ໃນວັນທີ10 ມິນາ 2022 ທ່ານຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສະຫະກຳແລະການຄ້າ ພ້ອມດ້ວຍຄະນະ ໄດ້ເດີນ ທາງມາໄປເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ແຂວງຊຽງຂວາງ.
ຈຸດປະສົງຂອງການເຄື່ອນໄຫວເຮັດວຽກຢູ່ແຂວງຊຽງຂວາງ ໃນຄັ້ງນີ້ເພື່ອ ເຂົ້າຮ່ວມກອງປະຊຸມປຶກສາຫາລື ການກະກຽມເຂົ້າ ຮ່ວມ ງານວາງສະແດງສິນຄ້າ ຈີນ -ອາຊຽນຄັ້ງທີ 19 ປະຈຳປີ 2022 ແລະກອງປະຊຸຸມປະຈຳປີ ຂອງພະແນກອຸດສະຫະກຳແລະການຄ້າ ແຂວງຊຽງຂວາງ ນອກຈາກນີ້ທ່ານ ຄຳແພງ ໄຊສົມແພງ ຍັງໄປຢ້ຽມຢາມ ສະຖານທີ່ທ່ອງທຽວທີ່ສຳຄັນຂອງແຂວງຊຽງຂວາງຕື່ມອີກ.
ຂ່າວ; ພາບ: ເດືອນ,ຂັນຄຳ

