ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນລະຫວ່າງວັນທີ 7 ຫາ 9 ສິງຫາ 2023 ນີ້. ທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານພັກ, ລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ ແລະ ແນະນໍາການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຍຸຕິທໍາຮາກຖານປະຈໍາປີ 2023 ຢູ່ 2 ແຂວງ ພາກເໜືອ ຄື: ແຂວງ ຊຽຂວາງ ແລະ ແຂວງ ຫົວພັນ ມີທ່ານຫົວໜ້າພະແນກ, ຮອງຫົວໜ້າພະແນກຍຸຕິທໍາແຂວງ, ຫົວໜ້າຂະແໜງ, ບັນດາຫົວໜ້າຫ້ອງການຍຸຕິທໍາ ເມືອງ ແລະ ພະນັກງານຂອງກະຊວງຍຸຕິທໍາ ທີ່ລົງຮາກຖານຢູ່ແຂວງ ຊຽງຂວາງ ແລະ ແຂວງ ຫົວພັນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດທີ່ລົງເຄື່ອນໄຫວວຽກງານໃນຄັ້ງນີ້ ທ່ານ ລັດຖະມົນຕີກະຊວງຍຸຕິທໍາ ພ້ອມດ້ວຍຄະນະໄດ້ເຂົ້າພົບ ທ່ານ ບົວເງິນ ຫຸມໄຊຍະພົມ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ຊຽງຂວາງ ແລະ ທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງ ຫົວພັນ ເພື່ອແຈ້ງຈຸດປະສົງໃນການລົງເຄື່ອນໄຫວວຽກງານ ໃຫ້ ທ່ານ ເຈົ້າແຂວງ ແລະ ຮອງເຈົ້າແຂວງ ໄດ້ຮັບຊາບໂດຍສະເພາະ ການຊຸກຍູ້ການຈັດຕັ້ງປະຕິບັດວຽກງານຍຸຕິທໍາຮາກຖານ ປະຈໍາປີ 2023 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ໃນການລົງເຄື່ອນໄຫວຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດວຽກງານໃນຄັ້ງນີ້ ທ່ານ ລັດຖະມົນຕີ ກໍໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານຍຸຕິທໍາຮາກຖານໃນໄລຍະ 6 ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຈາກ ທ່ານ ມົນຕີ ສີອຸດົມ ຫົວໜ້າພະແນກຍຸຕິທໍາແຂວງ ຊຽງຂວາງ ແລະ ທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທໍາແຂວງ ຫົວພັນ ເປັນຕົ້ນ ວຽກງານຈັດຕັ້ງກວດກາ, ວຽກງານສ້າງ ແລະ ປັບປຸງນິຕິກໍາ, ວຽກງານໂຄສະນາເຜີຍແຜ່ກົດໝາຍ, ວຽກງານສ້າງບ້ານ ແລະ ຄອບຄົວແບບຢ່າງປະຕິບັດກົດໝາຍ, ວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ວຽກງານຍຸຕິທໍາເດັກ, ວຽກງານສ້າງບຸກຄະລາກອນທາງດ້ານກົດໝາຍ, ວຽກງານປະຕິບັດຄຳຕັດສີນຂອງສານ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂໃນຕໍ່ໜ້າ. ຈາກນັ້ນ, ບັນດາຫົວໜ້າຫ້ອງການຍຸຕິທໍາເມືອງ ຂອງແຂວງ ຊຽງຂວາງ, ແຂວງຫົວພັນ ແລະ ພະນັກງານຂອງກະຊວງຍຸຕິທໍາທີ່ລົງຮາກຖານປະຈໍາຢູ່ 2 ແຂວງດັ່ງກ່າວ ກໍໄດ້ຂຶ້ນປະກອບຄໍາຄິດຄຳເຫັນ ພ້ອມທັງລາຍງານການຈັດປະຕິບັດວຽກງານຍຸຕິທໍາຮາກຖານໃນໄລຍະຜ່ານມາພາຍໃນເມືອງຂອງຕົນ ໃຫ້ທ່ານລັດຖະມົນຕີໄດ້ຮັບຊາບ ວຽກງານຍຸຕິທໍາຮາກຖານ ເປັນວຽກງານໜຶ່ງທີ່ມີຄວາມໝາຍຄວາມສໍາຄັນຫຼາຍຂອງ ຂະ ແໜງຍຸຕິທໍາ ເພາະວ່າ ເປັນການຈັດຕັ້ງຜັນຂະຫຍາຍ ເນື້ອໃນຈິດໃຈຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 46 /ນຍ, ລົງວັນທີ 