ໃນໂອກາດເດີນທາງໄປຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ( 1-2 ມິຖຸນາ 2022), ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮັບປະລິນຍາດຸສະດີບັນດິດ ກິຕິມະສັກ ສາຂາວິຊາລັດຖະສາດ ຈາກມະຫາວິທະຍາ ໄລແມ່ໂຈ້ ຣາຊະອານາຈັກໄທ ໃນວັນທີ 1 ມິຖຸນາ ເນື່ອງຈາກທ່ານມີຜົນງານດີເດັ່ນໃນການບໍລິຫານ, ການພັດທະນາປະເທດຊາດ ໃນໄລຍະຜ່ານມາ ເຊິ່ງມອບໂດຍ ທ່ານ ວິລະພົນ ທອງມາ ອະທິການບໍດີ ມະຫາວິທະຍາໄລດັ່ງກ່າວ.
ທ່ານ ພັນຄໍາ ວິພາວັນໄດ້ຂຶ້ນກ່າວສະແດງຄວາມຂອບໃຈທີ່ໄດ້ຮັບປະລິນຍາ ດຸສະດີບັນດິດ ກິຕິມະສັກໃນຄັ້ງນີ້,ເຊິ່ງມີຄວາມໝາຍສຳຄັນ, ທັງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີງາມ ລະຫວ່າງ ສອງປະເທດ ລາວ ແລະ ໄທ.ທ່ານນາຍົກກ່າວວ່າ;ຜົນງານນີ້ຍັງແມ່ນຜົນງານລວມໝູ່ຂອງຄະນະເພື່ອນຮ່ວມງານທຸກລະດັບຂອງຂ້າພະເຈົ້າ ແລະ ອັນສຳຄັນຍິ່ງແມ່ນໄດ້ຮັບການສະໜັບສະໜູນຈາກປະຊາຊົນລາວ.
ມະຫາວິທະຍາໄລແມ່ໂຈ້ເປັນສະຖາບັນການສຶກສາເກົ່າແກ່,ມີຊື່ສຽງແລະມີປະຫວັດຄວາມເປັນມາອັນຍາວນານແຫ່ງໜຶ່ງຂອງໄທແລະມີການຮ່ວມມືທາງດ້ານວິຊາການກັບມະຫາວິທະຍາໄລແຫ່ງຊາດລາວໃນການກໍ່ສ້າງຊັບພະຍາກອນມະນຸດ.



(ຂໍ້ມູນຂ່າວຈາກ: ຂປລ)