ຕາມຂ່າວສານຫວຽດນາມ, ວັນທີ 5 ເດືອນເມສາ, ສະພາແຫ່ງ ຊາດຫວຽດນາມ ໄດ້ແຕ່ງຕັ້ງ ທ່ານຟາມມິງຈິງ ກຳມະການ ກົມການເມືອງ ສະໄໝ XIII, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຜູ້ແທນສະພາແຫ່ງຊາດ ສະໄໝ XIV ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມສະໄໝ 2016-2021. ທ່ານຟາມມິງຈິງ ໄດ້ໃຫ້ຄຳປະຕິຍານວ່າ ຈະຊື່ສັດ ຕໍ່ປະເທດຊາດ ແລະ ປະຊາຊົນ ດ້ວຍລັດຖະທຳມະນູນ ປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເພື່ອຈະປະຕິບັດໜ້າທ່ີ ຂອງພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ປະສົບຜົນສຳເລັດ.