29 ກັນຍາ 2009 ກ່ຽວກັບການເພິ່ມທະວີຄວາມເອົາໃຈໃສ່ ຕໍ່ວຽກງານຍຸຕິທໍາຮາກຖານ ຕິດພັນກັບມະຕິກົມການເມືອງສູນກາງພັກ ວ່າດ້ວຍການສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ ແລະ ຄໍາແນະນໍາ ຂອງລັດຖະມົນຕີກະຊວງຍຸຕິທໍາ ສະບັບເລກທີ 587/ກຍ, ລົງວັນທີ 30 ພຶດສະພາ 2023 ກ່ຽວກັບການຈັດຕັ້ງປະຕິບັດວຽກງານຍຸຕິທໍາຮາກຖານ ປະຈໍາປີ 2023 ແນໃສ່ສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍໃຫ້ແກ່ພະນັກງານທ້ອງຖິ່ນ, ຮາກຖານ ແລະ ປະຊາຊົນບັນດາເຜົ່າໃຫ້ນັບມື້ສູງຂຶ້ນ ສ້າງເງື່ອນໄຂໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການທາງດ້ານກົດໝາຍຮັບປະກັນຄວາມສະເໝີພາບຕໍ່ໜ້າກົດໝາຍຂອງພົນລະເມືອງ ພ້ອມກັນນີ້ກໍເປັນການສ້າງພື້ນຖານທີ່ສຳຄັນໃຫ້ແກ່ການສ້າງລັດ ສປປລາວ ໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດໝາຍມາຈາກປະຊາຊົນ, ໂດຍປະຊາຊົນ ແລະເພື່ອຜົນປະໂຫຍດຂອງປະຊາຊົນເທື່ອລະກ້າວ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານພັກ, ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພະແນກຍຸຕິທໍາແຂວງຊຽງຂວາງ ແລະ ແຂວງຫົວພັນ ຍາດມາໄດ້ໃນໄລຍະຜ່ານມາ ພ້ອມນັ້ນທ່ານກໍໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນຳຂອງພະແນກຍຸຕິທຳ ເອົາໃຈໃສ່ເພີ່ມທະວີສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ກວ້າງຂວາງ, ເລີກເຊິ່ງ, ຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ເອົາໃຈໃສ່ເຄື່ອນໄຫວຈັດຕັ້ງປະຕິບັດຄໍາແນະຂອງລັດຖະມົນຕີກ່ຽວກັບການຈັດຕັ້ງປະຕິບັດວຽກງານຍຸຕິທໍາຮາກຖານ ປະຈໍາປີ 2023 ຢ່າງແຂງງແຮງ ແລະ ເປັນຂະບວນການທີ່ ຍົກສູງຄວາມເປັນແບບຢ່າງນຳໜ້າໃນການປະຕິບັດໜ້າທີ່ ທີ່ພັກ-ລັດ ແລະ ປະຊາຊົນມອບ ໝາຍໃຫ້ເປັນຢ່າງດີ ມີຜົນສໍາເລັດໃໝ່ໃຫຍ່ຫຫຼວງກວ່າເກົ່າ.
ໃນໂອກາດລົງເຄື່ອນໄຫວຊຸກຍູ້ວຽກງານຍຸຕິທໍາຮາກຖານໃນຄັ້ງນີ້ ທ່ານລັດຖະມົນຕີ ກະຊວງຍຸຕິທໍາ ພ້ອມດ້ວຍຄະນະ ກໍໄດ້ໄປພົບປະ ແລະ ຊຸກຍູ້ວຽກງານຢູ່ຫ້ອງການຍຸຕິທໍາເມືອງຜາໄຊ ແຂວງ ຊຽງຂວາງ ແລະ ເມືອງວຽງໄຊ ແຂວງ ຫົວພັນ ພ້ອມທັງລົງຢ້ຽມຢາມ ແລະ ໂອ້ລົມຜູ້ເຂົ້າຮ່ວມຝຶກອົບຮົມຢູ່ ຈຸດເປີດຮຽນກົດໝາຍຊັ້ນຕົ້ນ 3 ເດືອນ ຊຸດທີ I ປະຈໍາປີ 2023 ຢູ່ ສະໂມສອນຂອງແຂວງ
ໃນການລົງເຄື່ອນໄຫວຊຸກຍູ້ວຽກງານຍຸຕິທຳຮາກຖານໃນຄັ້ງນີ້ ທ່ານລັດຖະມົນຕີກະຊວງຍຸຕິທຳກໍໄດ້ມອບເງິນ ໃຫ້ພະແນກຍຸຕິທໍາ ແລະ ຫ້ອງການຍຸຕິທໍາ 07 ຕົວເມືອງຂອງແຂວງຊຽງຂວາງ, ຈໍານວນ 120,000,000 ກີບ(ໜຶ່ງຮ້ອຍຊາວລ້ານກີບ) ແລະ ພະແນກຍຸຕິທໍາ ແລະ ຫ້ອງການຍຸຕິທໍາ 10 ຕົວເມືອງຂອງແຂວງຫົວພັນ, ຈໍານວນ 165,000,000 ກີບ (ໜຶ່ງຮ້ອຍຫົກສິບຫ້າຊາວລ້ານກີບ) ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານຍຸຕິທໍາຮາກຖານຕື່ມອີກ..
ພາບ-ຂ່າວ: ໄຊຍະສິດ ບັນຍາວົງ