ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນທ່ຽງຂອງວັນທີ 12 ພຶດສະພາ 2022 ທີ່ ນະຄອນຫຼວງ ວໍຊິງຕັນ ດີຊີ, ສະຫະລັດ ອາເມລິກາ, ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ- ສະຫະລັດ ສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນອາຊຽນ-ອາເມລິກາ ຄົບຮອບ 45 ນັບແຕ່ສອງຝ່າຍໄດ້ສ້າງຕັ້ງສາຍພົວພັນຄູ່ເຈລະຈານຳກັນໃນປີ 1977.
ກອງປະຊຸມຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 2 ວັນນັບແຕ່ວັນທີ 12 ຫາວັນທີ 13 ພຶດສະພາ 2022. ໃນກອງປະຊຸມມື້ທຳອິດນີ້, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ພ້ອມຜູ້ນຳບັນດາປະເທດສະມາຊິກອາຊຽນອື່ນ ໄດ້ພົບປະກັບປະທານສະພາຕາໍ່ ແລະ ບັນດາຜູ້ແທນສະມາຊິກສະພາ ອາເມລິກາ ແລະ ໄດ້ພົບປະກັບພາກທຸລະກິດຂອງອາເມ ລິກາ.
ໃນການພົບປະກັບຜູ້ແທນສະມາຊິກສະ ພາ, ບັນດາຜູ້ນຳອາຊຽນ ໄດ້ສະແດງຄວາມຊົມເຊີຍບັນດາຜູ້ແທນສະມາຊິກສະພາ ອາເມລິກາ ທີ່ໄດ້ຊຸກຍູ້ການພົວພັນຮ່ວມມືອາຊຽນ-ອາເມລິກາ ຕະຫຼອດໄລຍະ 45 ປີຜ່ານມາ ພ້ອມທັງສະ ເໜີໃຫ້ສືບຕໍ່ການສະໜັບສະໜູນດັ່ງກ່າວ. ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ຕີລາຄາບົດບາດອັນສຳຄັນຂອງສະມາຊິກສະພາອາເມລິກາ ໃນການຊຸກຍູ້ ແລະ ຮັບຮອງເອົາການຊ່ວຍເຫຼືອໃຫ້ແກ່ ສປປ ລາວ ໃນຫຼາຍໆດ້ານ ລວມທັງດ້ານສາທາລະນະສຸກ, ການເກັບກູ້ລະເບີດທີ່ບໍ່ທັນແຕກ ແລະ ອື່ນໆ.
ສຳລັບການພົບປະກັບພາກທຸລະກິດ, ບັນ ດາຜູ້ນຳ ແລະ ຜູ້ຕາງໜ້າຈາກປະເທດສະ ມາຊິກອາຊຽນ ກໍໄດ້ປຶກສາຫາລື ກ່ຽວກັບຄວາມສຳຄັນຂອງພາກທຸລະກິດອາເມ ລິກາ ທີ່ມີບົດບາດໃນການສົ່ງເສີມການຄ້າ, ການລົງທຶນ ແລະ ການພັດທະນາເສດຖະ ກິດຂອງອາຊຽນ ແລະ ໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບກາລະໂອກາດໃນການດຳເນີນທຸລະກິດຢູ່ອາຊຽນໃຫ້ຫຼາຍຂຶ້ນ, ຊຶ່ງປັດຈຸບັນອາເມລິກາ ເປັນຄູ່ຄ້າໃຫຍ່ອັນດັບສອງຂອງອາຊຽນ (ໃນປີ 2020 ການຄ້າສອງຝ່າຍ ລະຫວ່າງອາຊຽນ ແລະ ອາເມລິກາ ບັນລຸໄດ້ 308,3 ຕື້ໂດລາສະຫະລັດ) ແລະ ເປັນຜູ້ລົງທຶນໃຫຍ່ອັນດັບໜຶ່ງຢູ່ໃນອາຊຽນ (ລວມມູນຄ່າທັງໝົດສະເລ່ຍສູງເຖິງ 34,7 ຕື້ໂດລາສະຫະລັດໃນປີ 2020). ໃນທ່າມກາງສະພາບເສດຖະກິດຂອງພາກພື້ນ ແລະ ຂອງໂລກ ທີ່ມີທ່າອ່ຽງຖົດຖອຍ ອັນເນື່ອງມາຈາກການແຜ່ລະບາດຂອງພະຍາດໂຄວິດ-19, ບັນດາຜູ້ນຳອາຊຽນ ເຫັນວ່າການມີສ່ວນຮ່ວມຂອງພາກທຸລະກິດອາເມທລິກາ ໃນການຟື້ນຟູເສດຖະກິດ ແລະ ສ້າງຄວາມເຂັ້ມແຂງໃຫ້ຕ່ອງໂສ້ການຜະລິດ ໂດຍຜ່ານການຮ່ວມມືໃນດ້ານການເຊື່ອມຈອດ, ການພັດທະນາຈຸນລະວິສາຫະ ກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ການຫັນເປັນດິຈິຕອນ, ການສົ່ງເສີມນະວັດຕະກຳ ແລະ ເຕັກໂນໂລຊີ, ການພັດທະນາຕົວເມືອງອັດສະລິຍະ ແລະ ອື່ນໆ ແມ່ນມີຄວາມສຳຄັນເປັນຢ່າງຍິ່ງ. ສປປ ລາວ ໄດ້ສະແດງຄວາມຊົມ ເຊີຍຕໍ່ບັນດາໂຄງການຊ່ວຍເຫຼືອຂອງອາເມລິກາ ເພື່ອສົ່ງເສີມການຂະຫຍາຍຕົວແບບກວມລວມຢູ່ໃນອາຊຽນ ໂດຍຜ່ານນະວັດຕະກຳ, ການຄ້າ ແລະ ການຄ້າທາງເອເລັກໂຕຣນິກ ຫຼື ອິກໄນທ໌ (IGNITE) ແລະ ໂຄງການອື່ນໆ ທີ່ໄດ້ປະກອບສ່ວນສົ່ງເສີມການອໍານວຍຄວາມສະດວກທາງດ້ານການຄ້າ, ການຈັດຕັ້ງປະຕິບັດລະບົບປະຕູດຽວອາຊຽນ, ເສດຖະກິດດິຈິຕອນ ແລະ ການສ້າງຂີດຄວາມສາມາດໃນການນໍາໃຊ້ເຕັກໂນໂລຊີ, ວິທະຍາສາດ ແລະ ນະວັດຕະກໍາ ເຂົ້າໃນການສົ່ງເສີມການຂະຫຍາຍຕົວດ້ານເສດຖະກິດຢູ່ໃນພາກພື້ນ.
ໃນຕອນແລງຂອງວັນດຽວກັນ, ບັນດາຜູ້ນຳອາຊຽນ ກໍໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບຈັດໂດຍປະທານາທິບໍດີ ໂຈ ໄບເດັນ ແຫ່ງ ສະຫະລັດ ອາເມລິກາ ຢູ່ທີ່ທຳນຽບຂາວ, ຊຶ່ງບັນດາຜູ້ນຳອາຊຽນ ແລະ ອາເມລິກາ ກໍໄດ້ມີໂອກາດພົບປະສັງສັນ ແລະ ແລກປ່ຽນຄວາມຄິດເຫັນ ກ່ຽວກັບການຮ່ວມມືອາຊຽນ-ອາເມລິກາ ໃນໄລຍະຜ່ານມາ ແລະ ທິດທາງການພົວພັນໃນອະນາຄົດ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