ້ຮັບການເສີມຂະຫຍາຍ ໃຫ້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ, ພ້ອມທັງ ຢໍ້າຄືນຕໍ່ການຍົກລະດັບການພົວພັນສອງຝ່າຍຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໄດ້ຊີ້ໃຫ້ເຫັນເຖິງຄວາມໝາຍໝັ້ນອັນແຮງກ້າ ຂອງສອງປະເທດ ທີ່ມີສາຍພົວພັນອັນເປັນມູນເຊື້ອ ມາແຕ່ດົນນານແລ້ວນັ້ນ ສູງຂຶ້ນສູ່ອີກລະດັບໜຶ່ງ ເພື່ອສ້າງພື້ນຖານການພົວພັນຮ່ວມມື ລະ ຫວ່າງ ສປປ ລາວ ແລະ ຣາຊະອານາ ຈັກກຳປູເຈຍ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ ເປັນຕົ້ນ ເພີ່ມທະວີການພົວພັນຮ່ວມມື ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການກໍານົດ ແລະ ປັກຫຼັກໝາຍຊາຍ ແດນ, ການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ການສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການທຳມາຫາກິນ ແລະ ໄປມາຫາສູ່ ເຊິ່ງກັນ ແລະ ກັນ ຂອງປະຊາຊົນ ສອງປະ ເທດ ແລະ ອື່ນໆ. ອັນສຳຄັນ ແມ່ນໄດ້ນຳເອົາເນື້ອໃນຈິດໃຈ ການຕົກລົງສອງຝ່າຍ ຂອງສອງລັດຖະບານ ກໍ່ຄືສອງນາຍົກລັດຖະ ມົນຕີ ລາວ-ກຳປູເຈຍ ໃນໄລຍະຜ່ານມາ, ລວມທັງ ທິດທາງແຜນການພົວພັັນຮ່ວມມືກັນໃນຕໍ່ໜ້າ ຊີ້ນຳໃຫ້ຂະແໜງການ ແລະ ທ້ອງຖິ່ນກ່ຽວຂ້ອງ ຂອງສອງປະເທດ ນຳໄປຈັດຕັ້ງຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງ.
ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ບັນດາແຂວງຊາຍແດນ ລາວ- ກຳປູເຈຍ, ກຳປູເຈຍ-ລາວ ສືບຕໍ່ເພີ່ມທະວີການພົວພັນຮ່ວມມື ໃຫ້ແໜ້ນແຟ້ນ ແລະ ເກີດດອກອອກຜົນຫຼາຍຂຶ້ນກວ່າເກົ່າເປັນກ້າວໆ ໂດຍສ້າງເງື່ອນໄຂດ້ານຕ່າງໆ ໃຫ້ໄດ້ປະຕິບັດກິດຈະກຳ ແລະ ໄປມາຫາສູ່ ເຊິ່ງກັນ ແລະ ກັນ ໃນລະດັບຕ່າງໆຫຼາຍຂຶ້ນ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຂອງ ສປປ ລາວ ຍັງໄດ້ໄປຢ້ຽມ ຢາມ ແລະ ພົບປະໂອ້ລົມ ພໍ່ແມ່ປະຊາຊົນ ເຂດສົ້ມປ່ອຍ-ຫາດຊາຍສູງ, ເມືອງສະໜາມໄຊ, ແຂວງອັດຕະປື ຕື່ມອີກ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ



